ຫ້າມຜະລິດ ຈຳໜ່າຍ ຈູດໝາກກະໂພກ ບັ້ງໄຟດອກ ໂຄມໄຟລອຍຟ້າ ແລະ ກໍ່ສຽງແຕກໃນງານປະເພນີຕ່າງໆ

ນະ​ຄອນຫຼວງວຽງ​ຈັນ ອອກ​ຄຳ​ສັ່ງ ວ່າດ້ວຍການເພີ່ມທະວີຈັດຕັ້ງປະຕິບັດ ການຫ້າມຜະລິດ ນຳເຂົ້າ ຊື້-ຂາຍ ມີໄວ້ໃນ ຄອບ ຄອງ ຈູດ ຫຼື ຍິໝາກກະໂພກ ບັ້ງໄຟ ດອກ ໂຄມໄຟລອຍຟ້າ ແລະ ກໍ່ສຽງແຕກໃນຕົວເມືອງ ແລະ ຊານເມືອງ ຫຼ້າ​ສຸດ ກອງບັນ ຊາການປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໄດ້​ອອກ​ຖະ​ແຫຼງ​ຂ່າວ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄຳ​ສັ່ງ​ສະ​ບັບ​ດັ່ງ​ກ່າວ ເພື່ອ​ຮັບ​ປ​ະ​ກັນ​ບໍ່​ໃຫ້​ມີ​ສຽງ​ແຕກ ຖ້າ​ຫາກ​ລະ​ເມີດ​ຈະ​ໃຊ້​ມ​າ​ດ​ຕະ​ການ​ປັບ​ໄໝ.

ທ່ານ ພັນເອກ ອຸບົນ ຈຸນລະມະນີ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ (ນວ) ທັງເປັນ ຫົວໜ້າຫ້ອງຕຳຫຼວດໄດ້ຖະແຫຼງກ່ຽວກັບຄຳສັ່ງຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ເລກທີ 01/ຈນວ ລົງວັນທີ 16 ມັງ ກອນ 2023 ວ່າດ້ວຍການເພີ່ມທະວີຈັດຕັ້ງປະຕິບັດ ການຫ້າມຜະລິດ ນຳເຂົ້າ ຊື້-ຂາຍ ມີໄວ້ໃນຄອບຄອງ ຈູດ ຫຼື ຍິໝາກກະ ໂພກ ບັ້ງໄຟດອກ ໂຄມໄຟລອຍຟ້າ ແລະ ກໍ່ສຽງແຕກໃນຕົວເມືອງ ແລະ ຊານເມືອງ ແລະ ແຈ້ງການເລກທີ 01/ຈນວ ລົງວັນ ທີ 16 ມັງກອນ 2023 ເລື່ອງໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດຄຳສັ່ງເພີ່ມທະວີເລກທີ 01/ຈນວ ໃນວັນທີ 18 ມັງກອນ 2023 ທີ່ ໂທລະພາບ ນວ ວ່າ: ອີງຕາມຄຳສັ່ງເລກທີ່01/ຈນວ ລົງວັນທີ 16 ມັງກອນ 2023 ໄດ້ແຈ້ງເຖິງບຸກຄົນ ນິຕິບຸກຄົນ ແລະ ການ ຈັດ ຕັ້ງທັງພາຍໃນ ແລະ ຕ່າງປະເທດທີ່ເຄື່ອນໄຫວຢູ່ນະຄອນຫຼວງວຽງຈັນ ຫ້າມເດັດຂາດ ບໍ່ໃຫ້ຜະລິດນຳເຂົ້າ ຂົນສົ່ງ ຊື້ ຂາຍ ມີໄວ້ໃນຄອບຄອງ ຈູດ ຫຼື ຍິງໝາກກະໂພກ ບັ້ງໄຟດອກ ໂຄມໄຟລອຍຟ້າ ແລະ ກໍ່ສຽງແຕກໃນຕົວເມືອງ ແລະ ຊານ ເມືອງ ນວ ໂດຍສະເພາະໃນງານສະເຫຼີມສະຫຼອງ ແລະ ເບີກບານມ່ວນຊື່ນຕ້ອນຮັບປີໃໝ່ສາກົນ ປີໃໝ່ລາວ ປີໃໝ່ຊົນ ເຜົ່າຕ່າງໆ ນໍເປ່ເຈົ້າ ກະເລີ່ ແລະ ງານບຸນປະເພນີອື່ນໆ ເຊັ່ນ ປີໃໝ່ຈີນ ຫວຽດນາມ  ງານເປີດບໍລິສັດ ຫ້າງຮ້ານ ແລະ ກິດຈະ ການຕ່າງໆ ຫຼື ໃນຍາມໂສກເສົ້າເສຍໃຈ ເຊັ່ນ : ຍິງປືນ ຫຼື ຈູດໝາກກະໂພກເວລາມີຄົນໃນຄອບຄົວເສຍຊີວິດ ຫຼື ງານຊາປະ ນາກິດສົບ .

