ສົດ ອ່າງມັດສາ ລ້ຽງງົວຂຸນເປັນສິນຄ້າສ້າງລາຍຮັບກວ່າ 40 ລ້ານກີບຕໍປີ

ທ້າວ ສົດ ອ່າງມັດສາ ປະຊາຊົນບ້ານປາກຕອນ ເມືອງສັງທອງ ນະຄອນຫຼວງວຽງຈັນ ໄດ້ປະກອບອາຊີບລ້ຽງງົວຂຸນເປັນສິນຄ້າ ເຊິ່ງສົ່ງຈໍາໜ່າຍຕະຫຼາດພາຍໃນ ແລະ ຕ່າງປະເທດ ສາມາດສ້າງລາຍຮັບ 40-50 ລ້ານກີບຕໍ່ປີ.

ທ້າວ ສົດ ອ່າງມັດສາ ໃຫ້ສໍາພາດວ່າ: ຕົນເປັນຜູ້ໜຶ່ງທີ່ມັກຮັກໃນການລ້ຽງສັດ ໃນເບື້ອງຕົ້ນໄດ້ລ້ຽງງົວພັນພື້ນເມືອງແບບປ່ອຍ ໃຊ້ເວລາ 3 ປີ ງົວຈຶ່ງມີການເຕີບໂຕ ແລະ ສາມາດຈໍາໜ່າຍໄດ້ ຈາກນັ້ນນັບແຕ່ປີ 2020 ເປັນຕົ້ນມາ ໄດ້ເຂົ້າຮ່ວມໂຄງການຊີ້ນງົວລາວ ເປັນໂຄງການຊ່ວຍເຫຼືອຈາກປະເທດນິວຊີແລນ ໃນນີ້ໂຄງການໄດ້ຊ່ວຍເຫຼືອໃຫ້ການແນະນໍາທາງດ້ານເຕັກນິກການລ້ຽງ ການປູກຫຍ້າ ການໃຫ້ອາ ຫານ ແລະ ສາຍໄຟກັ້ນສັດ ເຊິ່ງເບື້ອງຕົ້ນເຂົ້າຮ່ວມໂຄງການມີງົວ 4-5 ໂຕ ແລະ ໄດ້ບຸກເບີກເນື້ອທີ່ປູກຫຍ້າ ເພື່ອເປັນອາຫານໃຫ້ແກ່ງົວໃນເນື້ອທີ່ 1 ເຮັກຕາ ພ້ອມນັ້ນໄດ້ເຮັດຄອກ ເພື່ອເຮັດໃຫ້ການລ້ຽງ ແລະ ບົວລະບັດຮັກສາມີຄວາມສະດວກສະບາຍ ລວມມູນຄ່າການລົງທຶນ 200 ລ້ານກວ່າກີບ ນອກນີ້ໄດ້ຊື້ງົວງົວປະສົມພັນບາມັນ ແລະ ງົວພັນພື້ນເມືອງ ມາຈາກແຂວງອ້ອມຂ້າງ ໂດຍສະເພາະແຂວງໄຊຍະບູລີ ແລະ ບ້ານອ້ອມຂ້າງ ເພື່ອມາຂຸນຈໍາໜ່າຍສູ່ທ້ອງຕະຫຼາດ ເຊິ່ງໃຊ້ເວລາຂຸນພຽງແຕ່ 2-3 ເດືອນເທົ່ານັ້ນ.

ປັດຈຸບັນມີງົວຂຸນຈໍານວນທັງໝົດ 20 ໂຕ ໃນນີ້ງົວພັນປະສົມແມ່ນຈັດສົ່ງຕໍາໜ່າຍຈະຫຼາດ ສສ ຫວຽດນາມ ແລະ ສປ ຈີນ ສ່ວນງົວພັນພື້ນເມືອງຈັດສົ່ງຈໍາໜ່າຍຕະຫຼາດພາຍໃນ ສະເລ່ຍລາຍຮັບປີໜຶ່ງປະມານ 40-50 ລ້ານກີບຕໍ່ປີ. ພາບ-ຂ່າວ ຂັນທີວີ ພິມມະສອນ

error: Content is protected !!