ກອງປະຊຸມວຽກງານຍຸຕິທຳທົ່ວປະເທດ ປະຈຳປີ 2022 ໄຂຂຶ້ນວັນທີ 25-26 ມັງກອນ 2023 ຢູ່ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ເປັນປະທານຂອງ ທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍູຕິທຳ ມີບັນດາຮອງລັດຖະມົນຕີ ຫົວໜ້າ ຮອງຫົວໜ້າຫ້ອງການ ກົມ ພະແນກຍຸຕິທຳແຂວງ ນະຄອນຫຼວງ ພ້ອມທັງພະນັກງານຫຼັກແຫຼ່ງຂັ້ນຫົວ ໜ້າພະແນກ ທີ່ຂຶ້ນກັບກະຊວງຍຸຕິທໍາເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ບັນດາຜູ້ເຂຢ້າຮ່ວມໄດ້ສຸມໃສ່ສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດວຽກງານຍຸຕິທໍາຮາກຖານ ຕິດພັນກັບ ວຽກງານ 3 ສ້າງຂອງຂະແໜງການຍຸຕິທຳ ປະຈຳປີປະກອບມີ 5 ວຽກຕົ້ນຕໍຄື: ການສ້າງບຸກຄະລາກອນກົດໝາຍ ໃຫ້ຮາກ ຖານບ້ານ ແລະ ກຸ່ມບ້ານ ການໂຄສະນາເຜີຍແຜ່ກົດໝາຍ ການສ້າງຄອບຄົວ ແລະ ບ້ານແບບຢ່າງປະຕິບັດກົດໝາຍ ການ ໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ ແລະ ວຽກງານຍຸຕິທຳເດັກ ພ້ອມນັ້ນຜູ້ຕາງໜ້າຈາກພະແນກຍຸຕິທຳແຂວງ ນະ ຄອນຫຼວງ ຈະໄດ້ ຂຶ້ນປະກອບຄຳເຫັນຕໍ່ການເຄື່ອນໄຫວຈັດຕັ້ງປະຕິບັດບາງວຽກງານທີ່ພົ້ນເດັ່ນຕາມຄວາມຮັບຜິດຊອບຂອງຕົນ.

ນອກນີ້ກອງປະຊຸມຈະໄດ້ສຸມໃສ່ຕີຄາລາຄືນການຈັດຕັ້ງປະຕິບັດວຽກງານຮອບດ້ານຕາມພາລະບົດບາດຂອງຂະແໜງ ການ ຍຸຕິທຳ ເປັນຕົ້ນ: ວຽກງານສ້າງ ແລະ ປັບປຸງກົດໝາຍ ວຽກງານໂຄສະນາເຜີຍແຜ່ກົດໝາຍ ວຽກງານຄຸ້ມຄອງການປະຕິບັດ ຄໍາຕັດສີນຂອງ ສານ ວຽກງານບໍລິການທາງດ້ານກົດໝາຍ ວຽກງານການສ້າງບຸກຄະລາກອນກົດໝາຍ ແລະ ວຽກງານຮ່ວມ ມືສາກົນທາງດ້ານກົດໝາຍ ບົນພື້ນຖານນັ້ນ ກອງປະຊຸມຈະໄດ້ຄົ້ນຄວ້າ ປຶກສາຫາລື ພ້ອມທັງກໍານົດທິດທາງວຽກງານຈຸດ ສຸມ ສໍາລັບປີ 2023 ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຕາມຄວາມຮັບຜິດຊອບຂອງຂະແໜງການຍຸຕິທໍາ ນອກນັ້ນຍັງຈະໄດ້ພ້ອມກັນຄົ້ນຄ້ວາ ແລະ ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາຕໍ່ຮ່າງບົດສະຫຼຸບລາຍງານການຈັດຕັ້ງປະ ຕິບັດວຽກງານຍຸຕິທຳຮາກຖານປະຈຳປີ 222 ດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ເນື້ອໃນຂອງບົດສະຫຼຸບຖືກຕ້ອງ ແລະ ສອດຄ່ອງກັບສະພາບການຈັດຕັ້ງປະຕິບັດວຽກງານຕົວຈິງ.