ວັນທີ 24 ມັງກອນ 2023 ສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ລົງຢ້ຽມຢາມ ແລະ ໂອ້ລົມພະນັກງານຫຼັກແຫຼ່ງຢູ່ວິທະຍາຄານພະລາທິການກອງທັບ ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ (20 ມັງກອນ 1949-20 ມັງກອນ 2023) ໂດຍການຕ້ອນຮັບຂອງ ສະຫາຍ ພົນຈັດຕະວາ ປອ ບົວເຮືອງ ສົມຟອງ ບຸດຕາຂັນ ຮອງເລຂາຄະນະພັກ ຫົວໜ້າການທະຫານ ວິທະຍາຄານພະລາທິການກອງທັບ ມີ ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ ພ້ອມດ້ວຍພະນັກງານຫຼັກແຫຼ່ງວິທະຍາຄານ ເຂົ້າຮ່ວມ.


ສະຫາຍ ພົນຈັດຕະວາ ປອ ບົວເຮືອງ ສົມຟອງ ບຸດຕາຂວັນ ໄດ້ຂຶ້ນລາຍງານໂດຍສັງເຂບກ່ຽວກັບສະພາບຈຸດພິເສດ ທີ່ຕັ້ງ ພາລະບົດບາດ ແລະ ໜ້າທີ່ການເມືອງຂອງວິທະຍາຄານ ລວມທັງຜົນງານທີ່ຍາດມາໄດ້ຕະຫຼອດໄລຍະຜ່ານມາ ໂດຍສະເພາະແມ່ນ 4 ໜ້າທີ່ໃຫຍ່ 26 ແຜນງານ ຫັນເປັນແຜນລະອຽດເຂົ້າສູ່ຊີວິດຕົວຈິງຂອງກົມກອງດ້ວຍຈິດໃຈບຸກທະລຸ ແລະ ມີຜົນສຳເລັດຫຼາຍດ້ານ ເຊິ່ງສະແດງອອກຄື: ໜ້າທີ່ຮັບປະກັນເຮັດໃຫ້ສະພາບມີຄວາມສະຫງົບ ໄດ້ເປັນເຈົ້າການປະສານງານກັບອຳນາດການປົກຄອງທ້ອງ ຖິ່ນ ແລະ ກຸ່ມ 4 ເມືອງນາຊາຍທອງ ເປັນເຈົ້າການນຳພາ-ບັນຊາຈັດຕັ້ງປະຕິບັດ 7 ລະບອບ 18 ວຽກ ແລະ ຂໍ້ກຳນົດຂອງວິທະຍາຄານວາງອອກຢ່າງເຂັ້ມງວດ ຕະຫຼອດໄລຍະ 20 ກວ່າປີ ໄດ້ກໍ່ສ້າງນາຍທະຫານ ໃຫ້ບັນດາຂະແໜງການພະລາທິການຮຸ່ນສືບທອດ ຮຽນຈົບຈາກວິທະຍາຄານ ປະກອບໃຫ້ກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ ໃນທົ່ວກອງທັບຈຳນວນ 4.464 ສະຫາຍ ສົ່ງພະນັກງານໄປຮຽນພາຍໃນ ແລະ ຕ່າງປະເທດ ແຕ່ລະປີ 35-40 ສະຫາຍ ໜ້າທີ່ຮັບປະກັນພະລາທິການ-ເຕັກນິກ ໄດ້ຈັດຕັ້ງຮັບປະກັນ ຕາມລະບອບອັດຕາທີ່ຂັ້ນເທິງໄດ້ກຳນົດເຫັນວ່າ: ຮັບປະກັນ ຊີ້ນ-ປາ ພືດຜັກເຂົ້າເຮືອນຄົວລວມທີ່ກົມກອງຜະລິດເອົາ ເອງໄດ້ໂດຍສະເລ່ຍ 80% ຂຶ້ນໄປ ເອົາໃຈໃສ່ໃນລະບອບຄຸ້ມຄອງພາຫະນະເຕັກນິກ-ອາວຸດກະສູນຕາມລະບົບບັນຊີສະຖິຕິ ແລະ ຕິດພັນແໜ້ນກັບການບົວລະບັດ ຮັບປະກັນໄດ້ຄຸນນະພາບດີ ແລະ ການພົວພັນຮ່ວມມືກັບຕ່າງປະເທດ ໄດ້ປະຕິບັດໂຄງການຮ່ວມມືກັບບັນ ດາປະເທດທີ່ກະຊວງປ້ອງກັນປະເທດໄດ້ກຳນົດເວົ້າລວມ ເວົ້າສະເພາະແມ່ນວິທະຍາຄານພະລາທິການໄດ້ພົວພັນຮ່ວມມືແຮກສ່ຽວກັບ ວິ ທະຍາຄານພະລາທິ ການກອງທັບປະຊາຊົນ ຫວຽດນາມ ແຕ່ປີ 2016 ເປັນຕົ້ນມາ.


