ກະຊວງກະສິກຳ-ປ່າໄມ້ ສືບຕໍ່ສ້າງເງື່ອນໄຂ ປັດໄຈ ສະພາບແວດລ້ອມ ຍູ້ແຮງການຜະລິດ

ກະຊວງກະສິກຳ-ປ່າໄມ້ ສືບຕໍ່ປັບປຸງວຽກງານຕ່າງໆ ສ້າງເງື່ອນໄຂ ປັດໄຈ ແລະ ສະພາບແວດລ້ອມ ທີ່ເອື້ອອຳນວຍໃຫ້ແກ່ການຜະລິດ ແນໃສ່ເພື່ອຄໍ້າປະກັນສະບຽງອາຫານ ຮັບໃຊ້ພາຍ ແລະ ເປັນສິນຄ້າສົ່ງອອກຕ່າງປະເທດ.

ທ່ານ ເພັດ ພົມພິີພັກ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ສຳພາດຕໍ່ສື່ມວນຊົນ ໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2022 ວ່າ: ປີ 2022 ກະຊວງກະສິກຳ-ປ່າໄມ້ ສູ້ຊົນເຮັດໃຫ້ຂະແໜງກະສິກຳ ຂະຫຍາຍຕົວ 2,7% ປະກອບສ່ວນລວມຍອດຜະລິດຕະພັນພາຍໃນ 16,7% ຂອງ GDP ຕາມມະຕິສະພາໄດ້ຮັບຮອງ ນອກຈາກນັ້ນ ຍັງໄດ້ເອົາໃຈໃສ່ໄດ້ຜັນຂະຫຍາຍ ເນື້ອໃນຈິດໃຈຂອງ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຄື: ຊຸກຍຸ້ສົ່ງເສີມການຜະລິດກະສິກໍາ ເພື່ອທົດແທນການນໍາເຂົ້າ ທັງເພື່ອຫຼຸດຜ່ອນການໄຫຼອອກເງິນຕາ ໄປຕ່າງປະ ເທດ ສຸມໃສ່ການຊຸກຍູ້ການຜະລິດກະສິກໍາ ຕິດພັນກັບການປຸງແຕ່ງເປັນສິນຄ້າ ເພື່ອສົ່ງອອກໄປຕ່າງປະ ເທດ ນໍາເອົາເງິນຕາເຂົ້າມາໃຫ້ຫຼາຍຂຶ້ນ ເພື່ອຕິດພັນກັບເນື້ອໃນຈິດໃຈດັ່ງກ່າວ ກະຊວງກະສິກໍາ ແລະ ປ່າໄມ້ ໄດອອກຫຼາຍມາດຕະການຄື: ປະສານສົມທົບກັບທ້ອງຖິ່ນ ເພື່ອກໍານົດແບ່ງເຂດການຜະລິດ ແລະ ກໍານົດພືດ-ສັດບຸລິມະສິດຂອງແຂວງໃຫ້ສໍາເລັດເພື່ອເປັນຂໍ້ມູນວາງແຜນການຜະລິດ ເພື່ອທົດແທນການນຳເຂົ້າ ແລະ ຜະລິດສິນຄ້າສົ່ງອອກ.

