ຈະກວດກາສານຕົກຄ້າງໃນພືດ-ຜັກຢູ່ຕະຫຼາດກະສິກໍາອິນຊີ ເດືອນລະຄັ້ງ

    ພິທີຖະແຫຼງຂ່າວ ການຄຸ້ມຄອງຄຸນນະພາບພືດ-ຜັກອິນຊີຢູ່ຕະຫຼາດກະສິກໍາອິນຊີ ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 20 ມິຖຸນາ ທີ່ຜ່ານມາຢູ່ຕະຫຼາດດັ່ງກ່າວ ໂດຍມີທ່ານ ພຸດທະພອນ ໂຄດປັນຍາ ຮອງເຈົ້າເມືອງໄຊເສດຖາ ທ່ານ ນັນຕາ ຊານຸວົງ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນວ ພ້ອມດ້ວຍຜູ້ຕາງໜ້າຈາກຂະແໜງການກ່ຽວຂ້້ອງ ເຂົ້າຮ່ວມ.

    ທ່ານ ຂັນແກ້ວ ເມືອງວັງ ຮອງຫົວໜ້າຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ນວ ກ່າວວ່າ: ເພື່ອຮັບປະກັນຄວາມປອດໄພ ສ້າງຄວາມໝັ້ນໃຈໃຫ້ຜູ້ບໍລິໂພກ ທັງຮັບປະກັນຜູ້ຜະລິດ ແລະ ຜູ້ບໍລິໂພກຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ພະແນກກະສິກໍາ ແລະ ປ່າໄມ້ ນວ ໄດ້ວາງລະບຽບການຄຸ້ມຄອງກຸ່ມ ຄຸ້ມຄອງການຜະລິດ ໂດຍມີການເຄື່ອນໄຫວເປັນປົກກະຕິຢູ່ຂັ້ນເມືອງ ເຊິ່ງໄດ້ສຸ່ມເອົາຕົວຢ່າງມາວິໄຈສານພິດຕົກຄ້າງດ້ານວິທະຍາສາດ ແລະ ໄດ້ກວດກາເຂັ້ມງວດຕາມາດຕະຖານການຜະລິດກະສິກໍາ ເພື່ອເປັນບ່ອນອີງ ແລະ ສ້າງຄວາມເຊື່ອໝັ້ນໃຫ້ລູກຄ້າ ກໍຄືຜູ້ບໍລິໂພກ ເຊິ່ງໄລຍະຜ່ານມາ ໄດ້ກວດກາຕັ້ງແຕ່ຂອດການຜະລິດຈົນຮອດຂອດການຈໍາໜ່າຍໃນຕະຫຼາດ ເປັນຕົ້ນ ກວດກາໃຫ້ຖືກຕ້ອງມາດຕະຖານກະສິກໍາອິນຊີ ມາດຕະຖານກະສິກໍາສະອາດ ແລະ ສຸ່ມເອົາຕົວຢ່າງມາວິໄຈ ຖ້າບໍ່ມີສານພິດຕົກຄ້າງ ຈຶ່ງສາມາດນໍາມາຂາຍໄດ້ ເພື່ອໃຫ້ຢັ້ງຢືນໃຫ້ຜູ້ບໍລິໂພກໝັ້ນໃຈຕໍ່ພືດ-ຜັກຂອງກຸ່ມກະສິກໍາອິນຊີ ແລະ ພະແນກກະສິກໍາ ແລະ ປ່າໄມ້ ນວ ຈະໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ກວດກາຊອກຫາສານພິດຕົກຄ້າງຢູ່ໃນພືດ-ຜັກຢູ່ຕະຫຼາດກະສິກໍາອິນຊີ ສູນການຄ້າ-ລາວໄອເຕັກ ເດືອນລະຄັ້ງ ເຊິ່ງບັນດາທ່ານທີ່ສົນໃຈກໍສາມາດເຂົ້າໄປສອບຖາມ ແລະ ເບິ່ງຜົນຂອງການວິໄຈໄດ້.

    ທ່ານ ຄໍາພູ ພັນທະບູນ ຫົວໜ້າຄະນະກຸ່ມກະສິກໍາອິນຊີ ນວ ກ່າວວ່າ: ກຸ່ມກະສິກໍາອິນຊີ ມີ 11 ກຸ່ມ ມີສະມາຊິກ 282 ຄອບຄົວ ທີ່ມາຈາກ 5-6 ເມືອງຂອງ ນວ ມີຕະຫຼາດຈໍາໜ່າຍຢູ່ 4 ຈຸດ ຄື: ຕອນເຊົ້າວັນເສົາ ແລະ ວັນພຸດ ຂາຍຢູ່ສູນການຄ້າລາວ-ໄອເຕັກ ວັນພະຫັດ ແລະ ວັນຈັນ ຂາຍໝົດມື້ ຢູ່ບ້ານດົງນາໂຊກ ຕອນເຊົ້າວັນເສົາ ຂາຍຢູ່ຕະຫຼາດຫ້ວຍຫົງ ແລະ ຮ້ານຂາຍສົ່ງອອນລາຍຢູ່ຫຼັກ 8 ແລະ ຢູ່ບ້ານຊ້າງຄູ້ ເຊິ່ງການຜະລິດເປັນມາດຕະຖານຂອງກະສິກໍາອິນຊີ ພືດ-ຜັກແຕ່ລະຢ່າງທີ່ນໍາມາຂາຍແມ່ນບໍ່ມີສານເຄມີ ເນື່ອງຈາກຜູ້ຜະລິດເປັນຜູ້ນໍາມາຂາຍ ອີງໃສ່ຄວາມຕ້ອງການຂອງລູກຄ້າມາຕະຫຼາດໃຫ້ໄດ້ຄົບຊຸດ ຈຶ່ງໄດ້ມີການແບ່ງເປັນເຂດຂາຍ ຄື: ພືດ-ຜັກປອດສານພິດ ຈະຂາຍຢູ່ໃນເຕັ່ນກະສິກໍາອິນຊີ ແລະ ພາກສ່ວນທີ່ມີເຕັ່ນແດງຂາຍປູນໍາພື້ນ ມີໂຕະ ຈະເປັນເຄື່ອງທົ່ວໄປ ເພື່ອໃຫ້ຄວາມສະດວກໃນການເລືອກຊື້ຂອງຜູ້ບໍລິໂພກ ໄລຍະຜ່ານມາໄດ້ມີການສົ່ງຂ່າວ ຜັກທີ່ຊື້ໄປແລ້ວເປື່ອຍ ແມ່ນໃຫ້ຜູ້ຊື້ໄດ້ແຈ້ງລະອຽດ ສະ ເໜີຂໍ້ມູນ ພວກເຮົາພ້ອມທີ່ຈະຮັບການຕໍານິສົ່ງຂ່າວເພື່ອນໍາມາປັບປຸງ. 

# ຂ່າວ & ພາບ: ຂັນທະວີ 

error: Content is protected !!