ຍົກລະດັບທິດສະດີການເມືອງ-ການປົກຄອງ ໃຫ້ພະນັກງານຫຼັກແຫຼ່ງກະຊວງ ຕສ-ລລທ

ວັນທີ 16 ມັງກອນ 2023 ທີ່ສໍານັກງານໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ (ລລທ) ມີພິທີປິດເຝິກອົບ ຮົມທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ 45 ວັນ ຊຸດທີ IV ເປັນປະທານຂອງທ່ານ ສັນຕິສຸກ ສິມມາລາວົງ ຮອງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ຕສ) ມີ ທ່ານ ນາງ ບຸນມີ ຈຸນລະຈັກ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ທ່ານ ສຸພົນ ຈັນທະວີໄຊ ຜູ້ອໍານວຍການໃຫຍ່ ລລທ ພ້ອມແຂກທີ່ຖືກເຊີນ ແລະ ບັນດານັກ ເຝິກອົບຮົມເຂົ້າຮ່ວມ.

ທ່ານ ອາລຸນນະເດດ ບານຈິດ ຮອງຜູ້ອຳນວຍການໃຫຍ່ ລລທ ທັງເປັນຫົວໜ້າຄະນະຮັບຜິດຊອບຊຸດເຝິກອົບຮົມ ໄດ້ຜ່ານ ບົດສະຫຼຸບຜົນການຈັດຕັ້ງປະຕິບັດການເຝິກອົບຮົມທິດສະດີການເມືອງ ແລະ ການປົກຄອງ ໄລຍະສັ້ນ 45 ວັນ ຊຸດທີ IV ໄດ້ດໍາເນີນມາຕັ້ງແຕ່ວັນທີ 14 ພະຈິກ 2022 ຫາ 16 ມັງກອນ 2023 ມີສະ ມາຊິກພັກ ພະນັກງານຫຼັກແຫຼ່ງຈາກກະຊວງ ຕສ ແລະ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ເຂົ້າຮ່ວມເຝິກອົບຮົມທັງໝົດ 50 ສະຫາຍ ຍິງ 18 ສະຫາຍ ພ້ອມ ທັງໄດ້ລາຍງານສະພາບຈຸດພິເສດ ແລະ ລະດັບຄາດໝາຍ ຕີລາຄາຜົນສໍາເລັດການຈັດຕັ້ງປະຕິບັດຫຼັກສູດໃນຊຸດເຝິກອົບຮົມ ຄັ້ງນີ້ ຕໍ່ຄະນະປະທານ ແລະ ທີ່ປະຊຸມໄດ້ຮັບຊາບ ໂດຍລວມແມ່ນຢູ່ໃນລະດັບດີຫຼາຍກວມເອົາ 90% ຈາກນັ້ນ ນາງ ບຸນມີ ຈຸນລະຈັກ ຕາງໜ້າຄະນະປະທານ ໃຫ້ກຽດຂື້ນມອບໃບຢັ້ງຢືນໃຫ້ແກ່ນັກເຝິກອົບຮົມ.

ໂອກາດດຽວກັນນີ້ ທ່ານ ສັນຕິສຸກ ສິມມາລາວົງ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຄະນະພັກຮາກຖານ ບໍລິສັດ ລາວ ໂທລະ ຄົມມະນາຄົມ ມະຫາຊົນ ທີ່ໄດ້ເອົາໃຈໃສ່ວຽກງານເຝິກອົບຮົມທິດສະດີການເມືອງ ແລະ ການປົກຄອງ ໃຫ້ສະມາຊິກພັກ ພະນັກງານຫຼັກແຫຼ່ງຂອງຕົນ ຢ່າງສະໜໍ່າສະເໝີ ທີ່ສາມາດກໍາໄດ້ທິດສະດີມາກ-ເລນິນ ແນວຄິດໄກສອນ ພົມວິຫານ ແນວ ທາງນະໂຍບາຍຂອງພັກ-ລັດ ໃຫ້ເລິກເຊິ່ງ ສາມາດນໍາໄປໝູນໃຊ້ເຂົ້າໃນວຽກງານວິຊາສະເພາະຕົວຈິງຂອງຕົນ ໃຫ້ໄດ້ຮັບ ໝາກຜົນສູງສຸດ ທ່ານຍັງໄດ້ສະແດງຄວາມຂອບໃຈ ຕໍ່ຄະນະນໍາ ແລະ ບັນດາຄູອາຈານ ຈາກສະຖາບັນການເມືອງ ແລະ ການ ປົກຄອງແຫ່ງຊາດ ທີ່ໄດ້ໃຫ້ການຊຸກຍູ້ຊ່ວຍເຫຼືອດ້ານວຽກງານເຝິກອົບຮົມດ້ານທິດສະດີການເມືອງ ແລະ ການປົກຄອງ ໃຫ້ ກັບ ກະຊວງ ຕສ ເວົ້າລວມ ເວົ້າສະເພາະກໍຄື ບໍລິສັດ ລາວ ໂທລະຄົມມະນາຄົມ ມະ ຫາຊົນ ມາໂດຍຕະຫຼອດ.

ພາບ-ຂ່າວ ຊີລິການດາ

error: Content is protected !!