ຊ່ວຍເຫຼືອປະຊາຊົນຜູ້ທຸກຍາກ-ຮັບຜົນກະທົບຈາກໄພພິບັດ
ລັດຖະບານ ສ ເກົາຫຼີ ໄດ້ມອບເຂົ້າສານຈ້າວ 1.314 ໂຕນ ມູນຄ່າ 1,26 ລ້ານໂດລາສະຫະລັດ ໃຫ້ແກ່ລັດຖະບານລາວ ເພື່ອນຳໄປຊ່ວຍເຫຼືອປະຊາຊົນ ຜູ້ທຸກຍາກ ແລະ ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດໃນຂອບເຂດທົ່ວປະເທດ.



ການຊ່ວຍເຫຼືອຄັ້ງນີ້ເປັນການປະກອບສ່ວນສະໜັບສະໜູນປະຊາຊົນ ລາວ ໃນການແກ້ໄຂຜົນກະທົບທາງດ້ານເສດຖະກິດຈາກການແຜ່ລະບາດພະຍາດໂຄວິດ-19 ແລະ ຄວາມທ້າທາຍທາງດ້ານງົບປະມານທີ່ເກີດຈາກວິກິດການດ້ານສະບຽງອາຫານ ແລະ ນ້ຳ ມັນເຊື້ອໄຟໂລກ ດັ່ງນັ້ນສາທາລະນະລັດ ເກົາຫຼີ ຈຶ່ງໄດ້ສືບຕໍ່ບໍລິຈາກເຂົ້າສານເພື່ອແຈກຢາຍໃຫ້ປະຊາຊົນທີ່ດ້ອຍໂອກາດ ແລະ ຜູ້ທີ່ໄດ້ຮັບຜົນກະທົບໜັກຈາກວິກິດການດັ່ງກ່າວ.


ການຊ່ວຍເຫຼືອເຂົ້າສານຈ້າວຄັ້ງນີ້ເປັນປີທີສອງຕິດຕໍ່ກັນທີ່ ສ ເກົາຫຼີ ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໂດຍເຂົ້າຈໍານວນດັ່ງກ່າວ ໄດ້ຂົນສົ່ງມາຮອດລາວ ແລະ ໄດ້ຖືກເກັບຮັກສາໄວ້ເປັນຢ່າງດີ ທີ່ສາງນະຄອນຫຼວງວຽງຈັນ ເພື່ອຈະນຳໄປຊ່ວຍເຫຼືອປະຊາຊົນລາວຫຼາຍກວ່າ 100.000 ຄົນ ໃນຂອບເຂດທົ່ວປະເທດໄວໆນີ້.

ພິທີມອບ-ຮັບເຂົ້າຈໍານວນດັ່ງກ່າວໄດ້ຈັດຂຶ້ນວັນທີ 13 ມັງກອນຜ່ານມາ ທີ່ນະຄອນຫຼວງວຽງຈັນ ເຊິ່ງກ່າວມອບໂດຍ ທ່ານ ຢຸງ ຊູຈຸງ ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳລາວ ແລະ ຕາງໜ້າກ່າວຮັບໂດຍ ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໂດຍມີ ທ່ານ ຢານ ເດວບາເຣີ ຜູ້ອໍານວຍການອົງການອາຫານໂລກ ປະຈໍາ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.