ຖວທ ວາງຄາດໝາຍສູ້ຊົນດຶງດູດນັກທ່ອງທ່ຽວໃຫ້ໄດ້ 2,6 ລ້ານເທື່ອຄົນ

ໃນ​ປ​ີ 2023 ກະຊວງ ຖ​ະ​ແຫຼງ​ຂ່າວ ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ (ຖວທ) ໄດ້ວາງຄາດໝາຍສູ້ຊົນດຶງດູດນັກທ່ອງທ່ຽວ ທັງ ພາຍໃນ ແລະ ຕ່າງປະເທດ ທັງໝົດຈຳນວນ 2,6 ລ້ານເທື່ອຄົນ ສ້າງລາຍຮັບໄດ້ 1,3 ຕື້ກີບ ຄຽງ​ຄູ່​ກັນ​ນັ້ນ​ກໍ​ຕ້ອງ​ເອົາ​ໃຈ​ໃສ່​ດ້ານ​ຕ່າງໆ ເພື່ອ​ເຮັດ​ໃຫ້​ການ​ທ່ອງ​ທ່ຽວ​ໄດ້​ຮັບ​ການ​ຂະ​ຫຍາຍ​ຕົວ​ຢ່າງ​ຕໍ່​ເນື່ອງ.

ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ກະຊວງ ຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໃຫ້ຮູ້ໃນກອງປະຊຸມ ສະຫຼຸບວຽກງານ ຖວທ ທົ່ວປະເທດປະຈຳປີ 2022 ແລະ ທິດທາງແຜນການ ປະຈຳປີ 2023 ວັນທີ 23-24 ມັງກອນ 2023 ວ່າ: ປີ 2023 ກະຊວງ ຖວທ ໄດ້ວາງຄາດໝາຍສູ້ຊົນດຶງດູດນັກທ່ອງທ່ຽວພາກພື້ນ ແລະ ສາກົນ ໃຫ້ໄດ້ 1.400.000 ເທື່ອຄົນ ແລະ ສ້າງລາຍຮັບ 340.000.000 ໂດລາສະຫະລັດ ສະເລ່ຍໄລຍະພັກເຊົາ 7 ວັນ ຕໍ່ຄົນ ສູ້ຊົນສົ່ງເສີມນັກທ່ອງທ່ຽວພາຍໃນ “ລາວທ່ຽວລາວ” ໃຫ້ໄດ້ 1.200.000 ເທື່ອຄົນ ລວມນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ທ່ຽວລາວທັງໝົດ 2,6 ລ້ານ ເທື່ອຄົນ ສ້າງລາຍຮັບໄດ້ 1,3 ຕື້ກີບ ສະເລ່ຍໄລຍະພັກເຊົາ 2 ວັນ ຕໍ່ຄົນ ໂດຍມີການປະສານສົມທົບລະຫວ່າງພາກລັດ ແລະ ພາກທຸລະກິດໃນການສ້າງກິດຈະກໍາການທ່ອງທ່ຽວ ສູ້ຊົນປັບປຸງແຜນຍຸດທະສາດການທ່ອງທ່ຽວແບບອະນຸລັກຂອງ ສປປ ລາວ ສໍາລັບປີ 2023-2030 ໃຫ້ສໍາເລັດ.

ສົມທົບກັບພາກສ່ວນກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນໃນການວາງແຜນພັດທະນາການທ່ອງທ່ຽວ ສຳຫຼວດຈັດສັນກໍາ ນົດຂອບເຂດ ປັກຫຼັກໝາຍ ແລະ ອອກໃບຢັ້ງຢືນຂອບເຂດແຫຼ່ງທ່ອງທ່ຽວໃຫ້ໄດ້ 5 ແຫ່ງ ສູ້ຊົນປັບປຸງບັນດາເມືອງທ່ອງ ທ່ຽວໃຫ້ໄດ້ມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນໃຫ້ໄດ້ 3 ແຫ່ງ ສູ້ຊົນປັບປຸງຄຸນນະພາບເຮືອນພັກແຮມປະຊາຊົນ ແລະ ການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມໃຫ້ໄດ້ມາດຕະຖານ ສປປ ລາວ ແລະ ມາດຕະຖານອາຊຽນໃຫ້ໄດ້ 2 ແຫ່ງ ເພື່ອກະກຽມສະເໜີຮັບລາງວັນມາດຕະຖານລະດັບອາຊຽນ.

