ປະເທດອິນເດຍເປັນເຈົ້າພາບຈັດກອງປະຊຸມກະບອກສຽງພາກໃຕ້ໂລກ Voice of Global South Summit ແບບທາງໄກ ວັນທີ 12-13 ມັງກອນ 2023 ເປັນປະທານຂອງທ່ານ Dharmendra Pradhan ລັດຖະມົນຕີກະຊວງສຶກສາທິການ ແຫ່ງ ສາທາລະນະລັດ ອິນເດຍ ມີລັດຖະມົນຕີຈາກ 125 ປະເທດຈາກພາກໃຕ້ຂອງໂລກເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະກິລາ ກ່າວປາໄສຕໍ່ກອງປະຊຸມກະບອກສຽງພາກໃຕ້ໂລກ Voice of Global South Summit ແບບທາງໄກ ວ່າ: ການພັດທະນາຊັບພະຍາກອນມະນຸດມີບົດບາດສໍາຄັນພັດທະນາປະເທດຊາດ ພິເສດແມ່ນການພັດທະນາເສດຖະກິດ-ສັງຄົມຂອງປະເທດ ເຊິ່ງສະໜັບສະໜູນພົນລະເມືອງ ພັດທະນາຄວາມສາມາດບຸກຄະລາກອນ ແລະ ອົງການຈັດຕັ້ງຂອງຕົນ ເພີ່ມທັກສະ ຄວາມຮູ້ ແລະ ຄວາມສາມາດເພື່ອພັດທະນາ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ.

ໃນລະດັບຊາດ ສປປ ລາວ ພັດທະນາຍຸດທະສາດແຫ່ງຊາດ ແລະ ແຜນພັດທະນາຊັບພະຍາກອນມະນຸດ 5 ປີ ລັດຖະບານໄດ້ແຕ່ງຕັ້ງຄະນະກໍາມະແຫ່ງຊາດເພື່ອການພັດທະນາຊັບພະຍາກອນມະນຸດທີ່ກວມເອົາເສດຖະກິດ ແລະ ສັງຄົມທັງໝົດຂະແໜງການ ແລະ ພາກພື້ນ ເພື່ອຊີ້ນຳການຈັດຕັ້ງປະຕິບັດຍຸດທະສາດ ແລະ ແຜນການ ຜ່ານການຈັດຕັ້ງປະຕິບັດແຜນພັດທະນາຊັບພະຍາກອນມະນຸດແຫ່ງຊາດ ມີຜົນສຳເລັດອັນພົ້ນເດັ່ນຫຼາຍຢ່າງ ລວມທັງ ສປປ ລາວ ສາມາດບັນລຸເປົ້າໝາຍມະນຸດສະທຳ ດັດຊະນີຊັບພະຍາກອນ ແລະ ການສ້າງພື້ນຖານທຶນມະນຸດເພຶ່ອໃຫ້ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນອະນາຄົດອັນໃກ້ນີ້.
ພ້ອມກັນນັ້ນ ກະຊວງສຶກສາທິການ ແລະ ກິລາ ໄດ້ສົມທົບກັບແຜນຍຸດທະສາດພັດທະນາຊັບພະຍາກອນມະນຸດ ກ້າວໄປສູ່ 2030 ແລະ 2021-2025 ແຜນການຂອງລັດຖະບານເຂົ້າໃນແຜນພັດທະນາການສຶກສາ ແລະ ກິລາ 2021-2025 ເພື່ອຜະລິດກໍາລັງແຮງງານທີ່ມີຄວາມຊໍານິຊໍານານແລະ ມີປະສິດທິພາບສໍາລັບຄວາມຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມໃນນັ້ນລວມທັງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9 ໄລຍະ 2021-2025 ອີກດ້ວຍ.
ຄຽງຄູ່ກັບຜົນສຳເລັດທີ່ກ່າວມານັ້ນ ສປປ ລາວ ຍັງພົບພໍ້ກັນບາງຂໍ້ບົກຜ່ອງທາງດ້ານຄຸນນະພາບຂອງການພັດທະນາຊັບພະຍາກອນມະນຸດ ນັ້ນແມ່ນຄຸນນະພາບການສຶກສາຍັງບໍ່ສູງ ການເຂົ້າເຖິງການສຶກສາທີ່ມີຄຸນນະພາບທີ່ບໍ່ເທົ່າທຽມກັນໃນຕົວເມືອງ ແລະ ຊົນນະບົດ ແລະ ຄວາມສາມາດຂອງກຳລັງແຮງງານຍັງບໍ່ທັນຕອບສະໜອງໄດ້ຢ່າງເຕັມທີ່ຕາມຄວາມຕ້ອງການຕະຫຼາດແຮງງານ.

ໃນຕໍ່ໜ້າ ສປປ ລາວ ຈະສືບຕໍ່ສຸມໃສ່ປັບປຸງຄຸນນະພາບ ແລະການເຂົ້າເຖິງການສຶກສາຂອງປະຊາຊົນລາວໂດຍການເສີມຂະຫຍາຍຄວາມສາມາດຂອງຄູ-ອາຈານ ແລະ ສະຖາບັນການສຶກສາ ແລະ ສ້າງແຮງງານລາວໃຫ້ມີຄວາມຮູ້ ແລະ ຄວາມສາມາດຫຼາຍຂຶ້ນໂດຍຜ່ານການຮ່ວມມືທີ່ມີປະສິດທິພາບກັບຜູ້ປະກອບການ ຈະຮ່ວມມືກັບບັນດາຄູ່ຮ່ວມພັດທະນາສາກົນ ແລະ ປະເທດຕ່າງໆ ເພື່ອຖອດຖອນບົດຮຽນອັນດີເດັ່ນໃນການຈັງຕັ້ງປະຕິບັດ ການພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ.
ພາບ-ຂ່າວ: ທູດອິນເດຍ