ມັນຕົ້ນ ພືດອຸດສາຫະກໍາພົ້ນເດັ່ນຂອງສັງທອງ ຊະນະທີ່ຢາງພາລາ ຈະມີລາຍຮັບສະເລ່ຍ 8 ຕື້ຕໍ່ເດືອນ

ມັນຕົ້ນ ກາຍເປັນພືດອຸດສາຫະກໍາພົ້ນເດັ່ນຂອງ ເມືອງສັງທອງ ນະຄອນ ຫຼວງວຽງຈັນ ຊະນະທີ່ ຢາງພາລາ ຈະສາມາດສ້າງລາຍຮັບສະເລ່ຍປະມານ 8 ຕື້ກີບຕໍ່ເດືອນ.

ທ່ານ ສີສຸພັນ ບຸນສະເໜີ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ ສັງທອງ ໃຫ້ສໍາພາດວ່າ: ສ່ວນພືດອຸດສາຫະກໍາ ມີເນື້ອທີ່ແຜນການ 270 ເຮັກຕາ ປະຕິ ບັດໄດ້ 171 ເຮັກຕາ ໃນນີ້ພົ້ນເດັ່ນແມ່ນການປູກມັນຕົ້ນ ສາ ມາດສ້າງເປັນກຸ່ມໄດ້ 10 ກຸ່ມ ໃນ 10 ບ້ານ ເຊິ່ງພາຍຫຼັງ ທີ່ເກັບ ກູ້ການຜະລິດແລ້ວ ຈະມີຕະຫຼາດຮອງຮັບເປັນຈໍານວນຫຼາຍ ແລະ ມີການແຂ່ງ ຂັນການເກັບຊື້ເປັນຂະບວນການທີ່ໃຫຍ່ ຄາດວ່າໃນອະນາຄົດ ຂ້າງໜ້າຈະມີການສ້າງຕັ້ງໂຮງງານແປ້ງ ມັນຕົ້ນພາຍໃນເມືອງ ສັງທອງ ເພື່ອອໍານວຍຄວາມສະດວກ ໃຫ້ແກ່ປະຊາຊົນໃນການ ຊື້-ຂາຍ ຫຼຸດຜ່ອນໄລຍະເວາລາ ແລະ ລາຄາໃນການຂົນສົ່ງເຊິ່ງປັດຈຸບັນກໍາລັງດໍາເນີນການບຸກເບີກ ເນື້ອທີ່. ນອກນັ້ນຍັງມີການປູກຢາງພາລາໃນເນື້ອທີ່ຈໍານວນຫຼວງຫຼາຍ ກວມເອົາ 35 ບ້ານທົ່ວເມືອງສັງທອງ ສະເລ່ຍການເກັບຊື້ບໍ່ຫຼຸດ 4 ຕື້ກີບຕໍ່ 15 ມື້ ສະເລ່ຍປະມານ 8 ຕື້ກີບຕໍ່ເດືອນ ນອກນີ້ຍັງ ໄດ້ເອົໃຈໃສ່ຊຸກຍູ້ຊາວກະສິກອນລ້ຽງສັດເປັນສິນຄ້າເພື່ອຕອບສະໜອງທາດຊີ້ນໃຫ້ແກ່ຕະຫຼາດກໍ່ຄືຜູ້ບໍລິໂພກພາຍໃນນະຄອນຫຼວງວຽງຈັນ.

ພາບ-ຂ່າວ ຂັນທະວີ

error: Content is protected !!