
ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ຈັດກອງປະຊຸມເຜີຍແຜ່ມາດ ຕະຖານຈັດລະດັບສະຖານທີ່ທ່ອງທ່ຽວຂອງ ສປປ ລາວ ໃຫ້ພາກລັດ-ພາກທຸລະກິດ ນວ ຂຶ້ນວັນທີ 19-20 ມັງກອນ 2023 ຢູ່ພະແນກດັ່ງກ່າວ ໂດຍເປັນປະທານຂອງ ທ່ານ ອຸ່ນທວງ ຂາວພັນ ຮອງລັດ ຖະມົນຕີກະຊວງ ຖວທ ມີ ທ່ານ ຄໍາຄູນ ໃບລາ ຕຣີ ຮອງຫົວໜ້າພະແນກ ຖວທ ນວ ທ່ານ ໂອເງິນ ປັນຍານຸວົງ ຮອງຫົວໜ້າກົມພັດທະນາການທ່ອງທ່ຽວ ບັນດາກົມ ຫ້ອງ ການ ຖວທ ເມືອງ ຜູ້ອໍານວຍການສະຖານທີ່ທ່ອງທ່ຽວ ຄະນະກໍາມະການປະເມີນຜົນມາດຕະຖານການທ່ອງທ່ຽວອາຊຽນ ຂັ້ນ ນວ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.

ທ່ານ ອຸ່ນທວງ ຂາວພັນ ກ່າວວ່າ: ກອງປະຊຸມຄັ້ງນີ້ ໄຂຂຶ້ນທ່າມກາງຫຼາຍປະເທດທົ່ວໂລກ ສືບຕໍ່ຟື້ນຟູການທ່ອງທ່ຽວຢ່າງຕໍ່ ເນື່ອງເປັນແຕ່ລະໄລຍະ ແລະ ເຫັນໄດ້ຢ່າງຊັດເຈນເມື່ອທຽບໃສ່ປີ 2021 ເດືອນມັງ ກອນ-ກັນຍາ 2022 ອົງການທ່ອງທ່ຽວ ໂລກ ຄາດຄະເນວ່ານັກທ່ອງທ່ຽວສາກົນ ມີເຖິງ 700 ລ້ານຄົນ ຂະນະດຽວກັນ ລັດຖະບານລາວ ກໍພວມສຸມໃສ່ຈັດຕັ້ງປະຕິ ບັດ 2 ວາລະແຫ່ງຊາດ ແຕ່ສູນກາງລົງສູ່ທ້ອງຖິ່ນຢ່າງກວ້າງຂວາງ ໃນນີ້ຂະແໜງການທ່ອງທ່ຽວ ແມ່ນຂະແໜງການໜຶ່ງທີ່ ຕິດພັນກັບວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ລັດຖະບານໄດ້ກໍານົດເອົາ ວຽກງານການທ່ອງທ່ຽວ ເປັນຂະແໜງເສດຖະກິດປາຍແຫຼມ ເພື່ອຊຸກຍູ້ ແລະ ຟື້ນຟູເສດຖະກິດ-ການເງິນແຫ່ງຊາດ ຈາກ ການຟື້ນຟູການທ່ອງທ່ຽວຢູ່ຫຼາຍປະເທດ ສະແດງໃຫ້ເຫັນວ່າການທ່ອງທ່ຽວກາຍເປັນກະແຈສໍາຄັນປະກອບສ່ວນໃນ ການ ຟື້ນຟູເສດຖະກິດ-ສັງຄົມ ທັງຊ່ວຍຂັບເຄື່ອນຕ່ອງໂສ້ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງໄປໃນຕົວ ຊ່ຽວຊານສາ ກົນຄາດຄະເນວ່າສະພາບແວດລ້ອມດ້ານເສດຖະກິດ ຍັງເປັນບັນຫາຫຼັກໃນການຟື້ນຟູການທ່ອງ ທ່ຽວສາກົນ ເປັນຕົ້ນບັນ ຫາອັດຕາເງິນເຟີ້ ແລະ ລາຄານໍ້າມັນສູງຂຶ້ນ ເຮັດໃຫ້ລາຄາການເດີນທາງ ແລະ ສະ ຖານທີ່ພັກເຊົາສູງຂຶ້ນ.

