ໂກເບວໂກ້ ລາວ ຈັດ​ກິດ​ຈະ​ກຳ​ບໍ​ລິ​ຈາກ​ເລືອດ ສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 74 ປີ

ບໍລິສັດ ພິທີເອັດ ຂາເຂົ້າ-ຂາອອກ ຈໍາກັດ (ໂກເບວໂກ້ ລາວ) ຮ່ວມ​ກັບ​ສະ​ຖາ​ບັນເລືອດອ​ຜ່ງ​ຊາດ ຈັດກິດຈະກໍາບໍລິຈາກເລືອດ ເພື່ອຊ່ວຍເຫຼືອສັງຄົມ ແລະ ຊົມເຊີຍວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບ ຮອບ 74 ປີ (20 ມັງກອນ 1949 ຫາ 20 ມັງ ກອນ 2023).

ທ່ານ ດຣ ພົງສັກ ສະກຸນຄູ ປະທານບໍລິສັດ ຈຽງອິນເຕີເນຊັ່ນແນວ ທັງເປັນປະທານມູນິທິພົງສັກຖະໜອມສີ ເພື່ອການກຸສົນ ກ່າວວ່າ:ມູນິທິພົງສັກຖະໜອມສີ ເພື່ອການກຸສົນ ແລະ ບໍລິສັດໃນເຄືອຈຽງອິນເຕີເນຊັ່ນແນວ ຮ່ວມກັບ ອົງການກາແດງແຫ່ງ ຊາດລາວ ແລະ ສະຖາບັນເລືອດແຫ່ງຊາດ ຈັດກິດຈະກໍາຄັ້ງນີ້ ຖືວ່າເປັນວັນທີ່ດີທີ່ພວກເຮົາໄດ້ມາພ້ອມພຽງກັນບໍລິຈາກ ເລືອດ ແລະ ສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 47 ປີ ທີ່ຜ່ານມາ ແລະ ເປັນວັນສະເຫຼີມສະຫຼອງວັນສ້າງຕັ້ງ ກອງທັບ ຄົບຮອບ 74 ປີ ໃຫ້ມີບັນຍາກາດ ແລະ ຄວາມໝາຍຍິ່ງຂຶ້ນ ສໍາລັບນິທິພົງສັກຖະໜອມສີ ສ້າງຕັ້ງຂຶ້ນ ໃນປີ 2019 ມີຈຸປະສົງເພື່ອການກຸສົນສາທາລະນະ ແລະ ດໍາເນີນການ ຫຼື ຮ່ວມກັບອົງການການກຸສົນອື່ນໆ ແນວໃດກໍຕາມ ຂໍສະແດງ ຄວາມຂອບໃຈມາຍັງ ພໍ່ແມ່ປະຊາຊົນ ພະນັກງານ ແລະ ນ້ອງນັກຮຽນ ທີ່ໄດ້ມີຈິດໃຈເສຍສະຫຼະເວລາມາຮ່ວມໃນການບໍລິ ຈາກເລືອດຄັ້ງນີ້.  

