ທ່ານຮອງນາຍົກລັດຖະມົນຕີ ຢ້ຽມຢາມກອງພັນໃຫຍ່ 497

ວັນທີ 17 ມັງກອນ 2023 ສະຫາຍ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງ ສູນກາງພັກຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍພັນລະຍາ ມີສະຫາຍ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າທະນາຄານ ແຫ່ງ ສປ ປ ລາວ ພ້ອມດ້ວຍຄະນະນຳກະຊວງການຕ່າງປະເທດ ແລະສາມອົງການຈັດຕັ້ງມະຫາຊົນ ລົງເຄື່ອນໄຫວຢ້ຽມຢາມອວຍ ພອນ ແລະ ພົບປະໂອ້ລົມ ບັນດານາຍ ແລະ ພົນທະຫານຢູ່ກອງພັນໃຫ່ຍ 497 ແຂວງວຽງຈັນ ເນື່ອງໃນໂອກາດວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 74 ປີ (20 ມັງກອນ 1949-20 ມັງກອນ 2023) ໄດ້ຮັບການຕ້ອນຮັບຈາກ ສະຫາຍ ພົນຕີ ປະສິດ ທ່ຽງທໍ ຄະນະປະຈໍາພັກ ກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເຕັກນິກ ກອງທັບປະຊາຊົນລາວ ຄະນະນຳກອງ ພົນ ກອງກຽດຕິຍົດ ບັນດາພະນັກງານຫຼັກແຫຼ່ງກົມກອງກ່ຽວຂ້ອງ ລວມທັງພະນັກງານປະຕິວັດອາວຸໂສບຳນານ ເຂົ້າຮ່ວມ.

ໂອກາດນີ້ ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ຮັບຟັງການລາຍງານສະພາບການໂດຍຫຍໍ້ ກ່ຽວກັບ ການເຄື່ອນໄຫວປະຕິບັດ ໜ້າທີ່ການເມືອງຂອງກົມກອງໃນໄລຍະຜ່ານມາ ຈາກສະຫາຍ ພັນເອກ ຄຳສຸກ ໄຊມວນສິນ ຫົວໜ້າການທະຫານກອງພັນ ໃຫ່ຍຕີພິເສດ 497 ໂດຍສະເພາະແມ່ນການປະຕິບັດແນວທາງປ້ອງກັນຊາດ ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ຂອງພັກໄລຍະຜ່ານມາ ສະພາບການພາກພື້ນ ແລະ ສາກົນ ແລະ ສະພາບການພາຍໃນປະເທດ ກໍຄື ກອງທັບ ໄດ້ປະເຊີນ ກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍດ້ານກໍຕາມ ແຕ່ບັນດາສະຫາຍຄະນະພັກ-ຄະນະບັນຊາ ພະນັກງານຫຼັກແຫຼ່ງ ກໍໄດ້ຕັ້ງ  ໜ້າສູ້ຊົນ ບຸກບືນຜ່ານຜ່າ ປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຜົນສຳເລັດຢ່າງມີຄວາມ ຮັບຜິດຊອບສູງ ປະກອບສ່ວນອັນສຳຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດຮັບປະກັນເອກະລາດ ແຫ່ງ ຊາດ ໄດ້ຮັບການປົກປ້ອງຢ່າງໝັ້ນຄົງ ການເມືອງສືບຕໍ່ມີສະຖຽນລະພາບ ລະບອບປະຊາທິປະໄຕປະຊາຊົນໄດ້ຮັບການ ເສີມຂະຫຍາຍ ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ສ້າງສະພາບແວດ ລ້ອມທີ່ສະຫງົບສັນຕິໃຫ້ແກ່ປະຊາຊົນ ໃນການດຳລົງຊີວິດ ທຳມາຫາກິນ ແລະ ສ້າງສາພັດທະນາປະເທດຊາດ.

