3 ພາກສ່ວນ ພົບປະ ໂອກາດວັນສ້າງຕັ້ງກອງທັບຄົບຮອບ 74ປີ

ວາລະສານປ້ອງກັນຊາດ ກະຊວງປ້ອງກັນປະເທດ ວາລະສາປ້ອງກັນຄວາມສະຫງົບ ກະຊວງປ້ອງກັນຄວາມສະຫງົບ ແລະ ໜັງສືພິມວຽງຈັນໃໝ່ ວຽງ ຈັນທຸລະກິດ-ສັງຄົມ ພົບປະເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 74 ປີ.

ການພົບປະດັ່ງກ່າວມີຂຶ້ນໃນຕອນທ້າຍຂອງວັນທີ 18 ມັງກອນ 2023 ທີ່ສໍານັກງານວາລະສານປ້ອງ ກັນຊາດ ໂດຍມີ ທ່ານ ພັອ ທີມສາວ ດວງຈໍາປາ ຫົວໜ້າຄະນະບັນນາທິການວາລະສານປ້ອງກັນຊາດ ທ່ານ ພັທ ວັນຄໍາ ສາຍຕາແກ້ວ ຮອງຫົວໜ້າກົມສື່ມວນຊົນ ກະຊວງ ປກສ ຜູ້ຊີ້ນໍາວຽກງານວາ ລະສານປ້ອງກັນຄວາມສະຫງົບ ແລະ ທ່ານ ນາງ ແກ້ວຊ້ອນ ຈັນທະນາມ ຫົວໜ້າຄະນະບັນນາທິ ການໜັງສືພິມວຽງຈັນໃໝ່ ວຽງຈັນທຸລະກິດ-ສັງ ຄົມ ພ້ອມຄະນະຂອງທັງສາມພາກສ່ວນ.

ທ່ານ ພັອ ທີມສາວ ດວງຈໍາປາ ກ່າວວ່າ: ໃນໂອ ກາດວັນສ້າງຕັ້ງກອງທັບ ເພື່ອນໃນສາຍອາຊີບທັງ ສອງພາກສ່ວນ ໄດ້ມາພົບປະແລກປ່ຽນ ພ້ອມໄດ້ນໍາເອົາຈິດໃຈຂອງພະນັກງານຂອງທັງສອງພາກ ສ່ວນໄດ້ຢ້ຽມຢາມຖາມຂ່າວໃນວັນອັນທີ່ມີເນື້ອໃນຈິດໃຈທີ່ສໍາຄັນຂອງກໍາປ້ອງກັນຊາດ ກໍຄື ປະຊາ ຊົນລາວບັນດາເຜົ່າທົ່ວປະເທດ.

ໃນໄລຍະຜ່ານມາ 3 ພາກສ່ວນໄດ້ໄປມາ ຫາສູ່ ພົບປະໃນໄລຍະເວລາທີ່ເໝາະສົມ ເພື່ອພົບປະແລກປ່ຽນ ໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອເຮັດໃຫ້ວຽກງານສື່ສອດຫ້ອຍທຸກວຽກງານ ໃຫ້ຖືກຕ້ອງສອດຄ່ອງຕາມແຮງທາງນະໂຍບາຍຂອງພັກ ລະບຽບກົດໝາຍຂອງລັດ ໂຄສະນາຊຸກຍູ້ສົ່ງເສີມການເຄື່ອນໄຫວຂອງກໍາລັງ ປກຊ ປກສ ແລະ ວຽກງານປິ່ນອ້ອມໃຫ້ສອດຄ່ອງແຕ່ລະໄລ ຍະ.

ທ່ານ ພັອ ທີມສາວ ດວງຈໍາປາ ຫົວໜ້າຄະນະບັນ ນາທິການວາລະ ສານປ້ອງກັນຊາດ ໄດ້ກ່າວຕື່ມວ່າ: ຂ້າພະເຈົ້າຕາງໜ້າໃຫ້ກັບຄະ ນະບັນານທິ ການ ແລະ ພະນັກງານວິຊາການຂອງວາລະສານປ້ອງກັນຊາດ ແລະ ຫວັງວ່າການຮ່ວມມືທັງສາມພາກສ່ວນຈະໄດ້ສືບຕໍ່ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ.

error: Content is protected !!