ໄຂນໍາໃຊ້ໂຄງການພັດທະນາຈໍສະແດງຜົນ

    ພິທີໄຂການນໍາໃຊ້ໂຄງການພັດທະນາຈໍສະແດງຜົນ (Dash Board) ຈັດຂຶ້ນວັນທີ 10 ມັງກອນ 2023 ທີ່ນະຄອນຫຼວງວຽງຈັນ ມີທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ມີຮອງລັດຖະມົນຕີກະຊວງການເງິນ ຫົວໜ້າຫ້ອງການ ຫົວໜ້າກົມສ່ວຍອາກອນ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

    ໂຄງການພັດທະນາຈໍສະແດງຜົນ (DashBoard) ແມ່ນໜຶ່ງໃນເຄື່ອງມືທັນສະໄໝ ເປັນເຄື່ອງມືໃນການຄຸ້ມຄອງຕິດຕາມການນຳໃຊ້ລະບົບ TaxRIS ໃຫ້ສາມາດນຳໃຊ້ໄດ້ຢ່າງຕໍ່ເນື່ອງ ແລະ ມີຜົນປະໂຫຍດສູງສຸດ ໂດຍສາມາດຕິດຕາມການເຮັດວຽກຂອງລະບົບເຊີເວີຖານຂໍ້ມູນ ລະບົບຄວາມປອດໄພ ລະບົບເຄືອຂ່າຍເຊື່ອມຕໍ່ໄປຫາ 18 ແຂວງ ແລະ 148 ເມືອງໃນຂອບເຂດທົ່ວປະເທດ ໃຫ້ສາມາດນຳໃຊ້ລະບົບໄດ້ຕະຫຼອດເວລາ ຄຸ້ມຄອງ ແລະ ຕິດຕາມການນຳໃຊ້ລະບົບ ຕິດຕາມການເຊື່ອມຕໍ່ຂໍ້ມູນໃບເກັບເງິນເອເລັກໂຕຣນິກ ຕິດຕາມການຊຳລະອາກອນຜ່ານລະບົບທະນາຄານ ເຊິ່ງເປັນການສ້າງຄວາມເຊື່ອໝັ້ນໃຫ້ແກ່ບັນດາຜູ້ປະກອບການ ໃນການມອບລາຍຮັບຂອງສ່ວຍສາອາກອນໃນຂອບເຂດທົ່ວປະເທດດ້ວຍຄວາມໂປງໃສ ຖືກຕ້ອງ ຄົບຖ້ວນ ແລະ ກວດສອບໄດ້. ໂຄງການພັດທະນາຈໍສະແດງຜົນ (DashBoard) ເຮັດໜ້າທີ່ຕິດຕາມຕົວເລກລາຍຮັບສ່ວຍສາອາກອນ ສາມາດຕິດຕາມ ກວດກາ ຄວບຄຸມບັນຊາການຢູ່ສູນກາງ ໃນການຄຸ້ມຄອງຕົວເລກລາຍຮັບສ່ວຍສາອາກອນໃນຂອບເຂດທົ່ວປະເທດ ຕິດຕາມການນຳໃຊ້ລະບົບຂອງເຈົ້າໜ້າທີ່ສ່ວຍສາອາກອນ ສັງລວມຂໍ້ມູນຕ່າງໆຂອງລະບົບຂໍ້ມູນຂ່າວສານ TaxRIS ນຳມາສະແດງໃຫ້ໜ້າຕ່າງຈໍສະແດງຜົນຄອບຄຸມ ແຜນທີ່ການຕິດຕັ້ງລະບົບ TaxRIS ຢູ່ແຂວງ ແລະ ເມືອງຕ່າງໆທົ່ວປະເທດ ພ້ອມທັງລະບຸສະຖານະຈຸດທີ່ທຳງານປົກກະຕິ ຫຼື ມີເຫດຂັດຂ້ອງ ແຜນທີ່ເຄືອຂ່າຍການເຊື່ອມຕໍ່ລະບົບ TaxRIS ຂັ້ນເມືອງ ພ້ອມທັງລະບຸສະຖານະຈຸດທີ່ທຳງານປົກກະຕິ ຫຼື ມີເຫດຂັດຂ້ອງ ແຜນວາດການຕິດຕາມອຸປະກອນຕ່າງໆໃນຫ້ອງ Data Center ເຊັ່ນ: ເຄື່ອງແມ່ຂ່າຍ ອຸປະກອນເຄືອຂ່າຍ ອຸປະກອນຄວາມປອດໄພເຄືອຂ່າຍ ອຸປະກອນຈັດເກັບຂໍ້ມູນ ອຸປະກອນສຳຮອງຂໍ້ມູນ ຈໍສະແດງຜົນຄອບຄຸມຜົນລາຍຮັບ ສະແດງລະບົບຄວາມປອດໄພ ແລະ ການຖືກໂຈມຕີຈາກພາຍນອກເຂົ້າມາ ພ້ອມດຽວກັນນີ້ ລະບົບໂປຣແກຣມ ອຸປະກອນ Server Network ຂອງ PTIN ແລະ IPOS ເພື່ອຕິດຕາມກວດປະສິດທິພາບ ແລະ ການນຳໃຊ້ຂອງລະບົບເຊີເວີ ຕິດຕາມກວດກາການເຊື່ອມຕໍ່ກັບລະບົບພາຍນອກເປັນຕົ້ນ ການຊຳລະອາກອນ ການສົ່ງຂໍ້ມູນໃບເກັບເງິນເອເລັກໂຕຣນິກເຂົ້າມາໃນລະບົບ TaxRIS ການເຊື່ອມຕໍ່ກັບພາກສ່ວນອື່ນໆຂອງລັດຜ່ານໂປຣແກຣມກວດກາຕິດຕາມປະລິມານທີ່ນຳໃຊ້ລະບົບ TaxRIS ແລະ ກວດກາຕິດຕາມຂໍ້ມູນຜິດພາດຈາກການນຳໃຊ້ຕົວຈິງ ຜ່ານໂປຣແກຣມ ເພື່ອກວດຕິດຕາມລະບົບຄວາມປອດໄພ ແລະ ລະບົບເຊື່ອມຕໍ່ລະບົບພາຍໃນຂອງ TaxRIS ອາກອນເມືອງໃຫ້ສາມາດສະແດງຜົນແບບ Real Time.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!