ທ້າວ ສູນທອນ ດວງບຸດດີ ປະຊາຊົນ ບ້ານລາດຄວາຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ ທີ່ໄດ້ປະກອບອາຊີບປູກຜັກຂາຍ ມາໄດ້ຫຼາຍ 10 ປີ ປັດຈຸບັນເລັ່ງປູກຜັກຕາມະດູການ ສາມາດສ້າງລາຍຮັບໃຫ້ກັບຄອບຄົວປະມານ 40-50 ລ້ານກີບຕໍ່ປີ ເຮັດ ໃຫ້ຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນເທື່ອລະກ້າວ.

ທ້າວ ສູນທອນ ໃຫ້ສໍາພາດເມື່ອບໍ່ດົນມານີ້ວ່າ:ຕົນເປັນຜູ້ໜຶ່ງທີ່ໄດ້ຍຶດຖືອາຊີບປູກຜັກເປັນສິນຄ້າມາແຕ່ປີ 1985 ເປັນຕົ້ນມາ ຈົນຮອດປັດຈຸບັນ ມີເນື້ອທີ່ທັງໝົດ 2 ໄລ່ ໃນນີ້ໄດ້ປູກຜັກຕາມລະດູການເປັນຕົ້ນ ລະດູແລ້ງໄດ້ປູກຜັກກາດນາ ຜັກກາດຊອມ ຜັກກາດຮ່ອງເຕ້ ຜັກຫົ່ມ ແລະ ຜັກສະຫຼັດ ສ່ວນລະດູຝົນຈະປູກຜັກບົ້ງເປັນຫຼັກ ເນື່ອງຈາກວ່າເປັນພືດທີ່ທົນທານຕໍ່ລະດູຝົນ ເຊິ່ງການປູກແຕ່ລະຊຸດລົງທຶນປະມານ 1 ລ້ານກວ່າກີບ ໃນນີ້ປະກອບມີການກະກຽມດິນ ແນວພັນ ຝຸ່ນຊີວະພາບ ແລະ ອື່ນໆ ພາຍຫຼັງທີ່ປູກ ແລະ ເກັບກູ້ຜົນຜະລິດແລ້ວມີແມ່ຄ້າມາຊື້ກັບທີ່ຢູ່ສວນ ໃນລາຄາຕາມການເໜັງຕີງຂອງຕະຫຼາດ ສະເລ່ຍປີໜຶ່ງສາມາດສ້າງລາຍຮັບເຂົ້າສູ່ຄອບຄົວ 40-50 ລ້ານກີບຕໍ່ປີ.



ທ້າວ ສູນທອນ ໃຫ້ຮູ້ຕື່ມອີກວ່າ: ຜ່ານການປະກອບອາຊີບປູກຜັກເປັນສິນຄ້າມາຫຼາຍ 10 ປີ ເຫັນວ່າຊີວິດການເປັນ ຢູ່ຂອງ ຄອບຄົວດີຂຶ້ນ ສະແດງອອກ ຄອບຄົວມີຢູ່ມີກິນ ມີເງິນສົ່ງລູກຮຽນໜັງສື ມີພາຫະນະ ແລະ ເຮືອນຢູ່ເປັນຂອງຕົນເອງ.