ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມຄັ້ງປະຖົມມະເລິກ ສ້າງຕັ້ງສະມາຄົມອະນຸຮັກ ຢາພື້ນເມືອງລາວ ຂຶ້ນທີ່ນະຄອນ ຫຼວງວຽງຈັນ ແນໃສ່ເພື່ອອະນຸຮັກ ປົກປັກຮັກສາ ແລະ ເຕົ້າ ໂຮມເອົາບັນດານັກຮຽນຮູ້ ປັນຍາຊົນທຸກລະດັບ ໝໍຢາພື້ນເມືອງ ແລະ ຜູ້ປະກອບການດ້ານຢາພື້ນເມືອງ.

ພ້ອມນັ້ນ ຍັງໄດ້ຮັບຮອງເອົາກົດລະບຽບຂອງສະມາຄົມ ຮັບຮອງເອົາການເລືອກຕັ້ງຄະນະບໍລິຫານສະມາຄົມອະນຸລັກຢາພື້ນເມືອງ ສະໄໝທີ I ແລະ ພ້ອມທັງຮັບຮອງເອົາແຜນການເຄື່ອນໄຫວວຽກງານຂອງສະມາຄົມໃນຕໍ່ໜ້າ. ກອງປະດັ່ງກ່າວ ຈັດຂຶ້ນໃນວັນທີ 13 ມັງກອນ 2023 ທີ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມເປັນປະທານ ຂອງ ທ່ານ ດຣ. ຄຳເພັດ ມະນີວົງ ຄະນະຂົນຂວຍສ້າງຕັ້ງສະມາຄົມອຸນຸຮັກຢາພຶ້ນເມືອງລາວ ທ່ານ ປອ. ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ມີ ບັນດາອາດີດການນຳກະຊວງສາທາລະນະສຸກ ປະທານທີ່ປຶກສາກິດຕິມະສັກຂອງສະມາຄົມ ຜູ້ຊ່ຽວຊານດ້ານຢາພື້ນເມືອງ ສະມາຊິກຂອງສະມາຄົມ ແລະ ບັນດາກົມກອງທີ່ກ່ຽວຂ້ອງຈາກກະຊວງສາທາລະນະສຸກ ແລະ ຂະແໜງທີ່ກ່ຽວຂ້ອງເຂົ້າຮ່ວມ.

ພາບ-ຂ່າວຄັດຈາກ: ສູນເພື່ອຂໍ້ມູນຂ່າວສານເພື່ອສຸຂະພາບ-ສຸຂະສຶກສາ

error: Content is protected !!