ນອກຈາກນັ້ນຍັງ ປະສານສົມທົບກັບ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ໃນການປຸກລະດົມ ບັນດາຫົວໜ່ວຍວິສາຫະກິດ ທັງພາຍໃນ ແລະ ຕ່າງປະເທດ ຜູ້ປະກອບການ ອົງການຈັດຕັ້ງສາກົນ ແລະ ປະເທດເພື່ອນມິດ ປະກອບສ່ວນທຶນຮອນ ເຂົ້າໃນການພັດທະນາກະສິກໍາ ແລະ ປ່າໄມ້ເປັນສິນຄ້າ ໂດຍສະເພາະແມ່ນເນັ້ນໃສ່ການລົງທຶນໃນການພັດທະນາພື້ນຖານໂຄງລ່າງ ແລະ ປັດໄຈການຜະລິດ ດຳເນີນການເຈລະຈາ ສຸຂານາໄມພືດ ແລະ ສັດ (SPS) ເພື່ອເປີດຕະຫຼາດສິນຄ້າກະສິກໍາເພື່ອສົ່ງອອກ ມາຮອດປັດຈຸບັນສຳເລັດເຈລະຈາກັບ ສປ ຈີນ ສາມາດຕົກລົງໄດ້ ຈໍານວນ 16 ພືດ ແລະ 1 ສັດໃຫຍ່ ສ່ວນ ສສ ຫວຽດນາມ ສາມາດຕົກລົງໄດ້ ຈໍານວນ 16 ພືດ ສ່ວນປະເທດໄທ ສາມາດຕົກລົງກັນໄດ້: ຈໍານວນ 15 ພືດ ແລະ ສະຫະພາບເອີຣົບ (EU) ແມ່ນຮັບທຸກປະເພດສິນຄ້າ ແຕ່ຕ້ອງປະຕິບັດໄດ້ຕາມເງື່ອນໄຂການນໍາເຂົ້າຂອງສະຫະພາບເອີຣົບ.

ໄປພ້ອມກັນນັ້ນ ກະຊວງກະສິກໍາ ແລະປ່າໄມ້ ຍັງໄດ້ປັບປຸງວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໃນຂະແໜງການກະສິກຳ ແລະ ປ່າໄມ້ ໂດຍໄດ້ປັບປຸງບັນດານິຕິກຳ ແລະ ກົນໄກຫຼາຍດ້ານ ເພື່ອຫຼຸດຜ່ອນບັນດາຂອດຂັ້ນ ແລະ ສິ່ງອຸດຕັນຕ່າງໆ ໂດຍສະເພາະບັນດາກິດຈະການທີ່ບໍ່ນອນໃນບັນຊີຄວບຄຸມ ທັງນີ້ກໍເພື່ອຮັບປະກັນໃຫ້ການບໍລິການວຽກງານການລົງທຶນ ໃນຂະແໜງການກະສິກຳ ແລະ ປ່າໄມ້ຂອງພວກເຮົາ ທັງສູນກາງ ແລະ ທ້ອງຖິ່ນມີຄວາມສະດວກ ແລະ ວ່ອງໄວຂຶ້ນ ທັງໄດ້ສ້າງເງື່ອນໄຂປັດໄຈ ແລະ ສະພາບແວດລ້ອມ ທີ່ເອື້ອອຳນວຍໃຫ້ແກ່ການຜະລິດ ເຊັ່ນ: ໄດ້ສ້າງກຸ່ມຜູ້ຜະລິດ ເພື່ອການເຂົ້າເຖິງແຫຼ່ງທຶນດອກເບ້ຍທີ່ເໝາະສົມ ສະໜອງຂໍ້ມູນຄວາມຕ້ອງການຂອງຕະຫຼາດໃນແຕ່ລະໄລຍະ ນະໂຍບາຍການນຳເຂົ້າ ແນວພັນພືດ ສັດ ຢາປ້ອງກັນພະຍາດສັດ ຢາປາບສັດຕູພືດ ຝຸ່ນເຄມີ ແລະ ກົນຈັກ ທີ່ເຮົາບໍ່ສາມາດຜະລິດໄດ້ ພ້ອມກັນນັ້ນຍັງສົ່ງເສີມໃຫ້ຊາວກະສິກອນນໍາໃຊ້ສິນຄ້າ ຫຼື ປັດໄຈການຜະລິດ ຝຸ່ນ ທີ່ຜະລິດໄດ້ພາຍໃນ ເພື່ອຫຼຸດຕົ້ນທຶນການຜະລິດ ແລະ ເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ຊາວກະສິກອນສາມາດເຮັດດ້ວຍຕົນເອງ.

ຮຽບຮຽງຈາກ: ວິທະຍຸກະຈາຍສຽງແຫ່ງຊາດ

error: Content is protected !!