ຢູນີເທວ ສືບຕໍ່ພັດທະນາ App ສ້າງສິ່ງເອື້ອຍອຳນວຍໃຫ້ຜູ້ໃຊ້ບໍລິການ

ບໍລິສັດ ສະຕາໂທລະຄົມ (ຢູນີເທວ) ສືບຕໍ່ພັດທະນາ Applications ເຂົ້າໃນການບໍລິການ ເປັນ ຕົ້ນການບໍລິການ LaoEdu U-office PMS Ucar U-money ແລະ ການບໍລິການອື່ນໆ ເຊິ່ງໄດ້ຮັບການຕອບຮັບຈາກສັງຄົມເປັນຢ່າງດີ.

ທ່ານ ຄຳໃໝ ຄຳມະວົງສາ ຮອງອໍານວຍການ ສູນສະໜອງເຕັກໂນໂລຊີ ຂໍ້ມູນຂ່າວສານ ບໍລິສັດສະຕາໂທລະຄົມ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນນີ້ວ່າ: LaoEdu ແມ່ນລະບົບຄຸ້ມຄອງບໍລິຫານ ໂຮງ ຮຽນແບບ ລວມສູນ ສະໜອງບໍລິການຄຸ້ມຄອງການສຶກສາແບບຄົບຖ້ວນ ແລະ ຕິດຕາມແບບອອນລາຍ ປັດຈຸບັນມີໂຮງ ຮຽນໄດ້ທົດລອງໃຊ້ລະບົບດັ່ງກ່າວ ຫຼາຍກວ່າ 20 ໂຮງຮຽນ U-office ແມ່ນລະບົບຄຸ້ມຄອງເອກະສານ ເອເລັກໂຕຣນິກ ແລະ ບໍລິຫານບັນດາວຽກງານໃນຫ້ອງການ ຫຼຸຜ່ອນເວລາໃນການອະນຸ ມັດເອກະສານໄດ້ 7 ເທົ່າ ເວລາສົ່ງເອກະສານບໍ່ເກີນ 5 ວິນາທີ ປະຢັດເຈ້ຍພິມໄດ້ເກືອບ 3.800 ໂຕນ ປັດຈຸບັນ ມີຜູ້ທົດລອງນຳໃຊ້ລະບົົບ ລວມທັງພາກລັດ ແລະ ເອກະຊົນ ນຳໃຊ້ຫຼາຍກວ່າ 105 ອົງກອນ ແລະ ມີ User ນຳໃຊ້ຕົວຈິງ ຫຼາຍກ່ວາ 1.450 User ສຳລັບ Ucar ແມ່ນອຸປະກອນເຊື່ອມຕໍ່ອິນເຕີເນັດ ເຂົ້າຫາຍານພາຫະນະ ເພື່ອຕິດຕາມການເຄື່ອນໄຫວ ຂອງພາຫະນະແບບທັນສະໄໝ PMS ແມ່ນລະບົບຄຸ້ມຄອງຮ້ານຂາຍຢາ ເປັນລະບົບຊອບແວທີ່ນຳໃຊ້ເຕັກໂນໂລຊີຄລາວຄອມພິມເຕີ ໃນການຄຸ້ມຄອງຜູ້ປະກອບການທຸລະກິດການຢາ.

ສ່ວນ ກະເປົາເງິນ ເອເລັກໂຕຣນິກ ຫຼື u-money: “ຮູບແບບການເງິນ ດີຈິຕອນ ຂອງລາວ (Digital Finance solution) ດ້ວຍຄຸນສົມບັດທີ່ໂດດເດັ່ນ ຢູມັນນີ ຈະຊ່ວຍໃຫ້ລູກຄ້າ ດຳເນີນບັນດາທຸລະກຳການເງິນ ໄດ້ຢ່າງງ່າຍດາຍ ໂດຍການໂອນເງິນ ສົດ-ການໂອນເງິນຫາບັນດາທະນາຄານ-ການຖອນເງິນ-ການ ຊໍາລະບໍລິການຕ່າງໆເຊັ່ນ: ຊຳລະຄ່າໂທລະສັບ ຊຳລະຄ່າປະກັນໄພ ຊຳລະສິນເຊື່ອ ຊຳລະຄ່ານ້ຳປະປານະຄອນຫລວງ ຊຳລະຄ່າສິນຄ້າຢູ່ຕາມຮ້ານຄ້າຕ່າງໆດ້ວຍ QR ນອກນັ້ນ ຢູມັນນີ ຍັງມີ ນະໂຍບາຍຫຼາຍຢ່າງທີ່ເປັນປະໂຫຍດໃຫ້ແກ່ຜູ້ຊົມໃຊ້ເຊັ່ນ: ການຕື່ມບັດຢູນີເທວ ຫຼຸດທັນທີ 5% ລົງທະບຽນແພັກເກດດາຕ້າ ຢູນີເທວ ກໍໄດ້ຮັບດາຕ້າຄູນ ສອງທັນທີ ຊໍາລະຄ່າອິນເຕີເນັດ FTTH ຫຼຸດ 2% ຊື້ປະກັນໄພຫຼຸດ 30% ແລະ ຍັງມີ ສິດທິພິເສດອີກຫຼາຍຢ່າງ ທີ່ຈະຊ່ວຍໃຫ້ຜູ້ຊົມໃຊ້ປະຢັດລາຍຈ່າຍ.

ພາບ-ຂ່າວ ບຸນມີ ສີວິໄລ

error: Content is protected !!