ສົ່ງເສີມການລົງທຶນຂອງສອງປະເທດ ລາວ-ຍີ່ປຸ່ນ

    ກະຊວງແຜນການ ແລະ ການລົງທຶນ (ຜທ) ແລະ ສະຖານທູດຍີ່ປຸ່ນ ປະຈໍາ ສປປ ລາວ ຮ່ວມກັນຈັດກອງປະຊຸມປຶກສາຫາລື ລະຫວ່າງພາກລັດ ແລະ ເອກະຊົນ ລາວ-ຍີ່ປຸ່ນ ຄັ້ງທີ 16 ໃນວັນທີ 10 ມັງກອນ 2023 ທີ່ກະຊວງ ຜທ ໂດຍໄດ້ຮັບການຮ່ວມມືຈາກສະພາອຸດສາຫະກໍາ ແລະ ການຄ້າຍີ່ປຸ່ນ ປະຈໍາ ສປປ ລາວ (JCCIL) ອົງການສົ່ງເສີມການຄ້າຍີ່ປຸ່ນ ປະຈໍານະຄອນຫຼວງວຽງຈັນ (JETRO) ອົງການຮ່ວມມືສາກົນຍີ່ປຸ່ນ ປະຈໍາລາວ (JICA) ຫ້ອງການທະນາຄານຮ່ວມມືສາກົນ ປະຈໍາບາງກອກ (JBIC) ແລະ ອົງການການເງິນສາກົນ ປະຈຳລາວ (IFC) ໂດຍເປັນປະທານຮ່ວມຂອງທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີກະຊວງ ຜທ ແລະ ທ່ານ ໂຄບາຢາຊິ ເຄນອິຈິ ເອກອັກຄະລາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ມີພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມໃນຫ້ອງປະຊຸມ ແລະ ເຂົ້າຮ່ວມຜ່ານລະບົບທາງໄກ (Virtual Meeting).

    ກອງປະຊຸມຄັ້ງນີ້ ເປັນກອງປະຊຸມທີ່ມີຄວາມໝາຍຄວາມສຳຄັນຫຼາຍ ເພື່ອສົ່ງເສີມການລົງທຶນຂອງສອງປະເທດລາວ-ຍີ່ປຸ່ນ ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອປຶກສາຫາລື ແລກປ່ຽນບົດຮຽນ ພ້ອມທັງຮັບການສະເໜີຂອງບັນດານັກລົງທຶນຍີ່ປຸ່ນທີ່ດຳເນີນທຸລະກິດຢູ່ໃນ ສປປ ລາວ ກອງປະຊຸມໃນແຕ່ລະຄັ້ງ ແມ່ນໄດ້ປະກອບສ່ວນອັນສໍາຄັນໃຫ້ແກ່ພາກລັດ ກໍຄືຂະແໜງການກ່ຽວຂ້ອງ ໄດ້ທົບທວນຄືນບັນດານິຕິກໍາ ລະບຽບການ ລວມເຖິງການຈັດຕັ້ງປະຕິບັດວຽກງານທີ່ຕິດພັນກັບການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂອງເອກະຊົນ ກໍຄືການອໍານວຍຄວາມສະດວກໃຫ້ແກ່ການດໍາເນີນທຸລະກິດຢູ່ ສປປ ລາວ ໃຫ້ນັບມື້ນັບດີຂຶ້ນ.

    ສໍາລັບຂໍ້ສະເໜີທີ່ໄດ້ນໍາມາປຶກສາຫາລືກັນໃນຄັ້ງນີ້ ແມ່ນປະກອບມີ 3 ຫົວຂໍ້ຄື:

  1. ການສຶກສາກ່ຽວກັບການສົ່ງເສີມ ແລະ ຈັດຕັ້ງປະຕິບັດນະໂຍບາຍການເຊື່ອມຈອດ (Land link) ຂອງ ສປປ ລາວ
  2. ການປັບປຸງການອໍານວຍຄວາມສະດວກລະບົບແຈ້ງປະຕູດຽວແຫ່ງຊາດ (National Single window-LNSW) ແລະ AEO System
  3. ການປັບປຸງຂໍ້ກໍານົດວ່າດ້ວຍຂັ້ນຕອນການອອກໃບອະນຸຍາດຫ້ອງການຜູ້ຕາງໜ້າ.

# ຂ່າວ – ພາບ : ຊິລິການດາ

error: Content is protected !!