ໂຮມຊຸມນຸມລະນຶກວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 74 ປີ

ກະຊວງປ້ອງກັນປະເທດ ຈັດໂຮມຊຸມນຸມເພື່ອລະນຶກວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 74 ປີ (20/1/1949-20/1/2023) ໃນວັນທີ 19 ມັງກອນ 2023 ທີ່ສະໂມສອນກະຊວງປ້ອງກັນປະເທດ ເປັນປະທານ ແລະ ປາຖະກະຖາຂອງ ສະຫາຍ ພົນໂທ ທອງລອຍ ສິລິວົງ ກຳມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ ການເມືອງກອງທັບ ມີພະນັກງານ-ນັກຮົບ ຈາກບັນດາອົງການ ຫ້ອງການ ແລະ ກົມກອງອ້ອມຂ້າງກະຊວງປ້ອງກັນປະເທດ ເຂົ້າຮ່ວມ.

ໂອກາດນີ້ ສະຫາຍ ພົນໂທ ທອງລອຍ ສິລິວົງ ໄດ້ຫວນຄືນປະຫວັດມູນເຊື້ອແຫ່ງການກໍາເນີດເຕີບໃຫຍ່ຂະຫຍາຍຕົວລວມ ທັງຜົນງານ ແລະ ໄຊຊະນະທີ່ກອງທັບປະຊາຊົນລາວ ຕະຫຼອດໄລຍະ 74 ປີຜ່ານມາ ໃນທ່າມກາງປະເທດຊາດ ຖືກພວກລ່າ ເມືອງຂຶ້ນເຂົ້າມາຮຸກຮານ ແລະ ຄອບຄອງປະເທດລາວເຮົາ ກອງທັບປະຊາຊົນລາວຈຶ່ງໄດ້ກຳເນີດເກີດຂຶ້ນ ເນື່ອງຈາກຂະບວນ ການປະຕິວັດຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າຜູ້ຮັກຊາດ ໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງວ່ອງໄວ ແຂງແຮງ ແລະ ກວ້າງ ຂວາງໃນເວລາ ນັ້ນມັນໄດ້ຮຽກຮ້ອງໃຫ້ການປະຕິວັດລາວຕ້ອງໄດ້ມີກຳລັງແຮງແກ່ນສານໜຶ່ງເອກະພາບກ່ຽວກັບການຈັດຕັ້ງ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການປະຕິວັດ ປົດປ່ອຍປະເທດຊາດ ອອກຈາກການຮຸກຮານ ແລະ ຢຶດຄອງຂອງພວກລ່າເມືອງຂຶ້ນດັ່ງກ່າວພ້ອມດ້ວຍລູກແຫຼ້ງຕີນມືຂອງພວກເຂົາ ເຊິ່ງໄດ້ຮຽກຮ້ອງໃຫ້ມີກຳລັງປະກອບ ອາວຸດອັນເຂັ້ມແຂງມີການຈັດຕັ້ງນຳພາ ບັນຊາເປັນເອກະພາບ ເພື່ອເປັນຫຼັກແຫຼ່ງແກ່ນສານຊຸກດັນໃຫ້ສົງຄາມປະຊາຊົນ ກ້າວໄປເຖິງໄຊຊະນະສຸດທ້າຍ.

ການສ້າງຕັ້ງ ກອງທັບປະຊາຊົນລາວ ແມ່ນມີຄວາມໝາຍຄວາມສໍາຄັນທີ່ສຸດ ເຊິ່ງເປັນເຫດການປະຫວັດ ສາດໜຶ່ງທີ່ສຳຄັນ ແລະ ບາດກ້າວແຫ່ງການຂະຫຍາຍຕົວຂອງການປະຕິວັດ ແມ່ນການເຕີບໃຫຍ່ຂະຫຍາຍຕົວຂອງການປະຕິວັດ ການເຕີບ ໃຫຍ່ເຂັ້ມແຂງຂອງກໍາລັງປະກອບອາວຸດປະຕິວັດ ທັງແມ່ນກອງທັບປະຕິວັດຂອງປະຊາຊົນລາວບັນດາເຜົ່າ ເປັນກຳລັງຫຼັກ ແຫຼ່ງໃຫ້ຂະບວນການຕໍ່ສູ້ຂອງປະຊາຊົນລາວ ເພື່ອຄວາມເປັນເອກະລາດແຫ່ງຊາດ ໂດຍພາຍໃຕ້ການນຳພາຂອງພັກ ປະຊາ ຊົນລາວບັນດາເຜົ່າ ໄດ້ລຸກຮື້ຂຶ້ນຕໍ່ສູ້ຕ້ານການຮຸກຮານ ຢ່າງເປັນຂະບວນຟົດຟື້ນໃນທົ່ວປະເທດ ໃນວັນທີ 20 ມັງກອນ 1949 ກອງທັບລາວອິດສະຫລະ ໄດ້ຮັບການປະກາດສ້າງຕັ້ງຂຶ້ນ (ເຊິ່ງເປັນຕົ້ນກຳເນີດຂອງກອງທັບເຮົາໃນປັດຈຸບັນ) ຢູ່ເຂດລາວຮຸ່ງ ພຽງສາ ເມືອງຊຽງຄໍ້ ແຂວງຫົວພັນ ໂດຍແມ່ນ ປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ຊີ້ນຳບັນຊາໂດຍ ກົງ.

ນັບແຕ່ກອງທັບໄດ້ຮັບການສ້າງຕັ້ງຂຶ້ນ ກໍໄດ້ຮັບພາລະອັນໜັກໜ່ວງຕໍ່ສູ້ ຕ້ານກັບຈັກກະພັດຜູ້ຮຸກຮານທັງແບບເກົ່າ ແລະ ໃໝ່ທີ່ມີອາວຸດ ພາຫະນະສົງຄາມ ແລະ ກຳລັງພົນທີ່ເໜືອກວ່າ ເພື່ອປົກປັກຮັກສາປະເທດຊາດ ແຕ່ດ້ວຍນ້ຳ ໃຈຮັກຊາດ ເດັດດ່ຽວໜຽວ     ແໜ້ນ ບໍ່ຍອມຈໍານົນ ກອງທັບໄດ້ຮ່ວມກັບປະຊາຊົນລາວບັນດາເຜົ່າ ສືບຕໍ່ດຳເນີນການຕໍ່ສູ້ຢ່າງອົງອາດກ້າ ຫານ ຍິ່ງຕີຍິ່ງໄດ້ຮັບໄຊຊະນະ ຍິ່ງຕີຍິ່ງເຕີບໃຫຍ່ເຂັ້ມແຂງ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສ້າງຕັ້ງລະ ບອບໃໝ່ ສາທາລະນະລັດປະ ຊາທິປະໄຕປະ ຊາຊົນລາວ ໃນວັນທີ 2 ທັນວາ 1975 ແລະ ພາຍຫຼັງປະເທດຊາດ ໄດ້ຮັບການ ປົດ ປ່ອຍ ກອງທັບ ກໍໄດ້ປະຕິບັດສອງໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ .

error: Content is protected !!