ສ້າງຄວາມເຂົ້າໃຈກ່ຽວກັບການຄວບຄຸມໄຂ້ຍຸງລາຍ ໂດຍນຳໃຊ້ວິທີການໂວບັກເຄຍ

ກອງປະຊຸມວິຊາການດ້ານການໂຄສະນາສື່ສານ ແລະ ການມີສ່ວນຮ່ວມ ຈັດຂຶ້ນວັນທີ 19 ມັງກອນ 2023 ທີ່ໂຮງແຮມຄຣາວ ພລາຊາ ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ວິສິດ ຄຳລືຊາ ຫົວໜ້າ ສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ ກະຊວງສາທາລະນະສຸກ ມີຕາງໜ້າຈາກກົມຄວບຄຸມພະຍາດ ຕິດຕໍ່ ສູນໄຂ້ຍຸງ ແມ່ກາຝາກ ແລະ ແມງໄມ້ ຂະແໜງຄວບ ຄຸມພະຍາດຕິດຕໍ່ ພະແນກສາທາລະນະສຸກ ນວ ແລະ ບັນດາສື່ມວນຊົນເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອຮັບຟັງການນຳສະເໜີພາບລວມຂອງໂຄງການຄວບຄຸມໄຂ້ຍຸງລາຍ ໂດຍນຳໃຊ້ວິທີການ ໂວບັກເຄຍ (Wolbachia) ຢູ່ນະຄອນຫຼວງວຽງຈັນ ການສ້າງຄວາມເຂົ້າໃຈເປັນເອກະພາບຮ່ວມກັບສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ ແລະ ບັນດາສື່ມວນຊົນຈາກພາກສ່ວນທີ່ກ່ຽວຂ້ອງ ຕໍ່ກັບຍຸດທະສາດການສື່ສານ ແລະ ການມີສ່ວນຮ່ວມ ຂອງໂຄງການຄວບຄຸມໄຂ້ຍຸງລາຍ ຢູ່ນະຄອນຫຼວງວຽງຈັນ ທົບທວນ ແລະ ໃຫ້ຄຳເຫັນແນະນໍາຕໍ່ກັບສື່ໂຄສະນາສຸຂະສຶກສາ ສຳລັບຮັບໃຊ້ກິດຈະ ກຳໂຄງການຄວບຄຸມໄຂ້ຍຸງລາຍ ຢູ່ນະຄອນຫຼວງວຽງຈັນ ພ້ອມທັງສົນທະນາແລກປ່ຽນບົດຮຽນ ປະສົບ ການ ແລະ ວິທີການເຮັດໂຄສະນາສື່ສານທີ່ໄດ້ຮັບຜົນດີ ແລະ ສ້າງແຜນກິດຈະກຳລົງໂຄສະນາເຜີຍແຜ່ຂໍ້ມູນຂ່າວສານກ່ຽວ ກັບການຄວບຄຸມໄຂ້ຍຸງລາຍ ໂດຍນຳໃຊ້ວິທີການໂວບັກເຄຍ.

ໂຄງການຄວບຄຸມປະຊາກອນຍຸງໂລກ ໄດ້ນຳໃຊ້ແບັກທີເຣຍທີ່ເກີດຕາມທຳມະຊາດ ທີ່ເອີ້ນວ່າ:ໂວບັກເຄຍ (Wolbachia) ເພື່ອຫຼຸດຜ່ອນຄວາມສາມາດຂອງຍຸງໃນການສົ່ງເຊື້ອໄວຣັສໄປຫາຄົນ ຜົນການ ຄົ້ນຄວ້າ ແລະ ການທົດລອງຢູ່ພາກສະໜາມ ເປັນເວລາຫຼາຍທົດສະວັດ ທີ່ໄດ້ຮັບການຢັ້ງຢືນເຖິງຜົນສຳ ເລັດ ເຊິ່ງໂຄງການ WMP ໄດ້ຮ່ວມມືກັບຊຸມຊົນໃນ 12 ປະເທດ ທົ່ວໂລກລວມທັງປະເທດລາວ ເພື່ອຜັນ ຂະຫຍາຍວິທີການໃໝ່ ໂຄງການຄວບຄຸມໄຂ້ຍຸງລາຍນີ້ ເປັນໂຄງການຕົວແບບໃນ ການ ປ່ອຍຍຸງທີ່ມີເຊື້ອ ແບັກທີເຣຍໄປປະສົມພັນກັບຍຸງລຳຄານ ແລະ ຍຸງລາຍບ້ານ ເຊິ່ງເປັນວິທີການທີ່ປອດໄພ ເປັນທຳມະ ຊາດ ແລະ ມີປະສິດທິພາບ ໃນການປ້ອງກັນພະຍາດທີ່ມີຍຸງລາຍເປັນພາຫະນະນຳເຊື້ອ ສຳລັບໂຄງການ ດັ່ງກ່າວນີ້ ແມ່ນຈະ ເລີ່ມທົດລອງໃນເດືອນເມສາ 2023 ນີ້ ຢູ່ 2 ເມືອງໃນນະຄອນຫຼວງວຽງຈັນ ຄື:ເມືອງ ຈັນທະບູລີ ແລະ ເມືອງໄຊເຊດຖາ.

ຂ່າວ: ຊີລິການດາ

error: Content is protected !!