ນັກສຶກສາລາວ 10 ຄົນ ເດີນທາງໄປແລກປ່ຽນວັດທະນະທຳປະເທດຍີ່ປຸ່ນ

ນັກສຶກສາຈຳ​ນວນ 10 ຄົນ ໄດ້​ເດີນ​ທາງ​ໄປ​ປະ​ເທດ​ຍີ່​ປຸ່ນ  ພາຍຫຼັງທີ່ໄດ້​ການ​ຄັດເລືອກ ​ໃນໂຄງການແລກ ປ່ຽນພາຍໃຕ້ ໂຄງການ JENESYS 2022 ທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານຍີ່ປຸ່ນ ເພື່ອ​ແລກ​ປ່ຽນ​ປະສົບການ ແລກ​ປ່ຽນ ວັດທະນະທໍາ ​ຜ່ານ​ກິດ​ຈະ​ກຳ​ອື່ນ​ໆ.

ໂຄງການດັ່ງກ່າວ ມີຫົວຂໍ້ກ່ຽວກັບປະຫວັດຄວາມເປັນມາ ຂອງການຮ່ວມມືພັດທະນາຍີ່ປຸ່ນ-ອາຊຽນ ປະກອບດ້ວຍນັກສຶກ ສາຈາກບັນດາປະເທດສະມາຊິກອາຊຽນ ແລະ ຕີມໍ ໂຄງການນີ້ ແມ່ນສຸມໃສ່ ການສະໜັບສະໜູນໃນຄວາມເຂົ້າໃຈທີ່ດີກວ່າ ຂອງສາຍພົວພັນຍີ່ປຸ່ນ ແລະ ອາຊຽນ ແລະ ສົ່ງເສີມຄວາມ ເຊື່ອໝັ້ນ ແລະ ຄວາມເຂົ້າໃຈລະຫວ່າງບັນດາໄວໜຸ່ມຂອງບັນ ດາປະເທດເຫຼົ່ານີ້ ແລະ ຍີ່ປຸ່ນ.

ນັກສຶກສາ 10 ຄົນ ທີ່ໄດ້ຖືກຄັດເລືອກ ໂດຍການຮ່ວມມືກັນກັບສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ສູນຮ່ວມ ມືສາກົນຍີ່ປຸ່ນ (Japan International Cooperation Center) ທີ່ເປັນອົງການຕົວແທນ ທາງການໃນການຈັດໂຄງການ JENESYS 2022 ນັກສຶກສາລາວເຫຼົ່ານີ້ ຮ່ວມກັບເພື່ອນນັກສຶກສາທີ່ມາຈາກປະເທດອື່ນ ຈະຖືກແບ່ງເປັນ 5 ກຸ່ມ ເພື່ອປັບ ປຸງຄວາມຮູ້ຂອງພວກເຂົາ ໂດຍຜ່ານການເຂົ້າຮ່ວມການປາຖະກະຖາ ຢ້ຽມຊົມບັນດາສະຖາບັນ ແລະ ອຸດສາຫະກໍາຕ່າງໆ ນອກຈາກນີ້ ຍັງຈະໄດ້ແລກປ່ຽນປະສົບການ ໃນບັນດາງານວັດທະນະທໍາທີ່ແຕກຕ່າງ ການປະຊຸມ ແລະ ການປຶກສາຫາລື ກັບຄົນທ້ອງຖິ່ນ ຢູ່ທີ່ຍີ່ປຸ່ນ ຜູ້ເຂົ້າຮ່ວມຈະໄດ້ແບ່ງປັນປະສົບການຕ່າງໆຂອງພວກເຂົາ ຮຽນຮູ້ສິ່ງຕ່າງໆ ແລະ ເຂົ້າໃຈກັບຜູ້ ຄົນໃນສັງຄົມ ໂດຍນໍາໃຊ້ເຄືອຂ່າຍສັງຄົມອອນລາຍ ໃນຕະຫຼອດໄລຍະເວລາທີ່ອາໄສຢູ່ທີ່ຍີ່ປຸ່ນ ແລະ ຫຼັງຈາກທີ່ພວກເຂົາ ກັບຄືນປະເທດ.

ນັບຕັ້ງແຕ່ການສ້າງຕັ້ງ ໂຄງການ JENESYS ໃນປີ 2007 ເປັນຕົ້ນມາ ໄວໜຸ່ມລາວຫຼາຍກວ່າ 2.200 ຄົນ ເຄີຍໄດ້ໄປຍີ່ປຸ່ນ ເພື່ອເຂົ້າຮ່ວມໂຄງການດັ່ງກ່າວ ຫຼັງຈາກ 2 ປີທີ່ໄດ້ຖືກຢຸດຕິລົງຍ້ອນການລະບາດຂອງ ພະຍາດໂຄວິດ-19 ແລະ ການຢ້ຽມ ຢາມແບບເຊິ່ງໜ້າໄດ້ເລີ່ມຕົ້ນຂຶ້ນຄືນໃນເດືອນຕຸລາ 2022 ຄາດວ່າໂຄງການແລກປ່ຽນເຫຼົ່ານີ້ຈະສືບຕໍ່ສ້າງພື້ນຖານທີ່ເຂັ້ມແຂງໃຫ້ກັບສາຍພົວພັນມິດຕະພາບທີ່ຍາວນານ ແລະ ການຮ່ວມມືລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ.

ພິ​ທີ​ຈັດ​ສົ່ງ​ນັກ​​ຊຸດ​ດັ່ງ​ກ່າວ​ມີ​ຂຶ້ນໃນວັນທີ 24 ມັງກອນ 2023 ​ທີ່​ສະ​ໜາມ​ບິນ​ສາ​ກົນ​ວັດ​ໄຕ ເຊິ່​ງ​ມີ​ພາ​ກສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ​.

error: Content is protected !!