ກຽມຄວາມພ້ອມ ເພື່ອປ້ອງກັນພະຍາດໂຄວິດໃຫ້ແຮງງານເຄື່ອນຍ້າຍ

    ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແລະ ອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ໄດ້ລົງນາມຂໍ້ຕົກລົງການຮ່ວມມືໂຄງການການເພີ່ມທະວີການກຽມພ້ອມເພື່ອປ້ອງກັນການລະບາດຂອງພະຍາດໂຄວິດ-19 ໃຫ້ແຮງງານເຄື່ອນຍ້າຍ ແລະ ຊຸມຊົນທີ່ໄດ້ຮັບຜົນກະທົບຈາກການເຄື່ອນຍ້າຍໃນລາວຂຶ້ນໃນອາທິດຜ່ານມາ ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ລົງນາມໂດຍທ່ານນາງ ອານຸສອນ ຄໍາສິງສະຫວັດ ຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ ແລະ ທ່ານ ນາງ ຊີນນ່າ ແວນ ແປມເມວໂຟກເນີ ຮັກສາການຫົວໜ້າຫ້ອງການອົງການ IOM ມີຕາງໜ້າຈາກພາກລັດຖະບານລາວ ອົງການ IOM ສູນບໍລິການຈັດຫາງານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ກະຊວງ ຮສສ ແລະ ອົງການ IOM ໄດ້ນໍາສະເໜີກ່ຽວກັບສະພາບການໃນປັດຈຸບັນຂອງຜູ້ອອກແຮງງານລາວທີ່ເດີນທາງກັນຄືນປະເທດຍ້ອນໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ ແລະ ນໍາສະເໜີກ່ຽວກັບບັນດາກິດຈະກໍາຂອງໂຄງການທີ່ຈະສາມາດສະໜັບສະໜູນພາກລັດໃນການຊ່ວຍເຫຼືອຜູ້ອອກແຮງງານທີ່ໄດ້ຮັບຜົນກະທົບດັ່ງກ່າວ ໂຄງການໄດ້ຖືກອອກແບບໂດຍຜ່ານການປຶກສາຫາລືຢ່າງໃກ້ຊິດລະຫວ່າງກົມພັດທະນາສີມືແຮງງານ ແລະ ຈັດຫາງານ ກະຊວງ ຮສສ ແລະ ອົງການ IOM ເພື່ອຮັບປະກັນການເຂົ້າເຖິງຂໍ້ມູນການປ້ອງກັນຕົນເອງຈາກການແຜ່ລະບາດຂອງພະຍາດໂຄວິດ ແລະ ການຊອກຫາວຽກເຮັດງານທໍາໃຫ້ແຮງງານເຄື່ອນຍ້າຍທີ່ໄດ້ຮັບຜົນກະທົບນັ້ນ ໂດຍມີໄລຍະເວລາຈັດຕັ້ງປະຕິບັດຮອດວັນທີ 30 ກັນຍາ 2020.

    ການຊ່ວຍເຫຼືອທາງດ້ານງົບປະມານ ໄດ້ຮັບການສະໜັບສະໜູນຈາກລັດຖະບານຍີ່ປຸ່ນ ພາຍໃຕ້ໂຄງການດັ່ງກ່າວນີ້ ຈະຊ່ວຍໃຫ້ພາກລັດຖະບານ ກໍຄືກະຊວງ ຮສສ ໃນການຊ່ວຍເຫຼືອຜູ້ອອກແຮງງານທີ່ໄດ້ຮັບຜົນກະທົບໃຫ້ສາມາດຮັບຮູ້ ແລະ ເຂົ້າໃຈເຖິງວິທີການປ້ອງກັນຕົນເອງຈາກເຊື້ອພະຍາດໂຄວິດຢ່າງຖືກຕ້ອງ ພ້ອມທັງຊຸກຍູ້ໃຫ້ເຂົາເຈົ້າສາມາດເຂົ້າເຖິງຕໍາແໜ່ງງານວ່າງຢູ່ພາຍໃນປະເທດ ແລະ ການໄປອອກແຮງງານຢູ່ຕ່າງປະເທດແບບຖືກກົດໝາຍຫຼາຍຂຶ້ນ ພ້ອມດຽວກັນນີ້ ຍັງເປັນການສະກັດກັ້ນການຖືກຈໍາແນກຂອງແຮງງານເຄື່ອນຍ້າຍໃນໄລຍະການແຜ່ລະບາດຂອງໂຄວິດ ໃນຂະນະທີ່ຈໍານວນຜູ້ຕິດເຊື້ອໂຄວິດໄດ້ເພີ່ມຂຶ້ນໃນຫຼາຍປະເທດ ກະຊວງ ຮສສ ແລະ ອົງການ IOM ມີຄວາມກັງວົນທີ່ສຸດ ກ່ຽວກັບຜົນກະທົບຕໍ່ກັບບັນດາແຮງງານເຄື່ອນຍ້າຍທັງພາຍໃນຕ່າງປະເທດ ແລະ ຜູ້ທີ່ມີຄວາມສ່ຽງອື່ນໆ ການປິດກິດຈະການຂອງຫົວໜ່ວຍທຸລະກິດ ແລະ ການຈໍາກັດການເດີນທາງຢູ່ປະເທດໃກ້ຄຽງ ໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງແຮງງານເຄື່ອນຍ້າຍ ອີງຕາມການລາຍງານຂອງຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ ມີແຮງງານເຄື່ອນຍ້າຍຫຼາຍກວ່າ 1 ແສນຄົນ ໄດ້ເດີນທາງກັບມາປະເທດລາວນັບແຕ່ເລີ່ມມີການລະບາດຂອງພະຍາດໂຄວິດ.

error: Content is protected !!