ເຈົ້າຄອງ ນວ ພ້ອມຄະນະ ເຄື່ອນໄຫວຢ້ຽມຢາມ ກອງພັນນ້ອຍທະຫານຮາບ 511

ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊົນລາວຄົບຮອບ 74 ປີ (20/1/1949-20/1/2022) ທ່ານ ອາດສະພັງທອງ ສີພັນ ດອນ ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທໍາ ພ້ອມດ້ວຍບັນດາຫົວໜ້າ ຮອງຫົວໜ້າພະແນກການອ້ອມຂ້າງ ນະຄອນຫຼວງວຽງຈັນ (ນວ) ໄດ້ເຄື່ອນໄຫວຢ້ຽມຢາມກອງພັນນ້ອຍທະຫານຮາບ 511 ກອງບັນຊາການທະຫານ ນວ ວັນທີ 18 ມັງກອນ 2022 ໂດຍໄດ້ຖືກຕ້ອນຮັບຈາກ ທ່ານ ພົນຈັດຕະວາ ໄພວັນ ຈັນທະພົມ ມາ ຫົວໜ້າການເມືອງກອງບັນຊາການທະຫານ ນວ ແລະ ທ່ານ ພັນໂທ ຄໍາມ່ວນ ຄວນວິຈິດ ຫົວໜ້າກອງພັນນ້ອຍທະ ຫານຮາບ 511 ພ້ອມດ້ວຍຄະນະພັກຄະນະບັນຊາ ນາຍທະຫານ ແລະ ພົນທະຫານ.

ການເຄື່ອນໄຫວຄັ້ງນີ້ທ່ານເຈົ້າຄອງ ນວ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມສະຖານທີ່ຄ້າຍຄູກອງຮ້ອຍ 3 ຕັ້ງຢູ່ດົງປ່າແຄນ ບ້ານຊໍ້ ເປັນກອງຮ້ອຍທະຫານຮາບ ພ້ອມນັ້ນໄດ້ພົບປະໂອ້ລົມກັບນາຍທະຫານ ແລະ ພົນທະຫານ ທີ່ກອງພັນນ້ອຍທະ ຫານຮາບ 511 ເຊິ່ງ ທ່ານ ພັນໂທ ຄໍາມ່ວນ ຄວນວິຈິດ ໄດ້ລາຍງານສະພາບໂດຍຫຍໍ້ໃຫ້ຮູ້ວ່າ: ກອງພັນນ້ອຍທະຫານຮາບ 511 ແມ່ນກອງພັນໜຶ່ງທີ່ຢູ່ໃຕ້ການຊີ້ນໍາພາ-ບັນຊາໂດຍກົງຮອບດ້ານຂອງກອງບັນຊາການທະຫານ ນວ ມີໜ້າທີ່ເຄື່ອນໄຫວ ເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ພ້ອມທັງປົກປັກຮັກສາເຂດນໍ້າດິນແດນພາຍໃນ ເມືອງສັງທອງ ໂດຍສະ ເພາະ ຂອບເຂດຄວາມຮັບຜິດຊອບຂອງກົມກອງໃຫ້ມີຄວາມສະຫງົບ.

ນອກນັ້ນມີໜ້າທີ່ສົມທົບກັບກົມກອງເພື່ອນ ແລະ ອໍານາດການປົກຄອງທ້ອງຖິ່ນ ຕ້ານ ແລະ ສະກັດກັ້ນປາກົດການຫຍໍ້າທໍ້ ທີ່ເກີດຂຶ້ນໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ ຄຽງຄູ່ກັນນັ້ນການປັບປຸງກໍ່ສ້າງກົມກອງໄດ້ປະຕິບັດຕາມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນປະເທດວາງ ເອົາໃຈໃສ່ກໍ່ສ້າງກົມກອງ ແລະ ລົງເລິກຊີ້ນໍາວຽກງານການຜະລິດໂດຍປະຕິບັດ 4 ປູກ 4 ລ້ຽງ ເປັນຂະບວນຟົດຟື້ນ ສຸມໃສ່ການປູກພືດຕາມລະດູການ ເພື່ອປ້ອນເຂົ້າເຮືອນຄົວລວມ ແລະ ສົ່ງອອກຂາຍຕາມ ທ້ອງຄະຫຼາດໄດ້ 5.458 ກິໂລກຼາມ ສ່ວນການລ້ຽງສັດມີງົວ 23 ໂຕ ໝູ 16 ໂຕ ແບ້ 13 ໂຕ ກົບ ສັດປີກ 823 ໂຕ ແລະ ລ້ຽງກົບ ຈໍານວນໜຶ່ງ.

ໂອກາດນີ້ ທ່ານ ອາດສະພັງທອງ ສີພັນດອນ ໄດ້ມີຄໍາເຫັນໂອ້ລົມ ເຊິ່ງໄດ້ເນັ້ນໃຫ້ກອງພັນນ້ອຍທະຫານຮາບ 511 ມີສະຕິ ເພີ່ມທະວີຄວາມສາມັກຄີ ເປັນປຶກແຜ່ນ ເປັນຈິດໜຶ່ງໃຈດຽວພ້ອມທັງສຸມທຸກສະຕິປັນຍາ ກໍາລັງແຮງເພື່ອມ້າງເພທຳລາຍ ກົນອຸບາຍ ຂອງສັດຕູ ສຸມໃສ່ຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້ດ້ານຕ່າງໆໃນສັງຄົມໃຫ້ໝົດໄປ ເພື່ອເຮັດສຳເລັດໜ້າທີ່ ອັນໜັກໜ່ວງ ແລະ ມີກຽດສະຫງ່າທີ່ປະເທດຊາດ ແລະ ປະຊາຊົນມອບໝາຍໃຫ້ບັນດາພະນັກງານ-ນັກຮົບ ນາຍ ແລະ ພົນທະຫານ ໃນທົ່ວກອງບັນຊາການກໍຄືກອງພັນນ້ອຍທະຫານຮາບ 511 ຕ້ອງໄດ້ເສີມສ້າງອອກແຮງເສີມຂະຫຍາຍທາດ ແທ້ ມູນເຊື້ອຂອງຊາດ ແລະ ຂອງກອງທັບ ເດັດດ່ຽວປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານ ຢ່າງມີຫຼັກການຂອງພັກ ເສີມຂະຫຍາຍບົດບາດເປັນກຳລັງຫຼັກແຫຼ່ງແກ່ນສານໃນການຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດ ໃນໄລຍະ ໃໝ່ທີ່ວາງ ອອກ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ໃຫ້ຍືນຍົງ.

ຕອນທ້າຍທ່ານ ອາດສະພັງທອງ ສີພັນດອນ ພ້ອມຄະນະຍັງໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ສົມ ທົບທຶນກໍ່ສ້າງປະຕູ ໂຂງ ບ່ອນຈອດລົດ ແລະ ນໍາບາດານໃຫ້ແກ່ ກອງພັນນ້ອຍທະຫານຮາບ 511 ລມມູນຄ່າ 290.439.000 ກີບ ນອກນີ້ພະ ແນກໂຍທາທິການ ແລະ ຂົນສົ່ງ ນວ ໄດ້ມອບເຄື່ອງອຸປະໂພກ-ບໍລິໂພກຈໍານວນໜຶ່ງ.

error: Content is protected !!