ພ້ອມກັນ​ຮັກ​ສາ ທາດ​ແທ້-ມູນເຊື້ອອັນສະຫງ່າງາມ ຂອງກອງທັບປະຊາຊົນລາວ

ເນື່ອງໃນໂອກາດວັນສ້າງຕັ້ງກອງທັບ 74 ປີ ທີ່ຈະມາເຖິງນີ້ ທ່ານພັນເອກ ຄຳສາວ ແກ້ວວິເສດ  ຫົວໜ້າບັນນາ ທິການໜັງ ສືພິມກອງທັບໄດ້ມີຄໍາເຫັນສະແດງຄວາມຮູ້ສຶກກ່ຽວກັບວັນດັ່ງກ່າວວ່າ: ກອງທັບປະຊາຊົນລາວ ມີ ທາດແທ້ອັນດີງາມ 3 ປະການທີ່ຈະແຈ້ງຄື: ທາດແທ້ຊົນຊັ້ນກໍາມະກອນ ທາດແທ້ປະຕິວັດ ແລະ ທາດແທ້ປະຊາຊົນ ຍ້ອນວ່າກອງທັບປະຊາຊົນ ລາວແມ່ນ ພັກປະຊາຊົນປະຕິວັດລາວ ເປັນຜູ້ຈັດຕັ້ງ ນໍາພາ ແລະ ສຶກສາອົບຮົມ ເຊິ່ງພັກປະຊາຊົນປະຕິວັດລາວ ເປັນພັກຢຶດ ໝັ້ນລັດທິມາກ-ເລນິນທີ່ຢຶດໝັ້ນຊົນຊັ້ນກໍາມະກອນນໍາໜ້າ ສະນັ້ນກອງທັບເຮົາຈຶ່ງມີທາດແທ້ຊົນຊັ້ນກໍາມະກອນ ກອງທັບ ປະຊາຊົນລາວກໍາເນີດມາຈາກປະຊາຊົນ ໂດຍປະຊາຊົນ ແລະ ຕໍ່ສູ້ເພື່ອຄວາມສົມບູນພູນສຸກຂອງປະຊາ ຊົນລາວ ບັນດາເຜົ່າ ນັບແຕ່ມື້ສ້າງຕັ້ງ ແລະ ເຕີບໃຫຍ່ຂຶ້ນເລື້ອຍໆເປັນກຳລັງຫຼັກແຫຼ່ງໃນຂະບວນການຕໍ່ ສູ້ຂອງປະຊາຊົນລາວບັນດາເຜົ່າ ຕ້ານຈັກ ກະພັດຜູ້ຮຸກຮານ ເພື່ອປົດປ່ອຍປະເທດຊາດ ແລະ ສືບຕໍ່ພາລະ ກິດປະຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ສໍາລັບມູນເຊື້ອອັນສະຫງ່າງາມຂອງກອງທັບປະຊາຊົນລາວ ປະກອບມີ 6 ມູນເຊື້ອຄື:

  1. ມີຄວາມຈົງຮັກພັກດີຕໍ່ພັກຕໍ່ປະຊາຊົນ ຕໍ່ປະເທດຊາດ ແລະ ອຸດົມການສັງຄົມນິຍົມ.

     ພຶດຕິກໍາແຫ່ງການຕໍ່ສູ້ກູ້ຊາດອັນຍືດເຍື້ອຍາວນານໄດ້ຢັ້ງຢືນຢ່າງຈະແຈ້ງວ່າ:ກອງທັບປະຊາຊົນ ລາວ ແມ່ນກຳເນີດມາ ຈາກປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ພາຍໃຕ້ການນຳພາ ແລະ ສຶກສາອົບຮົມຈາກພັກ ຍາມໃດກໍ່ມີຄວາມຈົງ ຮັກພັກດີ ມີຄວາມບໍລິສຸດຜຸດຜ່ອງ ມີລະບຽບແບບແຜນທີ່ເຂັ້ມງວດ ເຊື່ອໝັ້ນຕໍ່ການນໍາພາຂອງພັກ ເຊື່ອໝັ້ນປະຊາຊົນ ແລະ ເຊື່ອໝັ້ນກຳລັງແຮງຂອງຕົນ ມີຄວາມ ເດັດດ່ຽວໜຽວແໜ້ນ ພິລະອາດຫານມີນ້ຳໃຈເສຍສະຫຼະອັນສູງສົ່ງຕໍ່ສູ້ເພື່ອ ຊາດ ເພື່ອປະຊາຊົນ ເພື່ອອຸດົມການສັງຄົມນິຍົມ.