ພ້ອມນັ້ນສືບຕໍ່ຈັດຕັ້ງຜັນຂະຫຍາຍແນວທາງຟື້ນຟູການທ່ອງທ່ຽວ ສຳລັບປີ 2021- 2025 ປັບປຸງການທ່ອງທ່ຽວໃຫ້ມີຄຸນ ນະພາບສູງຂຶ້ນຕາມທິດສີຂຽວ ພ້ອມທັງຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດບັນດາກິດຈະກໍາໂຄງການພັດທະນາໂຄງລ່າງພື້ນ ຖານ ເພື່ອສົ່ງເສີມການທ່ອງທ່ຽວທີ່ໄດ້ຮັບທຶນຊ່ວຍເຫຼືອຈາກທະນາຄານພັດທະນາອາຊີ (ADB) ຢູ່ບັນດາແຂວງເປົ້າໝາຍຄື: ຫຼວງພະບາງ ວຽງຈັນ ແລະ ຈຳປາສັກ ສືບຕໍ່ປັບປຸງສິ່ງອໍານວຍຄວາມສະດວກຢູ່ບັນດາຕົວເມືອງທ່ອງທ່ຽວເປັນຕົ້ນ ພື້ນຖານ ໂຄງລ່າງ ຖະໜົນຫົນທາງໃຫ້ເຂົ້າເຖິງສະຖານທີ່ທ່ອງທ່ຽວ ຕິດຕັ້ງປ້າຍຊີ້ບອກສະຖານທີ່ທ່ອງທ່ຽວທີ່ໂດດເດັ່ນ ຢູ່ຕາມເສັ່ນ ທາງຫຼວງ ເສັ່ນທາງສາຍຫຼັກ ແລະ ເສັ້ນທາງເຂົ້າສະຖານທີ່ທ່ອງທ່ຽວ ຕາມເສັ່ນທາງລົດໄຟ ລາວ-ຈີນ ແລະ ເຊື່ອມຕໍ່ກັບປະ ເທດໃກ້ຄຽງ ເປັນພາສາລາວ-ອັງກິດ ແລະ ພາສາຈີນ ສືບຕໍ່ຊຸກຍູ້ສົ່ງເສີມການທ່ອງທ່ຽວແບບອະນຸລັກ ໂດຍການຮ່ວມມື ກັບບັນດາແຂວງທີ່ມີທ່າແຮງ ທັງພາກທຸລະກິດ ແລະ ອົງການຈັດຕັ້ງ ພ້ອມທັງຊຸກຍູ້ໃຫ້ບັນດາຫົວໜ່ວຍທຸລະກິດຈັດຕັ້ງກິດ ຈະກໍາການທ່ອງທ່ຽວ“ລາວທ່ຽວລາວ”ໃຫ້ເປັນຂະບວນຢ່າງຟົດຟື້ນ ແລະ ກວ້າງຂວາງ ສືບ ຕໍ່ຄົ້ນຄວ້າ ປັບປຸງ ແລະ ສ້າງມາດ ຕະຖານສະຖານທີ່ພັກແຮມ ຮ້ານອາຫານ ບໍລິສັດທ່ອງທ່ຽວ ພະນັກງານນໍາທ່ຽວ ກິດຈະກໍາການທ່ອງທ່ຽວ ແລະ ລະບຽບການຄຸ້ມຄອງກິດຈະກໍາການທ່ອງທ່ຽວ ແລະ ອື່ນໆ.

ນອກນີ້ສືບຕໍ່ສົມທົບກັບບັນດາພະແນກ ຖວທ ແຂວງນະຄອນຫຼວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕິດຕາມ ກວດກາ ແລະ ຊຸກຍູ້ການດຳເນີນທຸລະກິດການທ່ອງທ່ຽວ ໃຫ້ເຂົ້າສູ່ລະບຽບກົດໝາຍ ຕິດພັນກັບການແກ້ໄຂປາກົດການຫຍໍ້ທໍ້ໃນຂະແໜງ ການທ່ອງທ່ຽວ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຢູ່ທັງສູນກາງ ແລະ ທ້ອງຖິ່ນ ຈັດກິດຈະກຳສົ່ງເສີມການທ່ອງທ່ຽວ ລາວຕິດພັນກັບງານບຸນປະເພນີຢູ່ພາຍໃນປະເທດ.

error: Content is protected !!