ປັບປຸງເສັ້ນຈະລາຈອນຖະໜົນສາຍຫຼັກໃຫ້ສຳເລັດກາງປີນີ້

    ປັດຈຸບັນ ນະຄອນຫຼວງວຽງຈັນ (ນວ) ເລັ່ງປັບປຸງເສັ້ນຈະລາຈອນຖະໜົນສາຍຫຼັກຢູ່ຕົວເມືອງ ເພື່ອສ້າງຂະບວນການຕ້ອນຮັບວັນສຳຄັນຕ່າງໆຂອງພັກ-ຂອງຊາດ ເປັນຕົ້ນວັນສ້າງຕັ້ງພັກຄົບຮອບ 65 ປີ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະ ກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກ ນວ ທັງເປັນການສ້າງຄວາມຮັບປະກັນໃຫ້ແກ່ການສັນຈອນທີ່ມີຄວາມປອດໄພ.

    ທ່ານ ສີວອນ ຊັບທະວີ ຫົວໜ້າຂະແໜງຄຸ້ມຄອງການຂົນສົ່ງ ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ນວ ໃຫ້ສໍາພາດວັນທີ 17 ມີນາ 2020 ວ່າ: ອີງຕາມທິດຊີ້ນໍາຂອງທ່ານເຈົ້າຂອງ ນວ ແລະ ທ່ານລັດຖະມົນຕີກະຊວງ ຍທຂ ທີ່ໄດ້ປຶກສາຫາລືກັນໃນການກະກຽມໃສ່ວັນສຳຄັນຕ່າງໆຂອງພັກ-ຂອງຊາດ ພະແນກ ຍທຂ ນວ ໄດ້ມີໂຄງການປັບປຸງແຕ້ມເສັ້ນຈະລາຈອນ ໂດຍນຳໃຊ້ງົບປະມານຂອງລັດ ກອງທຶນຄວາມປອດໄພທາງຖະໜົນປະຈຳປີ 2020 ມູນຄ່າ 7,4 ຕື້ກີບ ປະຕິບັດຢູ່ 8 ເສັ້ນທາງຄື: ຖະໜົນໄກສອນພົມວິຫານ ຍາວ 10,7 ກິໂລແມັດ ຖະໜົນໜອງບອນ 3,47 ກິໂລແມັດ ຖະໜົນສາມແສນໄທ 3,2 ກິໂລແມັດ ຖະໜົນເສດຖາທິຣາດ 2 ກິໂລແມັດ ຖະໜົນເຈົ້າຟ້າງຸ່ມ 2,6 ກິໂລແມັດ ຖະໜົນສຸພານຸວົງ 6 ກິໂລແມັດ ຖະໜົນລ້ານຊ້າງ 1,2 ກິໂລແມັດ ແລະ ຖະໜົນທ່າເດື່ອ 10,5 ກິໂລແມັດ ນອກນັ້ນຍັງມີສາຍທາງຕັດເຊື່ອມຕໍ່ລະຫວ່າງເສັ້ນທາງຫາກັນ ຈັດຕັ້ງປະຕິບັດເປັນ 3 ທີມງາມ ໂດຍແມ່ນບໍລິສັດ ລາວມາກເກີ ເປັນຜູ້ຮັບເໝົາ ທີ່ເປັນບໍລິສັດທີ່ມີປະສົບການ ແລະ ມີເຄື່ອງມືທີ່ທັນສະໄໝ ໂຄງການຈະສຳເລັດເດືອນມີຖຸນາ 2020 ປັດຈຸບັນສຳເລັດຖະໜົນໄກສອນ ພົມວິຫານ ແລະ ຖະໜົນລ້ານຊ້າງ ພວມເລັ່ງປະຕິບັດຖະໜົນສຸພານຸວົງ ແລະ ຈະສຳເລັດຕົ້ນເດືອນເມສາ 2020 ພາຍຫຼັງສຳເລັດປັບປຸງແຕ້ມເສັ້ນຈະລາຈອນແລ້ວຈະສືບຕໍ່ປັບປຸງໄຟອຳນາດບາງຈຸດຈະໃຫ້ສຳເລັດເດືອນສິງຫາ 2020 ແລະ ການຈັດຕັ້ງປະຕິບັດຂອງບໍລິສັດແມ່ນເຮັດທັງເວັນ ແລະ ຄືນ ແຕ່ຈະຫຼີກລ່ຽງເວລາເລັ່ງດ່ວນ ໂດຍມີວິຊາການພະແນກ ຍທຂ ນວ ລົງຕິດຕາມກວດກາຢ່າງໃກ້ຊິດ ເພື່ອໃຫ້ໄດ້ມາດຖານ ແລະ ຄຸນນະພາບການແຕ້ມ ເຊິ່ງການແຕ້ມໄດ້ມີເຄື່ອງມືກວດກາທີ່ທັນສະໄໝ ໂດຍສະເພາະເຄື່ອງກວດແສງສະທ້ອນຕ່າງໆ ແລະ ຄວາມໜາ ເພື່ອໃຫ້ຄົບຕາມມາດຕະຖານເຄື່ອງໝາຍຈະລາຈອນທີ່ກະຊວງ ຍທຂ ວາງອອກ.