 2. ມີນ້ຳໃຈສູ້ຮົບພິລະອາດຫານກ້າແກ່ນໜຽວແໜ້ນ ມີພິກໄຫວ.

ໂດຍສືບທອດມູນເຊື້ອພິລະອາດຫານຂອງວິລະບຸລຸດຂອງຊາດ ເຊິ່ງຜ່ານພຶດຕິກຳແຫ່ງການຕໍ່ສູ້ກູ້ຊາດອັນຍືດເຍື້ອຍາວນານ ດຸເດືອດຂ້ຽວຂາດ ແຕ່ກອງທັບເຮົາຍາມໃດກໍ່ເດັດດ່ຽວຫນຽວແໜ້ນ ມີຄວາມອາດຫານ ບໍ່ຫວັ່ນໄຫວຄອນແຄນຕໍ່ຂໍ້ຫຍຸ້ງ ຍາກ ແລະ ອຸປະສັກຕ່າງໆ ຍິ່ງສູ້ຮົບກໍ່ຍິ່ງເຕີບໃຫຍ່ເຂັ້ມແຂງ ຍິ່ງສູ້ຮົບກໍ່ຍິ່ງມີໄຊຊະນະ ກອງທັບເຮົາໄດ້ໃຊ້ສິລະປະຍຸດ ຍຸດທະ ວິທີ ແລະ ໄຫວພິບເພື່ອຕີເອົາຊະນະກັບສັດຕູ ທີ່ມີກຳລັງພົນ ພາຫະນະເໜືອກວ່າ ແຕ່ສາມາດຕີເອົາຊະນະ ແລະ ສາມາດ ປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ກອງທັບເຮົາກໍໄດ້ຕັ້ງໜ້າເຮັດ ວຽກງານປ້ອງກັນຊາດໄດ້ດີ ສາມາດທັບມ້າງທຸກກົນອຸບາຍ ທໍາລາຍມ້າງເພຂອງກຳລັງປໍລະປັກ ເຮັດໃຫ້ພວກເຂົາຕ້ອງປະລາ ໄຊຫຼາຍຄັ້ງ ທັງເປັນກໍາລັງສໍາຄັນໃນວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ເຮັດໃຫ້ສະພາບມີ ຄວາມສະຫງົບຢ່າງໝັ້ນຄົງ ດັ່ງນັ້ນກອງທັບພວກເຮົາຈິ່ງເກີດມີນັກຮົບວິລະຊົນ ນັກຮົບແຂ່ງຂັນ ນັກຮົບດີເດັ່ນຢ່າງຫຼວງຫຼາຍ.

3. ມີນ້ຳໃຈດຸໝັ່ນຂະຫຍັນພຽນ ໃນການອອກແຮງງານເພີ່ມພູນຜະລິດຜົນ ແລະຢັດສັດທ່ຽງ.

ໂດຍເລີ່ມຈາກມູນເຊື້ອຂອງຊາດລາວ ທີ່ມີມູນເຊື້ອດຸໝັ່ນຂະຫຍັນພຽນ ໃນການອອກແຮງງານປູກຝັງລ້ຽງສັດຄືດັ່ງຄຳສຸພາ ສິດລາວເວົ້າວ່າ: “ໄປຢຽບໝາ ມາຢຽບຂຽດ” ນັ້ນເປັນການຍ້ອງຍໍສັນລະເສີນ ມູນເຊື້ອອັນດຸໝັ່ນຂະຫຍັນພຽນຂອງຄົນລາວ ກອງທັບເຮົາເຊິ່ງແມ່ນລູກຫຼານຂອງປະຊາຊົນລາວບັນດາເຜົ່ານັ້ນ ກໍ່ໄດ້ສືບຕໍ່ຮັກສາມູນເຊື້ອອັນດີງາມດັ່ງກ່າວ ບົນຈິດໃຈເພິ່ງ ຕົນເອງ ກຸ້ມຕົນເອງ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ ກົມກອງຕັ້ງທັບຢູ່ໃສກໍ່ໄດ້ເພີ່ມພູນຜະລິດຜົນຢູ່ບ່ອນນັ້ນ (ເອີ້ນວ່າ ຂະ ບວນສ້າງພະລາທິການກັບທີ່ ) ແມ່ນໜ້າທີ່ໃຫຍ່ອັນໜຶ່ງຂອງກອງທັບ ເພື່ອຮັບປະກັນໃຫ້ກົມກອງມີຄວາມສາມາດກຸ້ມຕົນ ເອງທາງດ້ານສະບຽງອາຫານພຽງພໍ ເພື່ອຮັບປະກັນໃນການສູ້ຮົບ ແລະ ເຂົ້າຮ່ວມໃນການພັດທະນາເສດຖະກິດ ສັງຄົມ ປະກອບສ່ວນເຂົ້າໃນການສ້າງສາພັດທະນາພື້ນຖານວັດຖຸເຕັກນິກໃຫ້ແກ່ປະເທດຊາດ ເພີ່ມພູນຜະລິດຜົນໃຫ້ແກ່ສັງຄົມ ປັບປຸງຊີວິດການເປັນຢູ່ຂອງພະນັກງານ-ນັກຮົບໃນກອງທັບໃຫ້ດີຂື້ນເທື່ອລະກ້າວ.

