ຄະນະສິງໂຕສະມາຄົມຈີນ ນວ ກຽມພ້ອມສ້າງສີສັນໃນເທດສະການປີໃໝ່ຊາວຈີນ-ຫວຽດນາມ

ຄະນະສິງໂຕ ສະມາຄົມຈີນ ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບອະນຸຍາດຈາກພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນວ ພ້ອມສ້າງສີສັນເນື່ອງໃນໂອກາດເທດສະການຕ້ອນຮັບປີໃໝ່ຂອງຊາວຈີນ ແລະ ຊາວຫວຽດນາມ ປະຈໍາປີ 2023.

ທ່ານ ຊ້າງ ອິນທິລາດ ຄະນະສະມາຄົມຈີນ ຮອງປະທານຄະນະສິງໂຕສະມາຄົມຈີນ ນວ ໃຫ້ສໍາພາດວັນທີ 15 ມັງກອນ 2023 ວ່າ: ການເຄື່ອນໄຫວກິດຈະກໍາໃນໄລຍະປີໃໝ່ຊາວຈີນ ແລະ ຊາວຫວຽດນາມ ຂອງຄະນະພວກເຮົາໃຊ້ຈໍານວນຄົນປະມານ 150 ຄົນ ປັດຈຸບັນຄະນະສິງໂຕສະມາຄົມຈີນ ນວ ມີຄວາມພ້ອມຮອບດ້ານໂດຍສະເພາະກ້ອນກໍາລັງມະຫາສານຂອງຂະບວນສິງໂຕ ເຊິ່ງປະກອບມີ ສິງໂຕ ມັງກອນ ແປະຍິ້ມ ແລະ ທຸງກາສະມາຄົມຈີນ. ສໍາລັບການເຊີດສິງໂຕເປັນວັດທະນະທໍາຂອງຊາວຈີນທີ່ສືບທອດກັນມາແຕ່ດົນນານ ເປັນປະເພນີການເຕັ້ນຢ່າງໜຶ່ງໃນວັດທະນະທໍາຂອງຈີນ ໂດຍຜູ້ສະແດງໄດ້ນຸ່ງເຄື່ອງທີ່ມີຫຼາຍສີສັນ ແລະ ລວດລາຍຄ້າຍຄືສິງໂຕ ພ້ອມນັ້ນຍັງໄດ້ຮຽນແບບການ ເຄື່ອນໄຫວຂອງສິງໂຕ ເຊິ່ງມັກຈະສະແດງໃນເທສະການວັນກຸດຈີນ ຫຼື ເທດສະການປີໃໝ່ຂອງຊາວຈີນ ແລະ ສະແດງໃນເທດສະການທາງປະເພນີ ວັດທະນະທໍາ ແລະ ສາສະໜາຂອງຊາວຈີນອື່ນໆ ນອກນີ້ການເຊີດສິງໂຕອາດຈະສະແດງໃນໂອ ກາດສໍາຄັນອື່ນໆ ເພາະການເຊີດສິງໂຕ ຊາວຈີນມີຄວາມເຊື່ອວ່າ ສິງໂຕເປັນສັດສັກສິດ ສາມາດປັດເປົ່າ ວິນຍານ ແລະ ປັດເປົ່າສິ່ງທີ່ບໍ່ດີອອກໄປ ມີຄວາມແຂງແຮງ ເປັນສັນຍາລັກແຫ່ງພະລັງອໍານາດ ຈົ່ງຮັກພັກດີ ແລະ ຜູ້ໃດໄດ້ເບິ່ງການເຊີດສິງໂຕ ຈະມີໂຊກລາບ ຈະເລີນຮຸ່ງເຮືອງ ຖືເປັນການເພີ່ມຄວາມໂຊກດີໃຫ້ຊີວິດຕະຫຼອດທັງປີ

error: Content is protected !!