ສີສັດຕະນາກ ສຳເລັດການແຂ່ງຂັນສິລະປະ-ວັນນະຄະດີນັກຮຽນ

    ຫ້ອງການສຶກສາທິການ ແລະ ກີລາ ເມືອງ (ສກມ) ສີສັດຕະນາກ ນະຄອນຫຼວງວຽງຈັນ (ນວ) ຈັດການແຂ່ງຂັນສິລະປະ-ວັນນະຄະດີ ນັກຮຽນ ປະຈຳສົກຮຽນ 2022-2023 ຂຶ້ນທ້າຍອາທິດຜ່ານມາ ທີ່ສະໂມສອນໂຮງຮຽນສິລະປະແຫ່ງຊາດ ບ້ານໂພນປ່າເປົ້າ ເມືອງດັ່ງກ່າວ ໂດຍມີທ່ານ ສີທົນ ດາວພະສິດ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ທ່ານ ຄຳສິງ ດວງມາລາ ຫົວໜ້າຫ້ອງການ ສກມ ເມືອງສີສັດຕະນາກ ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານ ຄຳສິງ ດວງມາລາ ກ່າວວ່າ: ການແຂ່ງຂັນສິລະປະ-ວັນນະຄະດີຂອງນ້ອງນັກຮຽນທົ່ວເມືອງສີສັດຕະນາກ ປະຈຳສົກຮຽນ 2022-2023 ຄັ້ງນີ້ ເພື່ອເປັນການສ້າງຂະບວນການຄຳນັບ ແລະ ຊົມເຊີຍສະເຫຼີມສະຫຼອງວັນບຸນສຳຄັນຕ່າງໆຂອງຊາດ ຂອງພັກ ພ້ອມທັງເປັນການປະຕິບັດຕາມ 3 ລັກສະນະ ແລະ 5 ຫຼັກມູນຂອງການສຶກສາ ທີ່ກະຊວງສຶກສາທິການ ແລະ ກີລາວາງອອກ ໃຫ້ປາກົດຜົນເປັນຈິງ ພ້ອມທັງເປັນການປົກປັກຮັກສາຮີດຄອງປະເພນີ ວັດທະນະທຳຂອງລາວເຮົາ ເຮັດໃຫ້ນ້ອງນັກຮຽນໃຊ້ເວລາຫວ່າງເປັນປະໂຫຍດ ຫ່າງໄກສິ່ງເສບຕິດ ແລະ ສ້າງບັນດານັກສິລະປະ-ວັນນະຄະດີ ທີ່ມີພອນສະຫວັນ ເພື່ອຕາງໜ້າໃຫ້ເມືອງໄປແຂ່ງຂັນໃນ ນວ ແລະ ປະເທດໃນອະນາຄົດ.

    ສຳລັບການແຂ່ງຂັນຄັ້ງນີ້ ມີຊັ້ນອະນຸບານ ຈົນເຖິງຊັ້ນມັດທະຍົມສຶກສາຕອນປາຍ ສຳລັບລາຍການ ແຂ່ງຂັນມີ ຮ້ອງເພງ ຂັບລຳ ແລະ ບົດຟ້ອນ ຊັ້ນອະນຸບານ ມີແຂ່ງຂັນຮ້ອງເພງ ຂັບລຳ ແລະ ຟ້ອນລວມໝູ່ ລວມ 11 ຄະນະ ຊັ້ນປະຖົມສຶກສາ ມີ 16 ຄະນະ ມັດທະຍົມສຶກສາຕອນຕົ້ນມີ 11 ຄະນະ ແລະ ມັດທະຍົມສຶກສາຕອນປາຍ ມີ 15 ຄະນະ.

    ຜົນການແຂ່ງຂັນ ປະເພດບົດຟ້ອນ ຊັ້ນອະນຸບານ ອັນດັບ 1 ໂຮງຮຽນອະນຸບານ ວິຣະຖາວອນ ຊັ້ນປະຖົມສຶກສາ ໂຮງຮຽນປະຖົມ ມິດເຊີນສິງກະໂປ ຊັ້ນມັດທະຍົມສຶກສາຕອນຕົ້ນ ແມ່ນໂຮງຮຽນ ມ ຕົ້ນ ແສງສະໄໝ ຊັ້ນມັດທະຍົມຕອນປາຍ ອັນດັບ 1 ມ ປາຍ ສີສັດຕະນາກ ປະເພດບົດຮ້ອງເພງ ຊັ້ນອະນຸບານ ອັນດັບ 1 ອະນຸບານ ໄຊມຸງຄຸນ ຊັ້ນປະຖົມ ອັນດັບ 1 ປະຖົມພະໄຊ ຊັ້ນມັດທະຍົມຕອນຕົ້ນ ອັນດັບ 1 ມ ຕົ້ນ ສີສັດຕະນາກ ຊັ້ນມັດທະຍົມຕອນປາຍ ອັນດັບ 1 ມ ປາຍ ສີສັດຕະນາກ ປະເພດບົດຂັບລຳ ຊັ້ນອະນຸບານ ອັນດັບ 1 ອະນຸບານ ຈອມເພັດ ຊັ້ນປະຖົມ ອັນດັບ 1 ປະຖົມສະຖາພອນ ຊັ້ນມັດທະຍົມຕອນຕົ້ນ ອັນດັບ 1  ມ ຕົ້ນ ຈອມເພັດ ຊັ້ນມັດທະຍົມຕອນປາຍ ອັນດັບ 1 ມສ ສະຖາພອນ.

error: Content is protected !!