4. ກອງທັບປະຊາຊົນລາວຍາມໃດກໍ່ມີຄວາມສາມັກຄີອັນແໜ້ນແຟ້ນ ກັບປະຊາຊົນບັນດາເຜົ່າ    

ຄວາມສາມັກຄີປອງດອງເປັນປຶກແຜ່ນ ແມ່ນມູນເຊື້ອອັນປະເສີດຂອງຊາດລາວເຮົາ ກອງທັບເຮົາເວລາໃດກໍ່ຖືວ່າຄວາມສາ ມັກ ຄີເປັນປັດໄຈສຳຄັນກວ່າໝູ່ຂອງກໍາລັງແຮງສັງລວມ ແລະ ຄວາມເປັນເອກະພາບແຫ່ງຊາດແມ່ນກຳລັງແຮງສູ້ຮົບເອົາຊະ ນະສັດຕູ ໂດຍປະຕິບັດຕາມແນວທາງຍຸດທະສາດຂອງພັກກ່ຽວກັບວຽກງານຂົນຂວາຍກໍ່ສ້າງຮາກຖານການເມືອງ ສະນັ້ນ ກອງທັບໄດ້ຖືເອົາວຽກງານຫັນລົງຮາກຖານ ເປັນໜ້າທີ່ໜຶ່ງຢູ່ໃນ 3 ໜ້າທີ່ໃຫຍ່ຂອງກອງທັບໃນເມື່ອກ່ອນ ໃນປັດຈຸບັນແມ່ນ ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍ ແລະ ຕາມມະຕິ 3 ສ້າງຂອງກົມການເມືອງສູນກາງພັກ ກອງທັບເຮົາຍາມໃດກໍ່ມີການພົວພັນລະຫວ່າງ “ກອງທັບກັບປະຊາຊົນຄືປາກັບນ້ໍາ” ແລະ ປະຕິບັດຂໍ້ກໍານົດກົດລະບຽບຂອງກອງທັບຕໍ່ປະຊາຊົນຢ່າງເຂັ້ມງວດ ກອງທັບເຮົາຮູ້ອີງໃສ່ປະຊາຊົນ ໄດ້ຮັບການສະ ໜັບສະໜູນຈາກປະຊາຊົນບັນດາເຜົ່າ ເຊື່ອໝັ້ນ ແລະ ໄດ້ສົ່ງລູກຫຼານຂອງຕົນ ປະກອບສ່ວນເຂົ້າໃນຖັນແຖວກອງທັບ.

   5. ກອງທັບເຮົາໄດ້ປະຕິບັດແນວທາງການຕ່າງປະເທດຂອງພັກຢ່າງຖືກຕ້ອງ

ເລີ່ມແຕ່ຫົວທີກອງທັບເຮົາກໍ່ໄດ້ສາມັກຄີກັບກອງທັບບັນດາປະເທດເພື່ອນມິດຍາດແຍ່ງຄວາມເປັນໃຈສະໜັບສະໜູນ ແລະ ຊ່ວຍເຫຼືອຂອງບັນດາປະເທດເພື່ອນມິດທີ່ກ້າວໜ້າໃນໂລກ ບັນດາປະເທດຄູ່ຮ່ວມມືຍຸດທະສາດຮອບດ້ານກັບກອງທັບ ແລະ ປະຊາຊົນບັນດາປະເທດ ສັງຄົມນິຍົມອ້າຍນ້ອງ ພິເສດ ການຊ່ວຍເຫຼືອຈາກພັກ-ລັດ ກອງທັບ ແລະ ປະຊາຊົນຫວຽດນາມ ພົວພັນຮ່ວມມື ແລະ ຮັບການສະໜັບສະໜູນຂອງບັນປະເທດເພື່ອນມິດອື່ນເຊັ່ນ: ກອງທັບປົດປ່ອຍປະຊາຊົນຈີນ ກອງທັບ ຣາຊະອານນາຈັກກໍາປູເຈຍ ແລະ ອື່ນໆໃນພູມິພາກອາຊຽນ ແລະ ທົ່ວໂລກ.

