ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ສະເໜີໃຫ້ສືບຕໍ່ເອົາໃຈໃສ່ບັນດາໜ້າວຽກ ເພື່ອເຮັດໃຫ້ຂະແໜງແຜນການ- ການລົງທຶນ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງພາຍໃຕ້ຄຳຂວັນ ສ້າງການຫັນປ່ຽນຢ່າງແຂງ ແຮງ ວຽກງານແຜນການ ແລະ ການລົງທຶນ ໃນເງື່ອນໄຂໃໝ່.

ທ່ານນາຍົກລັດຖະມົນຕີ ໄດ້ແລກປ່ຽນຄຳເຫັນ ກອງປະຊຸມສະຫຼຸບວຽກງານແຜນການ ແລະ ການລົງທຶນທົ່ວປະເທດ ປະຈຳ ປີ 2022 ແລະ ທິດທາງ ແຜນການ ປະຈຳປີ 2023 ໂດຍທ່ານໄດ້ເນັ້ນໜັກ ແລະ ສະເໜີໃຫ້ຂະແໜງແຜນການ-ການລົງທຶນ ແລະ ຂະແໜງການກ່ຽວຂ້ອງ ຕ້ອງສຸມໃສ່ວຽກງານສຳຄັນຈຳ ນວນໜຶ່ງ ດັ່ງນີ້: ບັນດາສະຫາຍສະມາຊິກພັກ ແລະ ພະນັກ ງານຕ້ອງເດັດຂາດ ເພີ່ມຄວາມເປັນເຈົ້າການຄວາມຮັບຜິດຊອບ ພາຍໃຕ້ຄໍາຂວັນ ສ້າງການຫັນປ່ຽນຢ່າງແຂງແຮງ ວຽກງານ ແຜນການ ແລະ ການລົງທຶນໃນເງື່ອນໄຂໃໝ່ ຕ້ອງບຸກທະລຸທາງດ້ານຈິນຕະນາການ ຄິດໃໝ່ ລຸກໃໝ່ ສ້າງການຫັນປ່ຽນໃນ ການເຮັດວຽກໃຫ້ວ່ອງໄວຂຶ້ນ ມີປະສິດທິພາບຂຶ້ນ ເຂົ້າໃຈສະພາບການປ່ຽນແປງທີ່ເກີດຂຶ້ນໃນແຕ່ລະໄລຍະ ຢ່າງພາວະວິໄສ ແລະ ແກ້ໄຂໃຫ້ທັນ ໂດຍອີງໃສ່ 3 ຫຼັກການ ທີ່ກໍານົດໃນວາລະແຫ່ງຊາດຄື:ເດັດດ່ຽວ-ເຂັ້ມງວດ ໂປ່ງໃສ ແລະ ເປັນມືອາຊີບ ຄືການສ້າງຄວາມເປັນນັກວິຊາການ ສ້າງຄວາມເປັນຊ່ຽວຊານໃຫ້ແກ່ອົງກອນ ແລະ ຕົນເອງ.

ສືບຕໍ່ເປັນເຈົ້າໃນການປະສານ ແລະ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງ ຍາກດ້ານເສດຖະ ກິດ-ການເງິນໃຫ້ເປັນຮູບປະທໍາ ນໍາໃຊ້ທຸກນະໂຍບາຍ ແລະ ມາດຕະການແກ້ໄຂ ແລະ ຄຸ້ມຄອງເສດຖະກິດມະຫາພາກ ໃຫ້ມີສະເຖຍລະພາບໂດຍພື້ນຖານ ແກ້ໄຂຄວາມກົດດັນດ້ານເສດຖະກິດ ໃຫ້ຜ່ອນເບົາລົງເທື່ອລະກ້າວ ຕ້ອງປະສານສົມ ທົບກັນຢ່າງກົມກຽວ ທັງໃນຂະແໜງການເອງ ຂະແໜງການດ້ວຍກັນ ແລະ ຂະແໜງການກັບທ້ອງຖິ່ນ ໃຫ້ມີປະສິດທິ ຜົນສູງຂຶ້ນ.

ສືບຕໍ່ຄົ້ນຄວ້າວິທີການຊໍາລະໜີ້ສິນ ທີ່ຍັງເຫຼືອດ້ວຍຮູບແບບຕ່າງໆ ໃນຂອບເພດານງົບປະມານທີ່ມີໃນແຕ່ລະປີ ແລະ ບໍ່ກະ ທົບຕໍ່ສະພາບຄ່ອງໃນການດໍາເນີນທຸລະກິດ ເຂັ້ມງວດໃນການປະຕິບັດກົດໝາຍລົງທຶນຂອງລັດ ເລກທີ 72/ສພຊ ແລະ ຄໍາແນະນໍາຕ່າງໆ ທີ່ກ່ຽວຂ້ອງ.
ສືບຕໍ່ຄຸ້ມຄອງ ແລະ ສົ່ງເສີມເຂດເສດຖະກິດພິເສດ ໃຫ້ກາຍເປັນກໍາລັງແຮງແທ້ຈິງ ໃຫ້ການພັດທະນາ ເສດຖະກິດ-ສັງຄົມ ພັດທະນາເຂດເສດຖະກິດພິເສດຕ້ອງໃຫ້ມີຈຸດສຸມ ມີການບໍລິຫານ ແລະ ຄຸ້ມຄອງເຂດໃຫ້ຮັດກຸມຕາມສັນຍາ ລະບຽບ ແລະ ກົດໝາຍຢ່າງເຄັ່ງຄັດ ການບໍລິການຂອງພາກລັດຢູ່ພາຍໃນເຂດເສດຖະ ກິດພິເສດ ກໍຕ້ອງເຮັດແບບປະຕູດຽວ ແລະ ຄົບຊຸດ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອໍານວຍຄວາມສະດວກໃຫ້ແກ່ຜູ້ລົງທຶນ ຮຽກຮ້ອງໃຫ້ບັນດາທ້ອງຖິ່ນທີ່ມີເຂດເສດຖະກິດ ພິເສດຕ້ອງລົງຕິດຕາມ ກວດກາຢ່າງໃກ້ຊິດໃນການຄຸ້ມຄອງບໍລິຫານ ໃຫ້ເຂົ້າສູ່ລະບຽບ ມີຄວາມສະຫງົບ ແລະ ເອົາການບໍລິ ການ ທີ່ມີຄວາມວ່ອງໄວ ສະດວກ ເພື່ອດຶງດູດການລົງທຶນເຂົ້າໃນເຂດແຕ່ລະແຫ່ງ ແລະ ບັນຫາອື່ນໆ.