ທ່ານ ສຈ ດຣ ພູທອນ ເມືອງປາກ ປະທານອົງການກາ  ແດງແຫ່ງຊາດລາວ ກ່າວວ່າ: ເລືອດແມ່ນມີຄວາມສໍາຄັນຕໍ່ຊີວິດ ຂາດບໍ່ໄດ້ ບໍ່ມີສີ່ງອື່ນໃດມາທົດແທນໄດ້ ນອກຈາກເລືອດຂອງມະນຸດດ້ວຍກັນ ທີ່ຈະບໍລິຈາກໃຫ້ກັນ ແລະ ກັນ ມາຮອດປັດ ຈຸບັນ ຍັງບໍ່ມີໂຮງງານ ຫຼື ວິທີການອັນໃດ ທີ່ຈະຜະລິດເລືອດໄດ້ເທື່ອ ສະນັ້ນ ຂາດເລືອດ ກໍຄື ຂາດຊີວິດ  ເລືອດ ແລະ ຜະລິດ ຕະພັນເລືອດ ທີ່ໄດ້ຮັບບໍລິຈາກໃນແຕ່ລະປີ ສາມາດຊ່ວຍຊີວິດຄົນເຈັບໄດ້ນັບຫຼາຍຄົນ ແລະ ຍັງເປັນສິ່ງສໍາຄັນໃນການພັດ ທະນາຄຸນນະພາບຊີວິດ ທັງໃນການຮັກສາຊີວິດຂອງແມ່ ທີ່ໄດ້ຮັບຜົນກະທົບຈາກການເກີດລູກ ຄົນເຈັບເດັກນ້ອຍທີ່ເປັນ ພະຍາດເລືອດຈາງຂັ້ນຮ້າຍແຮງ ເນື່ອງຈາກພະຍາດໄຂ້ຍຸງ ໄຂ້ເລືອດອອກ ລວມເຖິງຄົນເຈັບທີ່ຜິດປົກກະຕິຂອງລະບົບ ການສ້າງເມັດເລືອດໃນແອ້ກະ ດູກ ພະຍາດມະເຮັງ ໄຂ່ຫຼັງຊຸດໂຊມ ຜູ້ໄດ້ຮັບຜົນກະທົບຈາກອຸບັດເຫດພາວະສຸກເສີນ ໄພທາງທໍາມະຊາດ ລວມເຖິງການຜ່າຕັດຊະນິດຕ່າງໆ ລ້ວນແລ້ວແຕ່ມີຄວາມຈໍາເປັນຕ້ອງການເລືອດ ເພື່ອໃຫ້ມີຊີວິດຢູ່ ລອດ ເວົ້າໄດ້ວ່າ ການມີເລືອດເພື່ອຕອບສະໜອງໃຫ້ແກ່ຄົນເຈັບ ຖືວ່າ ເປັນປັດໃຈໜຶ່ງທີ່ຂາດບໍ່ໄດ້ຢູ່ໃນໂລກຂອງພວກເຮົາ.

ກິດ​ຈະ​ກຳບໍ​ລິ​ຈາກ​ເລືອດ​ຄັ້ງ​ນີ້​ຈັດຂຶ້ນໃນວັນທີ 20 ມັງກອນ 2023 ຢູ່ບໍ ລິສັດ ພິທີເອັດ ຂາເຂົ້າ-ຂາອອກ ຈໍາກັດ (ໂກເບວໂກ້ ລາວ) ໂດຍມີ ທ່ານ ບຸນເພັງ ສີນະວົງພອນ ເຈົ້າເມືອງຫາດຊາຍຟອງ ແລະ ທ່ານ ດຣ ຈັນທະລາ ສຸກສາຄອນ ຫົວໜ້າສະຖາ ບັນເລືອດແຫ່ງຊາດ ພ້ອມດ້ວຍຜູ້ອໍານວຍການ ພະນັກງານບໍລິສັດ ນາຍບ້ານ ຜູ້ອໍານວຍການໂຮງຮຽນ ພໍ່ແມ່ປະຊາຊົນ ແລະ ນ້ອງນັກຮຽນທີ່ມາຈາກ ມສ ສາລະຄໍາ ແລະ ມສ ທ່າເດື່ອ ເຂົ້າຮ່ວມ.  

ສໍາລັບການບໍລິຈາກເລືອດຄັ້ງນີ້ ມີບັນດາພະນັກງານ ບໍລິສັດ ພິທີເອັດ ຂາເຂົ້າ-ຂາອອກ ຈໍາກັດ ປະ ຊາຊົນ ບ້ານນາໃຫ ແລະ ນາໄຮ່ ມາ ສາລະຄໍາ ແລະ ມສ ທ່າເດື່ອ ເມືອງຫາດຊາຍຟອງເຂົ້າຮ່ວມ ແລະ ໄດ້ເລືອດປະມານ 100 ກວ່າຖົງ.

error: Content is protected !!