ອົງການທ່ອງທ່ຽວໂລກ ໄດ້ກໍານົດກິດຈະກໍາບູລິມະສິດເພື່ອສຸມໃສ່ປະຕິບັດ ປີ 2022-2023 ມີ 5 ຂົງ ເຂດ ຄື: ເຮັດໃຫ້ການ ທ່ອງທ່ຽວມີຄວາມທັນສະໄໝກວ່າເກົ່າ ໂດຍການນໍາໃຊ້ນະວັດຕະກໍາ ແລະ ຫັນເປັນລະບົບດີຈີຕອນຫຼາຍຂຶ້ນ ການລົງທຶນ ທີ່ເປັນມິດກັບສິ່ງແວດລ້ອມ ແລະ ຄວາມເປັນເຈົ້າການຂອງຜູ້ປະກອບການທຸລະກິດ ການສຶກສາ ແລະ ການສ້າງວຽກເຮັດ ງານທໍາ ສ້າງໃຫ້ຂະແໜງທ່ອງທ່ຽວສາມາດປັບຕົວເຂົ້າກັບສະພາບການຕ່າງໆໄດ້ ສົ່ງເສີມການຕະຫຼາດແບບທັນສະໄໝ ອໍານວຍຄວາມສະດວກໃຫ້ການເດີນທາງຂອງນັກທ່ອງທ່ຽວ ແລະ ປົກປັກຮັກສາມໍລະດົກທາງສັງຄົມ ວັດທະນະທໍາ ແລະ ສິ່ງແວດລ້ອມທີ່ຍືນຍົງ ເຊິ່ງກ່ອນການແຜ່ລະບາດຂອງພະຍາດໂຄວິດ-19 ການທ່ອງທ່ຽວໃນພາກພື້ນ ແລະ ສາກົນ ຂະ ຫຍາຍຕົວຢ່າງເຂັ້ມແຂງ ເຖິງວ່າ 2 ປີຜ່ານມາ ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ການທ່ອງທ່ຽວໃນທົ່ວໂລກ ຢຸດສະງັກ ແລະ ສົ່ງຜົນກະທົບໂດຍກົງຕໍ່ຫົວຫນ່ວຍທຸລະກິດທ່ອງທ່ຽວຢ່າງໜັກໜ່ວງ ແຕ່ພາຍຫຼັງຫຼາຍປະເທດໄດ້ກັບ ມາ ເປີດປະເທດ ເພື່ອເປີດການທ່ອງທ່ຽວຄືນໃໝ່ ການທ່ອງທ່ຽວໃນພາກພື້ນ ແລະ ສາກົນ ໄດ້ຄ່ອຍຟື້ນໂຕຂຶ້ນເປັນກ້າວໆ ເວົ້າ ສະເພາະຢູ່ ສປປ ລາວ ນັບແຕ່ລັດຖະບານໄດ້ເປີດປະເທດແບບເຕັມຮູບແບບ ວັນທີ 1 ມັງ ກອນ-30 ກັນຍາ 2022 ມີນັກ ທ່ອງທ່ຽວເຂົ້າມາທ່ຽວ 1.681.806 ຄົນ ທຽບໃສ່ແຜນປີ 2022 ເທົ່າກັບ 85,54% ໃນນີ້ມີນັກທ່ອງທ່ຽວພາຍໃນ 1.037.050 ຄົນ ເທົ່າກັບ 97,28% ນັກທ່ອງທ່ຽວສາກົນ 644.756 ຄົນ ເທົ່າກັບ 71,63% ສ້າງລາຍຮັບໄດ້ປະມານ 219.107.254 ໂດລາ ສະຫະລັດ ເຊິ່ງຖືວ່າການທ່ອງທ່ຽວລາວ ພວມມີທ່າກ້າວຂະຫຍາຍຕົວໃນຈັງຫວະທີ່ດີຂຶ້ນ ທຽບໃສ່ຂະແໜງການເສດຖະກິດອື່ນ ປະກອບສ່ວນສໍາຄັນໃນການສ້າງລາຍຮັບເປັນເງິນຕາຕ່າງປະເທດ ເຂົ້າສູ່ລະບົບຄັງເງິນແຫ່ງຊາດ ທັງສ້າງວຽກເຮັດງານ ທຳ ແລະ ກະຈາຍລາຍຮັບລົງສູ່ປະຊາຊົນບັນດາເຜົ່າໃນຕົວເມືອງ ແລະ ຊົນນະບົດຢ່າງກວ້າງຂວາງ.
ການຈັດກອງປະຊຸມຄັ້ງນີ້ ສອດຄ່ອງກັບກາລະໂອກາດທີ່ຂະແໜງການອ້ອມຂ້າງ ສູນກາງ ແລະ ທ້ອງຖິ່ນ ຕ້ອງໄດ້ຮ່ວມມື ກັນຢ່າງມີຈຸດສຸມ ຊ່ວຍກັນປັບປຸງສະຖານທີ່ທ່ອງທ່ຽວທຸກປະເພດ ໃຫ້ໄດ້ມາດຕະຖານ ເປັນຕົ້ນ ປັບປຸງເສັ້ນທາງເຂົ້າເຖິງ ສະຖານທີ່ທ່ອງທ່ຽວ ຄວາມສະອາດ ຄວາມປອດໄພ ການບໍລິການຄົມມະນາຄົມ ແລະ ການສື່ສານ ການບໍລິການທີ່ປະທັບ ໃຈເພື່ອສ້າງຄວາມເພິ່ງພໍໃຈໃຫ້ນັກທ່ອງທ່ຽວ ມາແລ້ວຢາກກັບຄືນມາທ່ຽວອີກ ນອກນີ້ວຽກງານການຈັດລະດັບສະຖານ ທີ່ທ່ອງທ່ຽວ ຍັງເປັນການຜັນຂະຫຍາຍວິໄສທັດຂອງວຽກງານ ຖວທ ສໍາລັບປີ 2016-2025 ແລະ ວິໄສທັດຮອດປີ 2030 ເພື່ອເຮັດໃຫ້ສະຖານທີ່ທ່ອງທ່ຽວ ໄດ້ຮັບການພັດ ທະນາຢ່າງມີຈຸດສຸມ ມີຄຸນນະພາບ ແລະ ຮັບປະກັນການພັດທະນາໃຫ້ ຖືກຕ້ອງ ຕາມຄວາມຕ້ອງການຂອງຕະ ຫຼາດເປົ້າໝາຍ ບົນພື້ນຖານການມີສ່ວນຮ່ວມຂອງທຸກພາກສ່ວນ ແລະ ໄດ້ຮັບຜົນປະໂຫຍດຮ່ວມກັນ.
ຂ່າວ: ສະບາໄພ