ໂອກາດດຽວກັນ ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ອວຍພອນວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 74 ປີ ແຫ່ງການຕໍ່ສູ້ ແລະ ເຄື່ອນໄຫວຢ່າງລຽນຕິດໃນເງື່ອນໄຂທີ່ຫຍຸ້ງຍາກລໍາບາກ ແລະ ທຸລະກັນດານ ທີ່ສຸດນັ້ນ ພາຍໃຕ້ການນຳພາຂອງພັກ ບັນດາກຳລັງປະກອບອາວຸດປະຊາຊົນລາວ ໄດ້ເຮັດສຳເລັດພາລະກິດປະຕິວັດອັນຍິ່ງ ໃຫຍ່ ແລະ ໜັກໜ່ວງທີ່ພັກມອບໝາຍໃຫ້ຢ່າງສະຫງ່າງາມ ສ້າງຜົນງານອັນດີເດັ່ນ ວິລະກຳອັນລ້ຳເລີດ ປະດັບໄວ້ໃນໜ້າ ປະຫວັດສາດຂອງຊາດຢ່າງສົມກຽດ ສ້າງມູນເຊື້ອອັນດີງາມຫຼາຍປະການໄວ້ ໃຫ້ແກ່ກຳລັງປະກອບອາວຸດປະຕິວັດ ສົມແລ້ວ ທີ່ເປັນກອງທັບວິລະຊົນຂອງຊາດລາວວິລະຊົນ ໄດ້ຮັບຄຳສັນລະເສີນຈາກພັກ ແລະ ລັດ ວ່າ: “ກອງທັບ ຍາມໃດກໍນໍາໜ້າໃນ ທຸກວຽກງານ ເດັດດ່ຽວຜ່ານຜ່າທຸກອຸປະສັກ ຕີເອົາຊະນະສັດຕູທຸກໂຕ ສຳເລັດທຸກໜ້າທີ່ ສົມເປັນກຳລັງແກ່ນສານທີ່ເຂັ້ມ ແຂງຂອງການປະຕິວັດ ເປັນເຄື່ອງມືອັນແຫຼມຄົມຂອງພັກ” ສືບຕໍ່ມີຜົນງານໃນໄລຍະຕໍ່ສູ້ປົດປ່ອຍຊາດຢ່າງອົງອາດມີໄຊ ກໍຄື ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະ ເທດຊາດ ໄປຄຽງຄູ່ກັບການຮັບໃຊ້ສັງຄົມ ຮັບໃຊ້ປະຊາຊົນ.

ພ້ອມຕາງໜ້າໃຫ້ສູນກາງພັກ ລັດຖະບານ ແລະ ໃນນາມສ່ວນຕົວ ສະແດງຄວາມຍ້ອງຍໍສັນລະເສີນມາຍັງ ຄະນະພັກ-ຄະ ນະບັນຊາ ບັນດາສະຫາຍນາຍ ແລະ ພົນທະຫານ ໃນທົ່ວກົມກອງ ທີ່ໄດ້ພ້ອມກັນຕັ້ງໜ້າເຮັດສຳເລັດໜ້າທີ່ການເມືອງອັນມີ ກຽດສະຫງ່າຂອງຕົນ ພ້ອມກັນນີ້ຍັງໄດ້ນໍາເອົາຄວາມເປັນຫ່ວງເປັນໄຍ ແລະ ຢື້ຢາມຖາມຂ່າວອັນອົບອຸ່ນ ຄວາມສາມັກຄີຮັກ ແພງ ຂອງການນຳ ພັກ-ລັດ ຕໍ່ພະນັກງານ-ນັກຮົບ ແລະ ຄອບຄົວຜູ້ເສຍຊີວິດ ຜູ້ບາດເຈັບ ເຈັບປ່ວຍ ບັນດາຄອບຄົວນາຍ ແລະ ພົນທະຫານ ທີ່ກຳລັງປະຕິບັດໜ້າທີ່ຢູ່ເຂດທຸລະກັນດານ ລວມທັງພະນັກງານປະຕິວັດອາວຸໂສທີ່ອອກພັກຜ່ອນ ບຳ ນານ ແລະ ໄດ້ມອບວັດຖຸປັດໄຈ ແລະ ເຄື່ອງກີລາຈຳນວນໜຶ່ງ ໃຫ້ແກ່ກອງພົນໃຫຍ່ 497 ເພື່ອເປັນການຊຸກຍູ້ໃຫ້ກຳລັງໃຈ ບັນ ດານາຍ ແລະ ພົນທະຫານ ທີ່ກຳລັງປະຕິບັດໜ້າທີ່ວຽກງານ ຈາກນັ້ນ ສະຫາຍ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະ ນະ ໄດ້ສືບຕໍ່ລົງເຄື່ອນໄຫວຢ້ຽມຢາມກົມກອງຕົວແບບ ງ 423 ແລະ ຊົມການສະແດງລາຍການຕ່າງໆຢູ່ກອງເຄື່ອນທີ່ໄວ ງ 428 ຕື່ມອີກ.

error: Content is protected !!