ກອງປະຊຸມຄະນະກໍາມະການຊາຍແດນ ລາວ-ກໍາປູເຈຍ ກໍາປູເຈຍ-ລາວ ໃນຮູບແບບທາງໄກ ໂດຍຜ່ານ Video Conference ຈັດຂຶ້ນວັນທີ 9 ມັງກອນ 2023 ໂດຍເປັນປະທານຂອງທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ປະທານເຈົ້າໜ້າທີ່ອາວຸໂສຊາຍແດນ ລາວ-ກໍາປູເຈຍ (ຝ່າຍລາວ) ແລະ ທ່ານນາງ ໂກຍ ປີໄຊ ຮອງປະທານຄະນະກຳມະການຊາຍແດນ ສໍານັກງານນາຍົກລັດຖະມົນຕີ ຮັບຜິດ ຊອບວຽກງານຊາຍແດນ ຮອງລັດຖະມົນຕີກະຊວງທ່ອງທ່ຽວ (ຝ່າຍກໍາປູເຈຍ) ມີຜູ້ຕາງໜ້າຈາກກະຊວງກ່ຽວ ຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລືກ່ຽວກັບວຽກງານຊາຍແດນ ລາວ-ກໍາປູເຈຍ ທົບທວນຄືນການຈັດຕັ້ງປະ ຕິບັດການຕົກລົງລະຫວ່າງນາຍົກລັດຖະມົນຕີຂອງສອງປະເທດ ຄັ້ງວັນທີ 12 ກັນຍາ 2019 ແລະ ປຶກສາຫາລືຄວາມເປັນເອກະພາບໃນການຮ່າງສົນທິສັນຍາຊາຍແດນລະຫວ່າງສອງປະເທດ ເພື່ອຮັບຮອງເອົາຜົນສໍາເລັດໃນການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ ໃນຈໍານວນ 86% ໃນນີ້ ສອງຝ່າຍໄດ້ປຶກສາຫາລື ແລກປ່ຽນຄວາມຄິດເຫັນຢ່າງສ້າງສັນ ກົງໄປກົງມາ ແລະ ໄດ້ເອກະພາບຫຼາຍບັນຫາສໍາຄັນທີ່ເປັນພຶ້ນຖານບ່ອນອີງໃຫ້ການຮ່າງເນື້ອໃນສົນທິສັນຍາ ກໍຄືການແກ້ໄຂບັນຫາຊາຍແດນລະຫວ່າງສອງປະເທດໃຫ້ມີຄວາມຄືບໜ້າ ເພື່ອທີ່ຈະສາມາດລົງນາມຮ່ວມກັນໃນໂອກາດການພົບປະຂອງການນໍາຂັ້ນສູງສອງປະເທດໃນເວລາອັນໃກ້ນີ້ ພ້ອມນີ້ ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບຮູບແບບຫຼັກໝາຍຊາຍແດນໃຫ້ມີຄວາມສວຍງາມ ແລະ ແໜ້ນໜາກວ່າເກົ່າ ເພື່ອປ່ຽນແທນຫຼັກໝາຍຊົ່ວຄາວທີ່ມີຂະໜາດນ້ອຍ ແລະ ຈະພ້ອມກັນວາງແຜນການປັກຫຼັກໝາຍຖີ່ຢູ່ຕອນຊາຍແດນທີ່ສອງຝ່າຍເຫັນວ່າມີຄວາມຈໍາເປັນ.

ກອງປະຊຸມຄັ້ງນີ້ ຈັດຂຶ້ນໃນທ່າມກາງບັນຍາກາດອັນດີແຫ່ງການພົວພັນຮ່ວມມືລະຫວ່າງສອງປະເທດ ທີ່ນັບມື້ຮັດແໜ້ນ ແລະ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ເຊິ່ງເປັນຄັ້ງທໍາອິດທີ່ສອງຝ່າຍໄດ້ຈັດກອງປະຊຸມປຶກສາຫາລືວຽກງານຊາຍແດນໃນຮູບແບບ Video Conference ຖືເປັນອີກບາດກ້າວໜຶ່ງທີ່ປະກອບສ່ວນໃນການສ້າງຊາຍແດນລະຫວ່າງສອງປະເທດໃຫ້ເປັນຊາຍແດນແຫ່ງສັນຕິພາບ ມິດຕະພາບ ແລະ ການຮ່ວມມືຢ່າງເປັນຮູບປະທໍາເທື່ອລະກ້າວ.

(ສະບາໄພ)