ກອງປະຊຸມສະໄໝສາມັນ ເທື່ອທີ 4 ສະພາປະຊາຊົນ ນວ ຮັບ​ຮອງ​ເອົາ​​​ເອ​ກະ​ສານ​ສຳ​ຄັນຫຼາຍ​ສະ​ບັບ

ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ II ໄດ້ປິດລົງດ້ວຍຜົນສໍາເລັດຈົບ ງາມ ເຊິ່ງກອງ​ປະ​ຊຸມ​ຄັ້ງ​ນີ້ໄດ້​ຮັບ​ຮອງ​ເອົ​າເອ​ກະ​ສານ​ສຳ​ຄັນຫຼາຍ​ສະ​ບັບ ທີ່​ຈະ​ເປັ​ຮ​ເງື່ອນ​ໄຂ​ສຳ​ຄັນ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ຂອງ​ນະ​ຄອນ ຫຼວງວຽງ​ຈັນ​ໃຫ້​ສືບ​ຕໍ່​ພັດ​ທະ​ນາ​ຢ່າງບໍ່​ຢຸດຢັ້ງ.

ກອງ​ປະ​ຊຸມ​ຄັ້ງ​ນີ້​ໄດ້​ຮັບຮອງເອົາບົດລາຍງານຂອງທ່ານເຈົ້າຄອງ ນວ ກ່ຽວກັບຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ ແຜນງົບປະມານ ປະຈໍາປີ 2022 ແລະ ທິດທາງແຜນການ ປີ 2023 ຂອງ ນວ ບົດລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2022 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈໍາປີ 2023 ຂອງອົງການ ກວດສອບປະຈໍາພາກກາງ ບົດລາຍງານ ຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານປະຈໍາປີ 2021 ຂອງ ນວ ຮັບຮອງເອົາ ບົດລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2022 ແລະ ທິດທາງ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2023 ຂອງອົງການກວດກາລັດ ນວ ບົດລາຍງານ ຜົນການກວດກາ ຕາມຜົນການ ກວດສອບ ປະຈໍາປີ 2018.

ຮັບຮອງເອົາ ນິຕິກໍາໃຕ້ກົດໝາຍຂອງ ນວ ຈໍານວນ 2 ສະບັບ ຄື:ຮ່າງຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງປະຕິບັດມາດຕະການສ້າງ ນວ ສະອາດ (ສ.ສະອາດ) ຮ່າງແຜນຈັດສັນທີ່ດິນ ຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຮອບດ້ານ ຂອງ ນວ ຄົ້ນຄວ້າ ປະກອບຄໍາຄິດຄໍາເຫັນ ແລະ ສະໜັບສະໜູນດ້ານຫຼັກການ ຕໍ່ຮ່າງລັດຖະບັນຍັດຂອງປະທານປະເທດ ຈໍາ ນວນ 2 ສະບັບ ຄື: ຮ່າງລັດຖະບັນຍັດ ຂອງປະທານປະເທດແຫ່ງ ສປປ ລາວ ວ່າດ້ວຍນະຄອນຫຼວງ ຮ່າງລັດຖະບັນຍັດ ຂອງປະທານປະເທດແຫ່ງ ສປປ ລາວ ວ່າດ້ວຍອາກອນຕົວເມືອງ (City Tax).

ຮັບຮອງເອົາ ຈໍານວນ 2 ສະບັບ ຄື:ຂໍ້ຕົກລົງ ວ່າດ້ວຍການສ້າງ ນວ ສີຂຽວ (ສ.ສີຂຽວ) ຂໍ້ຕົກລົງ ວ່າດ້ວຍ ນວ ສະຫງົບສຸກ (ສ.ສະຫງົບ) ໃນນັ້ນ ລວມທັງການຈັດຕັ້ງປະຕິບັດຂໍ້ຕົກລົງ ວ່າດ້ວຍມາດຕະການຫຼຸດຜ່ອນອຸບັດຕິເຫດ ແລະ ການຮັກສາຄວາມ ປອດໄພຕາມຖະໜົນ ທົ່ວ ນວ ສະບັບເລກທີ 1323/ຈນວ ລົງວັນທີ 21 ທັນວາ 2018 ຮັບຮອງເອົາບົດລາຍງານກ່ຽວກັບການ ຈັດຕັ້ງປະຕິບັດແຜນ ການເຄື່ອນໄຫວວຽກງານ ປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ຂອງອົງການໄອຍະ ການປະຊາຊົນພາກກາງ ແລະ ອົງການໄອຍະການປະຊາຊົນ ນວ ຮັບຮອງເອົາ ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ຂອງສານປະຊາຊົນພາກກາງ ແລະ ສານປະຊາຊົນ ນວ ບົດລາຍງານຜົນການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2022 ແລະ ທິດທາງແຜນ ການ ປະຈໍາປີ 2023 ຂອງສະພາປະຊາຊົນ ນວ ຊຸດທີ II ຮັບຟັງບົດປະກອບຄໍາເຫັນ ຂອງອົງການແນວລາວສ້າງຊາດ ນວ ຕໍ່ ການເຄື່ອນໄຫວວຽກງານ ຂອງສະພາປະຊາຊົນ ນວ ດໍາເນີນການປະເມີນຜົນ ຕໍ່ການປະຕິບັດໜ້າທີ່ ຂອງບຸກຄະລາກອນ ທີ່ສະພາປະຊາຊົນ ນວ ເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ.

ພິ​ທີ​ປິດກອງ​ປ​ະ​ຊຸມ​ດັ່ງ​ງ​ກ່າວ​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ມັງ​ກອນ 2023 ກ່າວ​ປິດ​ໂດຍ ທ່ານ ອານຸພາບ ຕຸນາລົມ ປະທານສະພາ ປະຊາຊົນ ນວ ມີທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີບັນດາທ່ານສະມາຊິກສະພ່າແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ສະມາຊິກສະພາປະຊາຊົນ ນວ ຫົວໜ້າພະແນກ ແລະ ທຽບເທົ່າພະແນກອ້ອມຂ້າງນະຄອນຫຼວງ ເຂົ້າຮ່ວມ.

error: Content is protected !!