ທຳລາຍພືດນຳເຂົ້າບໍ່ຖືກກົດໝາຍ ພົບມີສານພິດຕົກຄ້າງເກີນຄ່າມາດຕະຖານ

    ທ່ານ ວັນນາ ຄຳໂພໄຊ ຫົວໜ້າໜ່ວຍງານກັກກັນພືດປະຈຳດ່ານຂົວມິດຕະພາບ 1 ໄດ້ລາຍງານໃຫ້ຮູ້ວ່າ: ໃນເວລາ 14:30 ໂມງຂອງວັນທີ 18 ມິຖຸນາ 2020 ເຈົ້າໜ້າທີ່ພາສີ ແລະ ເຈົ້າໜ້າທີ່ກັກກັນພືດປະຈຳດ່ານສາກົນຂົວມິດຕະພາບ 1 ໄດ້ສົມທົບກັນກວດກາ ແລະ ຍຶດສິນຄ້າທີ່ນຳເຂົ້າຜິດລະບຽບ ມີ: ໝາກເລັ່ນ ຈຳນວນ 1.100 ກິໂລກຣາມ ໝາກງູງ້ຽວ ຈຳນວນ 235 ກິໂລ ນໍ້າໜັກລວມ 1.335 ກິໂລ ລວມມູນຄ່າ 6.800.000 ກີບ ທີ່ນຳເຂົ້າຈາກປະເທດເພື່ອນບ້ານ ໂດຍແມ່ນທ້າວ ກະຕຸນ ຢູ່ບ້ານນາແຮ່ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ບັນທຸກໃສ່ລົດຕູ້ໂຕໂຍຕາ ໝາຍເລກທະບຽນ ກລ 2444 ຜ່ານການເກັບຕົວຢ່າງວິໄຈສານພິດຕົົກຄ້າງ ເຊິ່ງຜົນວິໄຈແມ່ນພົບສານພິດຕົກຄ້າງໃນລະດັບເກີນຄ່າມາດຕະຖານທີ່ກຳນົດໄວ້ ແລະ ບໍ່ສາມາດບໍລິໂພກໄດ້ ຫຼັງຈາກນັ້ນ ເຈົ້າໜ້າທີ່ໄດ້ເຮັດບົດບັນທຶກຢຶດ ແລະ ທຳລາຍກັບຜູ້ກ່ຽວ.

    ວັນທີ 22 ມິຖຸນາ 2020 ຈຶ່ງໄດ້ຈັດພິທີທຳລາຍພືດຜັກສິນຄ້າຄວບຄຸມ ນຳເຂົ້າບໍ່ຖືກຕ້ອງ ນໍ້າໜັກ 1.335 ກິໂລ ທີ່ສະຖານີກັກກັນພືດ ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ມີທ່ານນາງ ປິດ ພົມເພັດ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ທ່ານ ຖະໜອມສິດ ຂາວພິບານ ຮອງຫົວໜ້າດ່ານພາສີສາກົນຂົວມິດຕະພາບ I ທ່ານ ວັນນາ ຄຳໂພໄຊ ຫົວໜ້າໜ່ວຍງານກັກກັນພືດປະຈຳດ່ານຂົວມິດຕະພາບ 1 ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ໃນໄລຍະປີ 2019-2020 ທາງເຈົ້າໜ້າທີ່ກັກກັນພືດໄດ້ສົມທົບກັບເຈົ້າໜ້າທີ່ພາສີ ປະຈຳດ່ານຂົວມິດຕະພາບ 1 ແລະ ພະແນກສືບສວນສອບສວນ ແລະ ປາບປາມການລັກລອບໜີພາສີ ຢຶດ ແລະ ທຳລາຍສິນຄ້າທີ່ລັກລອບນຳເຂົ້າບໍ່ຖືກຕ້ອງຈຳນວນ 6 ຄັ້ງ ນໍ້າໜັກ 8.184 ກິໂລ ລວມມູນຄ່າ 45 ລ້ານກວ່າກີບ.

error: Content is protected !!