ປັດຈຸບັນ ຍອດສະສົມຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ (ໄຂ້ເລືອດອອກ) ໃນທົ່ວປະເທດ ເພີ່ມຂຶ້ນເຖິງ 2.000 ກວ່າກໍລະນີ ເສຍຊີວິດ 5 ຄົນ ເຊິ່ງສະແດງໃຫ້ເຫັນເຖິງວ່າ ປີນີ້ອາດເປັນອີກປີໜຶ່ງທີ່ພະຍາດດັ່ງກ່າວອາດຈະແຜ່ລະບາດເປັນວົງກວ້າງ ຖ້າທຸກຄົນບໍ່ຮ່ວມກັນແຕ່ຫົວທີ ໃນການເອົາໃຈໃສ່ປະຕິບັດຫຼັກການ 5ປ ທີ່ກະຊວງສາທາລະນະສຸກວາງອອກຢ່າງຕໍ່ເນື່ອງ ຄື: ປະຕິບັດເປັນປະຈຳຈົນກາຍເປັນຄວາມລຶ້ງເຄີຍ ໂດຍສະເພາະການເອົາໃຈໃສ່ທຳລາຍແຫຼ່ງເພາະພັນຂອງໜອນນນໍ້າຍຸງລາຍ.

ອີງຕາມການລາຍງານຂອງກະຊວງສາທາລະນະສຸກ ວັນທີ 22 ມິຖຸນາ 2020 ໃຫ້ຮູ້ວ່າ: ນັບແຕ່ວັນທີ 28 ທັນວາ 2019-21 ມິຖຸນາ 2020 ທົ່ວປະເທດມີໄຂ້ຍຸງລາຍສະສົມ 2.004 ກໍລະນີ ເສຍຊີວິດ 5 ຄົນ ໃນນີ້ ນະຄອນຫຼວງວຽງຈັນ 434 ກໍລະນີ ເສຍຊີວິດ 2 ຄົນ ວຽງຈັນ 298 ກໍລະນີ ອັດຕະປື 226 ກໍລະນີ ບໍລິຄຳໄຊ 225 ກໍລະນີ ເສຍຊີວິດ 1 ຄົນ ຄຳມ່ວນ 168 ກໍລະນີ ເສຍຊີວິດ 1 ຄົນ ສະຫວັນນະເຂດ 145 ກໍລະນີ ສາລະວັນ 114 ກໍລະນີ ໄຊຍະບູລີ 113 ກໍລະນີ ເຊກອງ 50 ກໍລະນີ ຫຼວງນໍ້າທາ 50 ກໍລະນີ ໄຊສົມບູນ 36 ກໍລະນີ ອຸດົມໄຊ 46 ກໍລະນີ ຫຼວງພະບາງ 45 ກໍລະນີ ບໍ່ແກ້ວ 32 ກໍ ລະນີ ຈຳປາສັກ 16 ກໍລະນີ ຜົ້ງສາລີ 5 ກໍລະນີ ຫົວພັນ 1 ກໍລະນີ ສ່ວນແຂວງຊຽງຂວາງ ບໍ່ພົບກໍລະນີຕິດເຊື້ອ.

ເພື່ອປ້ອງກັນແຕ່ຫົວທີ ກະຊວງສາທາລະນະສຸກໄດ້ອອກແຈ້ງການແນະນໍາໃນການປ້ອງກັນພະຍາດດັ່ງກ່າວບໍ່ໃຫ້ແຜ່ລະບາດເປັນວົງກວ້າງ ໂດຍໃຫ້ເອົາໃຈໃສ່ປະຕິບັດ 5ປ ຢ່າງເຄັ່ງຄັດ ຄື: ປິດ ຝາພາ ຊະນະທີ່ເກັບນ້ຳໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງລາຍມາໄຂ່ໃສ່ ປ່ຽນ ນ້ຳໃນພາຊະນະ ເຊັ່ນ: ເຕົ້າດອກໄມ້ ນ້ຳຮອງຕີນຕູ້ ຖ້ານຮອງຈອກນ້ຳ ປ່ອຍ ປາຫາງນົກຍຸງເພື່ອກິນໜອນນໍ້າ ປັບປຸງ ການອະ ນາໄມສິ່ງແວດລ້ອມອ້ອມເຮືອນ ບໍ່ໃຫ້ມີກະໂປະກະປ໋ອງ ຢາງຕີນລົດເກົ່າທີ່ມີນ້ຳຂັງ ປະຕິບັດ ໃຫ້ເປັນນິດໄສປະຈຳທຸກອາທິດ ຖ້າເປັນໄຂ້ໃຫ້ໄປພົບແພດໝໍ ຫາກທຸກຄົນປະຕິບັດໄດ້ຕາມຫຼັກການ 5ປ ຢ່າງເຂັ້ມງວດ ກໍຈະສາມາດຫຼຸດຜ່ອນ ປ້ອງກັນການເຈັບເປັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໄຂ້ ຍຸງລາຍໃຫ້ຫຼຸດລົງເທື່ອລະກ້າວ.

# ຂ່າວ & ພາບ: ເພັດສະໝອນ