ສ້າງຄວາມເຂັ້ມແຂງວຽກງານສຸຂະພາບຕາໃນ 5 ແຂວງ ມູນຄ່າ 15 ຕື້ກວ່າກີບ

ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ ມູນນິທິເຟຣດໂຮໂລປະຈຳລາວ ພະແນກສາທາລະນະສຸກ 5 ແຂວງ ແລະ ກົມພັດທະນາແມ່ຍິງລາວ ສູນກາງສະຫະພັນແມ່ຍິງລາວ ລົງນາມໃນ ບັນທຶກຄວາມເຂົ້າໃຈໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບວຽກງານສຸຂະພາບຕາ ສປປ ລາວ ມູນຄ່າ 15 ຕື້ກວ່າກີບ.

ຈຸດປະສົງຂອງການສ້າງໂຄງການໃນຄັ້ງນີ້ກໍເພື່ອປັບປຸງການເຂົ້າເຖິງການປິ່ນປົວ ແລະ ຮັກສາສຸຂະພາບຕາຢ່າງສະເໝີພາບໃຫ້ກັບຊຸມຊົນທີ່ດ້ອຍໂອກາດຢູ່ 5 ແຂວງເປົ້າໝາຍ ກິດຈະກຳຫຼັກຂອງໂຄງການແມ່ນເຮັດໃຫ້ຊ່ອງວ່າງການເຂົ້າເຖິງ ແລະ ຄວາມຕ້ອງການການບໍລິການດ້ານສຸຂະພາບຕາຫຼຸດໜ້ອຍລົງ ສົ່ງເສີມການເຂົ້າເຖິງການບໍລິການສຸຂະພາບຕາຢ່າງສະເໝີພາບເຊື່ອມສານເຂົ້າກັບລະບົບສຸຂະພາບຕາ ຊຸກຍູ້ຮູບແບບການເງິນສາທາລະນະສຸກໃຫ້ເຂົ້າເຖິງການຮັກສາສຸຂະພາບຕາແບບຍືນຍົງ ແລະ ສະເໝີພາບ ຜູ້ຈັດຕັ້ງປະຕິບັດໂຄງການແມ່ນກະຊວງສາທາລະນະສຸກເປັນຜູ້ຊີ້ນຳລວມ ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການເປັນຜູ້ຄຸ້ມຄອງ ຫ້ອງການປະກັນສຸຂະພາບແຫ່ງຊາດ ກົມພັດທະນາແມ່ຍິງຂອງສູນກາງສະຫະພັນແມ່ຍິງລາວ ພະແນກສາທາລະນະສຸກ 5 ແຂວງເປົ້າໝາຍເປັນຜູ້ຈັດຕັ້ງປະຕິບັດກິດຈະກຳຕົວຈິງຮ່ວມກັບມູນນິທິເຟຣດໂຮໂລປະຈຳ ສປປ ລາວ.

ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບວຽກງານສຸຂະພາບຕາ ໃນ ສປປ ລາວ ແມ່ນຈັດຕັ້ງປະຕິບັດໃນ 5 ແຂວງກວມ 2.329 ບ້ານ ໃນ 46 ເມືອງ ຂອງແຂວງວຽງຈັນ ໄຊຍະບູລີ ຫຼວງພະບາງ ອຸດົມໄຊ ແລະ ບໍ່ແກ້ວ ມູນຄ່າໂຄງການ 15 ຕື້ກວ່າກີບໂດຍໄດ້ຮັບທຶນຈາກກະຊວງການຕ່າງປະເທດ ແລະ ການຄ້າຂອງອົດສະຕຣາລີ ແລະ ມູນນິທິເຟຣດໂຮໂລ ເລີ່ມຈັດຕັ້ງປະຕິບັດແຕ່ປັດຈຸບັນຈົນເຖິງວັນທີ 31 ມີນາ 2025.

ພິທີລົງນາມບົດບັນທຶກດັ່ງກ່າວຈັກຂຶ້ນໃນວັນທີ 20 ມັງກອນ 2023 ທີ່ ກະຊວງສາທາລະນະສຸກ ໂດຍ ການລົງ ທ່ານ ດຣ ຄຳໃສ ເດດລືຊາ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ທ່ານ ນາງ ສຸພອນສາ ໄຊປັນຍາ ຫົວໜ້າມູນນິທິເຟຣດໂຮໂລປະຈຳລາວ ຕາງໜ້າພະແນກສາທາລະນະສຸກ 5 ແຂວງ ແລະ ກົມພັດທະນາແມ່ຍິງລາວ ສູນກາງສະຫະພັນແມ່ຍິງລາວ ມີ ທ່ານຜູ້ຕາງໜ້າສະຖານທູດອົດສະຕຣາລີປະຈຳລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

error: Content is protected !!