ເມືອງສັງທອງ ນະຄອນຫຼວງວຽງຈັນ ກຽມຈັດງານບຸນປະເພນີກອງເຂົ້າຫອມສັງທອງ ແລະ ງານວາງສະ ແດງສິນຄ້າຢູ່ເມືອງສັງທອງ ປະຈຳປີ 2023 ເຊິ່ງປີນີ້ຈະໄດ້ຍ້າຍສະຖານທີ່ຈາກບ້ານໃຫຍ່ນາຈະເລີນ ເຂົ້າມາຈັດຢູ່ ບ້ານເພຍລາດ.
ການຈັດງານບຸນເທື່ອນີ້ ແນໃສ່ເພື່ອເປັນການປົກປັກຮັກສາ ແລະ ສົ່ງເສີມຮີດຄອງປະເພນີ ວັດທະນະທຳອັນດີງາມຂອງຊາດ ທັງເປັນການສຶກສາອົບຮົມ ປູກຈິດສຳນຶກໃຫ້ແກ່ຖັນແຖວຊາວໜຸ່ມ ເຍົາວະຊົນອານຸຊົນ ແລະ ປະຊາຊົນບັນດາເຜົ່າໃຫ້ຮັບຮູ້ແບບແຜນການດຳລົງຊີວິດຂອງປະຊາຊົນໃນເມື່ອກ່ອນຕິດພັນກັບຍຸກສະໄໝປະຈຸບັນ ທັງເປັນການດຶງດູດເອົານັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ.

ທ່ານ ສະແຫວງ ຊາໃນ ຫົວໜ້າຫ້ອງການຖະແຫຼ່ງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ເມືອງສັງທອງ ນະຄອນຫຼວງວຽງຈັນໄດ້ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ: ການຈັດງານບຸນປະເພນີດັ່ງກ່າວປະຈຳປີ 2022 ແມ່ນໄດ້ຮັບການຊີ້ນຳຈາກເຈົ້າເມືອງສັງທອງໂດຍມອບໃຫ້ ຫ້ອງການ ຖວທ ຫ້າງຫາກະກຽມໃນການຈັດງານບຸນປະເພນີນີ້ຂຶ້ນ ເຊິ່ງພາຍຫຼັງການນຳໄດ້ຮັບຮອງແລ້ວກໍໄດ້ມອບໝາຍໃຫ້ແຕ່ລະອະນຸກຳມະການໄດ້ມີການຈັດຕັ້ງເຄື່ອນໄຫວຕາມແຕ່ລະໜ້າທີ່ ມາຮອດປັດຈຸບັນການສ້າງຕັ້ງກອງເຂົ້າ ແລະ ຂະບວນການຕ່າງໆຖືວ່າໃກ້ຈະສຳເລັດ .

ສຳລັບການສ້າງຂະບວນການໃນງານປະເພນີດັ່ງກ່າວແມ່ນໄດ້ກະກຽມຄະນະສີລະປະເພື່ອມາສະແດງພາຍໃນງານແມ່ນມີຄວາມພ້ອມ 100% ໂດຍໄດ້ນຳໃຊ້ສິລະປະຂອງສະຫະພັນແມ່ຍິງບ້ານ ແລະ ນ້ອງນັກຮຽນປະກອບມີ 11 ຄະນະສິລະປະ ພ້ອມນີ້ຍັງໄດ້ກຽມຈັດການແຂ່ງຂັນກີລາເຊິ່ງຈະເລີ່ມແຂ່ງຂັນກີລາໃນວັນທີ 18 ມັງກອນເປັນຕົ້ນໄປ ມີ ກີລາ 2 ປະເພດຄື: ປະເພດບານເຕະ ແລະ ເປຕັງຍິງ-ຊາຍ.



ງານບຸນດັ່ງກ່າວຈະຈັດຂຶ້ນໃນວັນທີ 27 ຫາ 29 ມັງກອນ 2023 ຢູ່ ບ້ານເພຍລາດ ດັ່ງນັ້ນຈຶ່ງຂໍເຊີນຊວນບັນດາທ່ານ ແລະ ແຂກທີ່ມີກຽດ ນັກທຸລະກິດ ພໍ່ຄ້າຊາວຂາຍ ແລະ ປະຊາຊົນຊາວນະຄອນຫຼວງວຽງຈັນ ກໍຄື ບັນດາແຂວງຕ່າງໆ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເດີນທາງເຂົ້າມາທ່ຽວຊົມ.


ພາບ-ຂ່າວ ເພັດສະໝອນ ເບີກບາດດີ