ກະຊວງພາຍໃນ ເຊື່ອມຊຶມຫຼາຍເອກະສານສຳຄັນຂອງຊາດ

    ກອງປະຊຸມວຽກງານການເມືອງແນວຄິດທົ່ວປະເທດ ຄັ້ງທີ V ແລະ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 5 ສະໄໝທີ XI ຂອງກະຊວງພາຍໃນ ຈັດຂຶ້ນວັນທີ 10 ມັງກອນ 2023 ທີ່ກະຊວງພາຍໃນ ເປັນປະທານຂອງທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ມີທ່ານຮອງລັດຖະມົນຕີ ພ້ອມດ້ວຍພະນັກງານ-ລັດຖະກອນເຂົ້າຮ່ວມ.

    ທ່ານ ທອງຈັນ ມະນີໄຊ ໄດ້ເຜີຍແຜ່ມະຕິມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 5 ສະໄໝທີ XI ໂດຍໄດ້ຍົກຫຼາຍບັນຫາທີ່ໄດ້ຄົ້ນຄວ້າປຶກສາຫາລື ແລະ ໃຫ້ທິດຊີ້ນຳຫຼາຍບັນຫາສຳຄັນເຊັ່ນ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານ ແຜນເງິນຕາ ໄລຍະ 9 ເດືອນ ວຽກງານຈຸດສຸມທ້າຍປີ 2022 ທິດທາງແຜນການປີ 2023 ຕິດພັນກັບວາລະແຫ່ງຊາດ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ວຽກງານການຕ່າງປະເທດ ຕີລາຄາການປະຕິບັດມະຕິວ່າດ້ວຍເພີ່ມທະວີການຄຸ້ມຄອງ ແລະ ພັດທະນາທີ່ດິນໃນໄລຍະໃໝ່ ການດຳເນີນຊີວິດການເມືອງຂອງຄະນະບໍລິຫານງານສູນກາງພັກປະຈຳປີ 2022 ພ້ອມກັນນີ້ ທ່ານຍັງໄດ້ຍົກໃຫ້ເຫັນບົດສະຫຼຸບການຈັດຕັ້ງປະຕິບັດວຽກງານການເມືອງ-ແນວຄິດໄລຍະປີ 2003-2022 ແລະ ທິດທາງຮອດປີ 2025 ເຊິ່ງວຽກງານດັ່ງກ່າວແມ່ນພາກສ່ວນສຳຄັນຂອງວຽກງານກໍ່ສ້າງພັກ ເພີ່ມທະວີວຽກງານເມືອງ-ແນວຄິດ ປະກອບສ້າງຄວາມເປັນເອກະພາບດ້ານແນວຄິດ ແລະ ການກະທຳ ຄວາມເຊື່ອໝັ້ນຂອງພະນັກງານ ກຳລັງປະກອບອາວຸດໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມທິດກ້າວສູ່ຈຸດໝາຍສັງຄົມນິຍົມ ໂດຍສະເພາະ ການນຳພາຂອງພັກໃນວຽກງານການເມືອງແນວຄິດ ການສຶກສາອົບຮົມທິດສະດີ ແນວທາງນະໂຍບາຍຂອງພັກ ສືບຕໍ່ໄດ້ຮັບການເອົາໃຈໃສ່ປັບປຸງເຄື່ອນໄຫວມີປະສິດທິພາບດີຂຶ້ນ ວຽກງານຄົ້ນຄວ້າທິດສະດີ ສະຫຼຸບພຶດຕິກຳ ໄດ້ຮັບການປັບປຸງ ມີການຫັນປ່ຽນເປັນກ້າວໆ ວຽກງານກົງຈັັກການຈັດຕັ້ງ ພະນັກງານ ປັບປຸງພື້ນຖານວັດຖຸ ເຕັກນິກເພື່ອຮັບໃຊ້ວຽກງານການເມືອງ-ແນວຄິດຂອງພັກ ໄດ້ຮັບການຍົກລະດັບຢ່າງຕັ້ງໜ້າ ສະພາບແນວຄິດຫາງສຽງສັງຄົມ ຕໍ່ການນຳພາຂອງພັກ ແລະ ອື່ນໆ.

    ນອກຈາກນີ້ ທ່ານນາງ ລີວົງ ລາວລີ ຮອງລັດຖະມົນຕີກະຊວງພາຍໃນ ກໍໄດ້ຍົກໃຫ້ເຫັນຄຳເຫັນຊີ້ນຳຂອງເລຂາທິການໃຫຍ່ ຕໍ່ກອງປະຊຸມວຽກງານການເມືອງແນວຄິດທົ່ວປະເທດຄັ້ງທີ V ມະຕິວ່າດ້ວຍການຍົກສູງຄຸນນະພາບການເມືອງ-ແນວຄິດໃນໄລຍະໃໝ່ ເຂົ້າໃນຊີວິດສັງຄົມຕົວຈິງ ທັງນີ້ກໍເພື່ອໃຫ້ພະນັກງານ-ລັດຖະກອນຮັບຮູ້ ເຂົ້າໃຈ ສາມາດນຳໄປຜັນຂະຫຍາຍເຂົ້າໃນວຽກງານຕົວຈິງໃຫ້ມີຜົນສຳເລັດ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!