ພິທີມອບ-ຮັບການຊ່ວຍເຫຼືອລ້າ ອຸປະກອນການແພດ ແລະ ຢາປົວພະຍາດເພື່ອຕອບໂຕ້ພະຍາດໂຄວິດ-19 ຈາກລັດຖະບານຈີນ ຈັັດຂຶ້ນວັນທີ 19 ມິຖຸນາ 2020 ທີ່ກະຊວງສາທາລະນະສຸກ ກ່າວມອບໂດຍຜູ້ຕາງໜ້າຄະນະທູດເສດຖະກິດຈີນປະຈຳລາວ ແລະ ກ່າວຮັບໂດຍທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ມີພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ສຳລັບການຊ່ວຍເຫຼືອລ້າຂອງລັດຖະບານຈີນຄັ້ງນີ້ ເປັນຄັ້ງທີ 4 ທີ່ໄດ້ນຳເອົາອຸປະກອນການແພດ ແລະ ຢາປົວພະຍາດໂຄວິດ ລວມມມູນຄ່າ 2.667.392 ໂດລາສະຫະລັດ ຫຼື ປະມານ 24 ຕື້ກີບ ນຳມາມອບໃຫ້ລັດຖະບານລາວເພື່ອຕອບໂຕ້ພະຍາດໂຄວິດ ເຊິ່ງທ່ານຮອງລັດຖະມົນຕີໄດ້ສະແດງຄວາມຂອບໃຈມາຍັງລັດຖະບານ ແລະ ປະຊາຊົນຈີນທີ່ໃຫ້ການຊ່ວຍເຫຼືອອັນລໍ້າຄ່າຄັ້ງນີ້ແກ່ລັດຖະບານລາວ ແລະ ຈະນຳໃຊ້ອຸປະກອນດັ່ງກ່າວເຂົ້າໃນການຕ້ານພະຍາດໂຄວິດຢູ່ລາວ.
# ຂ່າວ & ພາບ: ເພັດສະໝອນ