ຕໍ່ຜູ້ລະເມີດຂໍ້ຫ້າມຂອງຄຳສັ່ງສະບັບນີ້ໃຫ້ເຈົ້າໜ້າທີ່ຕຳຫຼວດ ທະຫານ ກອງຫຼອນ ພາສີ ກວດກາ ການຄ້ານຳໃຊ້ມາດຕະ ການປັບໄໝ ສຳລັບບຸກຄົນມີໝາກກະໂພກ ບັ້ງໄຟດອກ ໂຄມໄຟລອຍຟ້າ ແລະ ວັດຖຸກໍ່ສຽງແຕກໄວ້ໃນຄອບຄອງຈະຖືກຢຶດ ແລະ ປັບໃໝ 1 ແສນກີບຕໍ່ 100 ກຣາມ ຖ້າຈູດ ຫຼື ກໍ່ສຽງແຕກຈະຖືກປັບໃໝ 5 ແສນກີບຕໍ່ລູກ ຫຼື ຕໍ່ໜ່ວຍຕໍ່ອັນ ສ່ວນ ນິຕິ ບຸກຄົນ ແລະ ການຈັດຕັ້ງມີໝາກກະໂພກ ບັ້ງໄຟດອກ ໂຄມໄຟລອຍຟ້າ ແລະ ວັດຖຸກໍ່ສຽງແຕກໄວ້ໃນຄອບຄອງຈະຖືປັບໃໝ 5 ແສນກີບຕໍ່ 100 ກຣາມ ຖ້າຈູດ ຫຼື ກໍ່ສຽງແຕກຈະຖືກປັບໃໝ 1 ລ້ານກີບຕໍ່ລູກ ຫຼື ຕໍ່ໜ່ວຍ ຕໍ່ອັນ ພ້ອມທັງດຳເນີນມາດຕະ ການ ແລະ ດຳເນີນຄະດີຄື ຄັ້ງທີ 1 ສຶກສາອົບຮົມ ແລະ ເຮັດບົດບັນທຶກໄວ້ຢູ່ອົງການປົກຄອງບ້ານ ຫຼື ຢູ່ກອງບັນຊາການ ປກສ ເມືອງ ພ້ອມປັບໃໝ ແລະ ໃຫ້ຢຸດເຊົາທັນທີ ຄັ້ງທີ 2 ສຶກສາອົບຮົມ ແລະ ເຮັດບົດບັກທຶກໄວ້ຢູ່ອົງການປົກຄອງບ້ານ ຫຼື ກອງບັນຊາການ ປກສເມືອງ ພ້ອມປັບໃໝ ແລະ ນຳຕົວຜູ້ທີ່ລະເມີດຄຳສັ່ງໄປດຳເນີນຄະດີຕາມກົດໝາຍ ແລະ ລະບຽບການ ກ່ຽວຂ້ອງ.

ສຳລັບການລັກລອບຜະລິດ ຫຼື ນຳເຂົ້າ ແລະ ຂົນສົ່ງໝາກກະໂພກ ບັ້ງໄຟດອກ ໂຄມໄຟລອຍຟ້າ ແລະ ວັດຖຸກໍ່ສຽງແຕກແມ່ນ ໃຫ້ດຳເນີນມາດຕະການຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງຢ່າງເຂັ້ມງວດເດັດຂາດ .

ໃນກໍລະນີເຊິ່ງໜ້າໃນການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ແມ່ນໃຫ້ດຳເນີນຄະດີໄປພ້ອມເວັ້ນເສຍແຕ່ໄດ້ຮັບອະນຸຍາດຢ່າງ ເປັນທາງການຈາກກອງບັນຊາການທະຫານ ນວ  ຫຼື ກອງບັນຊາການປ້ອງກັນຄວາມສະຫງົບ ນວ ຫຼື ຂັ້ນສູນກາງ ແຕ່ເຖິງ ວ່າໄດ້ຮັບອະນຸຍາດຢ່າງເປັນທາງການ ກໍຕ້ອງແຈ້ງໃຫ້ອົງການປົກຄອງເມືອງ ບ້ານ ເພື່ອແຈ້ງໃຫ້ປະຊາຊົນ ແລະ ທຸກພາກ ສ່ວນທີ່ຈະໄດ້ຮັບຜົນກະທົບຈາກສຽງແຕກໄດ້ຮັບຊາບຢ່າງໜ້ອຍ 48 ຊົ່ວໂມງລ່ວງໜ້າ ຍົກເວັ້ນກອງກຳລັງ ປກຊ-ປກສ ທີ່ປະ ຕິບັດໜ້າທີ່.

error: Content is protected !!