     6. ກອງທັບປະຊາຊົນລາວ ມີປະຊາທິປະໄຕ ແລະມີລະບຽບວິໄນເຂັ້ມງວດ.

ພັກເຮົາຖືວ່າປະຊາທິປະໄຕ ທັງແມ່ນຈຸດໝາຍທັງແມ່ນກໍາລັງຊຸກຍູ້ຂອງພາລະກິດປະຕິວັດຂອງຊາດ ການເສີມຂະຫຍາຍ ປະຊາທິປະໄຕ ແມ່ນຂະບວນວິວັດໜຶ່ງທີ່ຕິດພັນກັບຈັງຫວະການຂະຫຍາຍຕົວ ໃນທຸກດ້ານຂອງປະເທດຊາດ ດ້ວຍທັດສະ ນະດັ່ງກ່າວໃນຖານະທີ່ເປັນກອງທັບປະຊາຊົນລາວ ເປັນເຄື່ອງມື ອັນແຫຼມຄົມຂອງພັກກອງທັບເຮົາເວລາໃດກໍ່ໄດ້ຍົກສູງ ແລະ ເປີດກ້ວາງປະຊາທິປະໄຕຢູ່ໃນທຸກຂົງເຂດວຽກງານເປັນຕົ້ນ ປະຊາທິປະໄຕດ້ານການເມືອງ ການທະຫານ ແລະ ດ້ານເສດຖະກິດພະນັກງານ-ນັກຮົບກອງທັບເຮົາ ຍາມໃດກໍ່ມີສະຕິຕໍ່ການຈັດຕັ້ງປະຕິບັດກົດລະບຽບວິໄນຂອງກອງທັບຢ່າງ ເຂັ້ມງວດຢູ່ທຸກເວລາ ໃນທຸກຂົງເຂດການເຄື່ອນໄຫວດຳລົງຊີວິດ ແລະ ໃນທຸກວຽກງານຈຶ່ງກາຍເປັນຄະຕິເຕືອນໃຈທີ່ວ່າ: ກົດ ລະບຽບວິໄນແມ່ນຄວາມເຂັ້ມແຂງຂອງກອງທັບ.

ຍ້ອນແນວນັ້ນ ກອງທັບເຮົາຈຶ່ງໄດ້ເອົາໃຈໃສ່ໃນການເຝິກຝົນຫຼໍ່ຫຼອມໃຫ້ມີຄວາມກ້າແກ່ນ ແລະ ປັບປຸງໃຫ້ເຕີບໃຫຍ່ຂະ ຫຍາຍຕົວຢ່າງບໍ່ຢຸດຢັ້ງ  ພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ມີຄວາມເຊື່ອຫມັ້ນຢ່າງໜັກແໜ້ນວ່າ ກອງທັບເຮົາເວລາ ໃດກໍສືບຕໍ່ເສີມຂະຫຍາຍທາດແທ້ມູນເຊື້ອອັນດີງາມຂອງກອງ ທັບເຮົາຕະຫຼອດມາ ນາຍແລະພົນທະຫານທຸກຄົນເດັດດ່ຽວ ຜ່ານຜ່າຄວາມຫຍຸ້ງຍາກ ແລະ ອຸປະສັກຕ່າງໆ ເພື່ອສ້າງຜົນງານ ແລະ ໄຊຊະຊະໃໝ່ ໃຫຍ່ຫຼວງກວ່າເກົ່າ ແລະ ສ້າງຄວາມໄວ້ ເນື້ອເຊື່ອໃຈຂອງພັກ ແລະ ປະຊາຊົນບັນດາເຜົ່າໃຫ້ສູງຂຶ້ນ ໃຫ້ສົມກັບນາມມະຍົດ ເປັນກອງທັບວີລະຊົນຂອງຊາດລາວວິ ລະຊົນ.

ຂັນທະວີ 16.1.23

ພາບ​ຈາ​ກ​ ໜັງ​ສື​ພິມກອງ​ທັບ

error: Content is protected !!