ລັດຖະມົນຕີ ຖວທ ຕ້ອນຮັບທູດອິນເດຍ ເຂົ້າຢ້ຽມອໍາລາ

    ວັນທີ 9 ມັງກອນ 2023 ຜ່ານມາ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບທ່ານ ດິນກາ ອັສທານ (Dinkar Astnan) ເອກອັກຄະລັດຖະທູດອິນເດຍ ປະຈໍາ ສປປ ລາວ ເຂົ້າຢ້ຽມຄຳນັບອໍາລ ພາຍຫຼັງສິ້ນສຸດວາລະການປະຕິບັດໜ້າທີ່ຢູ່ ສປປ ລາວ.

    ໂອກາດນີ້ ທ່ານລັດຖະມົນຕີກະຊວງ ຖວທ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາຜົນງານຂອງທ່ານທູດ ໃນຕະຫລອດໄລຍະການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການເສີມສ້າງສາຍພົວພັນ ແລະ ການຮ່ວມມືລະຫວ່າງລາວ ແລະ ອິນເດຍ ໃຫ້ນັບມື້ດີຂຶ້ນ ພ້ອມທັງອວຍພອນໃຫ້ທ່ານທູດເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ໃຫ້ມີຜົນສໍາເລັດໃນໜ້າທີ່ອັນໃໝ່ທີ່ມີກຽດຂອງທ່ານ.

    ໂອກາດດຽວກັນນີ້ ທ່ານທູດ ອິນເດຍປະຈຳລາວ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ທ່ານລັດຖະມົນຕີກະຊວງ ຖວທ ທີ່ໄດ້ຕ້ອນຮັບໃນຄັ້ງນີ້ ພ້ອມທັງລາຍງານສະພາບການເຄື່ອນໄຫວ ແລະ ການປະຕິບັດໜ້າທີ່ອັນພົ້ນເດັ່ນຂອງຕົນຢູ່ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະ ແມ່ນບັນດາແຜນງານ ແລະ ໂຄງການຮ່ວມມືຕ່າງໆລະຫວ່າງອິນເດຍ ແລະ ສປປ ລາວ ທີ່ໄດ້ຮ່ວມມືກັນຈັດຕັ້ງປະຕິບັດໃນໄລຍະຜ່ານມາ ໂດຍສະເພາະ ວຽກງານໃນຂົງເຂດວັດທະນະທໍາຈົນມີຜົນສໍາເລັດເປັນກ້າວໆ.

error: Content is protected !!