    ການແຕ້ມເຄື່ອງໝາຍຈະລາຈອນຄັ້ງນີ້ ໄດ້ມີການປັບປຸງຫຼາຍອັນ ໂດຍສະເພາະຜູ້ໃຊ້ລົດໃຊ້ຖະໜົນບາງຄົນຈະເຄີຍເຫັນເຄື່ອງໝາຍຈະລາຈອນເປັນຕົ້ນເສັ້ນທາງແບ່ງຊ່ອງທາງຈະລາຈອນຈາກເມື່ອກ່ອນເປັນສີຂາວ ປັດຈຸບັນໄດ້ປັບປ່ຽນມາເປັນສີເຫຼືອງ ແລະ ຄູກາງດອນກາງທາງຈາກເມື່ອກ່ອນເປັນຂາວແດງມາເປັນຂາວດຳ ໂດຍອີງໃສ່ມາດຕະຖານຂອງກະຊວງ ຍທຂ ວາງອອກ ດັ່ງນັ້ນ ຈຶ່ງໃຫ້ສັງຄົມເຂົ້າໃຈຕື່ມ ເນື່ອງຈາກາກນຈະລາຈອນໄລຍະໃໝ່ຈະບໍ່ເອົາສີຂອບທາງມາເປັນລະບຽບການຈອດລົດ ບໍ່ແມ່ນເຫັນຂາວດຳຈະຈອດລົດໄດ້ ບໍ່ແມ່ນແນວນັ້ນ ໃຫ້ປະຕິບັດຕາມປ້າຍຫ້າມຈອດ ແລະ ບ່ອນໃດບໍ່ມີປ້າຍກໍປະຕິບັດຕາມລະບຽບ ເປັນຕົ້ນຕໍ່ໜ້າສຳນັກງານອົງການ ເຮືອນຊານ ທາງໂຄງທາງແຄບ ທາງທີ່ແນມໄປທາງໜ້າບໍ່ເຫັນ 100 ແມັດ ໃກ້ຂົວກາງຂົວ ບ່ອນແອອັດ ໃກ້ທາງສີ່ແຍກສາມແຍກ ແລະ ອື່ນໆ ດັ່ງນັ້ນນັກຂັບຂີ່ຕ້ອງຮັບຮູ້ ເຊິ່ງການທາສີຄືນໃໝ່ຕາມມາດຕະຖານບໍ່ໃຫ້ເກີນ 2 ປີ ແຕ່ການປັບປຸງຄັ້ງນີ້ບໍ່ໄດ້ທາສີມາໄດ້ 5 ປີ ແລະ ທາຄັ້ງນີ້ ຄາດວ່າຈະໃຊ້ໄປໄດ້ 3 ປີ ຍ້ອນວ່າເສັ້ນທາງເລີ່ມສະອາດ ແລະ ໄດ້ຫ້າມບໍ່ໃຫ້ລົດບັນທຸກແລ່ນເສັ້ນທາງດັ່ງກ່າວ ຖ້າແຕ້ມສຳເລັດຈະຊ່ວຍໃຫ້ຜູ້ຂັບຂີ່ລົດສະດວກ ຫຼຸດຜ່ອນອຸບັດເຫດ ການສັນຈອນມີຄວາມຄ່ອງຕົວຂຶ້ນ ໂດຍສະເພາະຜູ້ຂັບຂີ່ຈະເຫັນຊ່ອງທາງການສັນຈອນໄດ້ງ່າຍທີ່ໄດ້ແຍກລະອຽດທາງລົດໃຫຍ່ ແລະ ລົດຈັກ.

    ໂອກາດນີ້ທ່ານ ສີວອນ ຊັບທະວີ ຍັງໄດ້ຮຽກຮ້ອງມາຍັງຜູ້ໃຊ້ລົດໃຊ້ຖະໜົນໃນໄລຍະປະຕິບັດໂຄງ ການໃຫ້ເພີ່ມຄວາມລະມັດລະວັງຕື່ມ ຫຼຸດຜ່ອນຄວາມໄວລົງ ແລະ ພາຍຫຼັງແຕ້ມສຳເລັດ ຢາກໃຫ້ຜູ້ໃຊ້ລົດເບິ່ງຄືນຕື່ມ ໜ້າທີ່ຂອງຕົນເອງໃນເວລາຂັບຂີ່ ໃຫ້ໄປຖືກຊ່ອງ ຖືກຈຸດທີ່ເຮົາຈະແລ່ນ ເປັນຕົ້ນການຈອດການແຊງ ການຢຸດ ບໍ່ໃຫ້ຈອດທາງມ້າລາຍ ແລະ ເວາລາຂັບຂີ່ລົດໄປເຫັນຄົນຍ່າງຂ້າມທາງກໍໃຫ້ກຽດເຂົາເຈົ້າໄປກ່ອນ ຫ້າມບີບແກໃສ່ຄົນຍ່າງຂ້າມທາງ ແລະ ອື່ນໆທີ່ເປັນມາລະຍາດທີ່ດີຂອງຜູ້ຂັບຂີ່ ຈົ່ງພ້ອມກັນປະຕິບັດລະບຽບກົດໝາຍຈະລາຈອນຢ່າງເຂັ້ມງວດ ເພື່ອຫຼຸດຜ່ອນອຸບັດເຫດໄດ້ຕາມທິດຊີ້ນຳຂອງຂັ້ນເທິງແຕ່ນີ້ຫາປີ 2025 ໃຫ້ຫຼຸດການເກີດອຸບັດເຫດລົງ 50%.

ພາບ-ຂ່າວ: ສົມສະຫວັນ       

error: Content is protected !!