ໂອກາດນີ້ ສະຫາຍ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາໝາກຜົນສຳເລັດທີ່ກອງທັບປະຊາຊົນລາວຍາດມາໄດ້ໃນໄລຍະຜ່ານມາເວົ້າລວມ ເວົ້າສະເພາະ ແມ່ນ ວິທະຍາຄານພະລາທິການກອງທັບຍາດມາໄດ້ ພ້ອມທັງໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະອຳນວຍການເອົາໃຈໃສ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດປວງຊົນຮອບດ້ານໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ ສົມທົບແໜ້ນລະຫວ່າງວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກັບການພັດທະນາເສດຖະກິດ-ສັງຄົມ ໂດຍຖືເອົາວຽກງານ ປ້ອງກັນຊາດປ້ອງກັນຄວາມສະຫງົບ ເປັນໜ້າທີ່ພື້ນຖານ ແລະ ປະຕິບັດຢ່າງເປັນປະຈຳ ຖືເອົາວຽກງານພັດທະນາເສດຖະກິດເປັນໜ້າທີ່ໃຈກາງ ຖືເອົາການພັດທະນາຊັບພະຍາກອນມະນຸດ ແລະ ສະໜອງສີມືແຮງງານເປັນແຖວໜ້າ ແລະ ຖືເອົາການປັບປຸງຄຸນນະພາບວຽກງານພັກ-ພະນັກງານ ເປັນອັນຕັດສິນໃນການປະຕິບັດໜ້າທີ່ຍຸດທະສາດພັດທະນາປະເທດຊາດ ປະຕິບັດແນວທາງການຕ່າງປະເທດສັນຕິພາບ ເອກະລາດ ມິດຕະພາບ ແລະ ຮ່ວມມືກັບປະເທດຕ່າງໆ ປັບປຸງ ແລະ ເພີ່ມທະວີການຮ່ວມມືຮອບດ້ານກັບກອງທັບ ເພື່ອນມິດຍຸດທະສາດ (ສສ ຫວຽດນາມ ແລະ ສປ ຈີນ) ກໍຄືເພື່ອນມິດທີ່ກ້າວໜ້າ ເພື່ອຍາດແຍ່ງການຊ່ວຍເຫຼືອຈາກສາກົນ ມາປັບປຸງກໍ່ສ້າງກອງທັບພວກເຮົາໃຫ້ກ້າວໜ້າສູ່ຄຸນນະພາບໃໝ່ ແລະ ທັນສະໄໝກ່ວາເກົ່າ ໂອກາດເຄື່ອນໄຫວຢ້ຽມຢາມຂອງ ສະຫາຍ ນາງ ປານີ ຢາທໍ່ຕູ້ ຄັ້ງນີ້ ຍັງໄດ້ລົງຢ້ຽມຢາມເຮືອນຄົວກອງພັນທີ 2 ຫໍສະໝຸດ ແລະ ຫໍພັກນັກສຶກສາກອງພັນທີ 1 ແລະ ມອບວັດຖຸປັດໄຈຈຳນວນໜຶ່ງໃຫ້ວິທະຍາຄານພະລາທິການກອງທັບ ເພື່ອປະກອບສ່ວນເຂົ້າໃນການປັບປຸງພັດທະນາກົມກອງໃຫ້ເຕີບໃຫຍ່ເຂັ້ມແຂງ.

