ບໍລິສັດ ບົວລະພາ ກະສິກຳ-ປ່່າໄມ້ ເດີນໜ້າຜະລິດໄມ້ອັດສົ່ງອອກ ໂດຍມີແຜນເຈາະຕະຫຼາດໃນທະວີບເອີຣົບຕື່ມອີກ ຂະນະທີ່ເລັ່ງສຳຫຼວດພື້ນທີ່ດິນໃນປ່າຜະລິດທີ່ຊຸດໂຊມເພື່ອສະໜອງເຂົ້າໃນການຜະລິດ.
ທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ ຮອງຜູ້ອຳນວຍການ ບໍລິສັດ ບົວລະພາ ກະສິກຳ-ປ່າໄມ້ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ປີ 2023 ບໍລິສັດ ບົວລະພາ ກະສິກຳ-ປ່່າໄມ້ ແມ່ນມີແຜນການເລັ່ງໃສ່ໂຮງງານໄມ້ອັດ ເພື່ອຜະລິດໄມ້ອັດສົ່ງອອກຂາຍໄປຕ່າງປະເທດ ປັດຈຸບັນຕະຫຼາດມີຄວາມຕ້ອງການ ຜະລິດຕະ ພັນກ່ຽວກັບໄມ້ຫຼາຍຂຶ້ນ ສະນັ້ນທາງບໍລິສັດກໍຈະເລັ່ງໃສ່ໂຮງງານໄມ້ອັດທີ່ສ້າງຂຶ້ນມາ ເພື່ອເດີນໜ້າຜະລິດ ຕອບສະໜອງຄວາມຕ້ອງການຂອງຕະຫຼາດ ປັດຈຸບັນຕະຫຼາດຮອງຮັບແມ່ນ ມີຢູ່ປະເທດອົສຕຣາລີ ອິນເດຍ ໄທ ນອກນັ້ນ ທາງບໍລິສັດກຳລັງເບິ່ງຕະຫຼາດຫຼາຍປະເທດໃນທະວີບເອີຣົບ ເພາະວ່າໂຮງງານໄມ້ອັດ ພວກເຮົາແມ່ນຜະລິດເປັນໄມ້ອັດທີ່ຢັ້ງຢືນຈາກ FFC ແລະ COC ຖືວ່າສາມາດຂາຍເຂົ້າໃນຕະຫຼາດເອີຣົບໄດ້ ໂດຍຜະລິດຕະພັນຂອງພວກເຮົາມີຫຼາກຫຼາຍເພື່ອກຽມສົ່ງໃຫ້ລູກຄ້າ.

ທ່ານກ່າວອີກວ່າ: ລັດຖະບານໄດ້ສົ່ງເສີມພື້ນທີ່ດິນ 60 ພັນເຮັກຕາ ໃນປ່າຜະລິດທີ່ຊຸດໂຊມ ເພື່ອປູກໄມ້ເຂົ້າມາປ້ອນໂຮງງານຂອງພວກເຮົາ ປັດຈຸບັນ ພາກລັດ ຮ່ວມກັບບໍລິສັດພວກເຮົາລົງສຳຫຼວດພື້ນທີ່ດິນໃນປ່າຜະລິດທີ່ຊຸດໂຊມເພື່ອກ້າວໄປສູ່ການປູກ ປັດຈຸບັນບໍລິສັດພວກເຮົາມີສວນປູກໄມ້ຢູ່ປະມານ 6.000 ກວ່າເຮັກຕາ ແລະ ມີແຜນປູກໃນປີ 2023 ປະມານ 1.000 ກວ່າເຮັກຕາ ແລະ ແຕ່ລະປີຈະປູກເພີ່ມຂຶ້ນເລື້ອຍໆ.



ຄຽງຄູ່ກັນນັ້ນກໍໄດ້ເອົາໃຈໃສ່ໃນການສົ່ງເສີມປະຊາຊົນປູກໄມ້ສະໜອງໃຫ້ໂຮງງານ ປັດຈຸບັນມີປະຊາຊົນຮ່ວມປູກໄມ້ກັບບໍລິສັດຂອງພວກເຮົາ ໃນເນື້ອທີ່ປະມານ 1.000 ເຮັກຕາ ແລະ ແຕ່ລະປີໄດ້ມີປະຊາຊົນເຂົ້າມາມີສ່ວນຮ່ວມເພີ່ມຂຶ້ນເລື້ອຍໆ ສຳລັບຜະລິດຕະພັນເຟີນີເຈີຂອງບໍລິສັດທີ່ສົ່ງອອກແມ່ນມີຕະຫຼາດຢູ່ ສ ເກົາຫຼີ ມານດິບ ແລະ ຫຼາຍປະເທດ ຂະນະນີ້ເລີ່ມມີການສັ່ງຈອງເພີ່ມຂຶ້ນເລື້ອຍໆ.



ພາບ-ຂ່າວ ບຸນມີ ສີວິໄວ