ຈະພັດທະນາ-ຄຸ້ມຄອງອິນເຕີເນັດລວມສູນ ແລະ ມີສ່ວນຮ່ວມຂອງທຸກພາກສ່ວນ

     ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ສະຫຼຸບວຽກງານປະຈໍາ 6 ເດືອນຕົ້ນປີ 2020 ແລະ ທິດທາງແຜນການ ປະຈຳ 6 ເດືອນທ້າຍປີ ໃນວັນທີ 19 ມິຖຸນາ 2020 ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະ ມົນຕີກະຊວງແຜນການ ແລະ ການລົງທຶນ ທັງເປັນປະທານຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ມີລັດຖະມົນຕີ ຮອງລັດຖະມົນ ຕີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ໃນກອງປະຊຸມ ທ່ານ ແກ້ວວີສຸກ ໂສລະພົມ ຫົວໜ້າສູນອິນເຕີເນັດແຫ່ງຊາດ ຫົວໜ້າກອງເລຂາຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ໄດ້ລາຍງານໃຫ້ຊາບວ່າ: ໃນໄລຍະຕົ້ນປີທີ່ຜ່ານມາ ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ໄດ້ເຄື່ອນໄຫວວຽກງານການຄຸ້ມຄອງອິນເຕີເນັດໃນ ສປປ ລາວ ຢ່າງເອົາຈິງເອົາຈັງ ເຊິ່ງເປັນໄລຍະທີ່ມີຫຼາຍເຫດການເກີດຂຶ້ນ ແລະ ທີ່ພົ້ນເດັ່ນ ໂດຍສະເພາະໃນທົ່ວໂລກໄດ້ປະເຊີນກັບການລະບາດຂອງພະຍາດໂຄວິດ-19 ໃນນັ້ນ ສປປ ລາວ ກໍ​ຖືກຜົນກະທົບເຊັ່ນດຽວກັນ ເຊິ່ງເຮັດໃຫ້ເກີດມີການພົວພັນຂອງຄົນໃນສັງຄົມ ແລະ ການດຳລົງຊີວິດຮູບແບບໃໝ່ ຫຼື New Normal ເຮັດໃຫ້ຫຍັບເຂົ້າໃກ້ການຫັນເປັນດີຈີຕອນຫຼາຍ​ຂຶ້ນ ຄຄອຊ ໄດ້ຊີ້ນຳຂະແໜງການກ່ຽວຂ້ອງ ແລະ ບັນດາບໍລິສັດຜູ້ໃຫ້ບໍລິການດ້ານໂທລະຄົມມະນາຄົມ ແລະ ອິນເຕີເນັດ ປະກອບສ່ວນຕໍ່ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ 19 ເປັນຕົ້ນເວັບໄຊທາງການ covid19.gov.la ແລະ ແອັບຕິດຕາມ LaoKYC ເພື່ອເປັນຊ່ອງທາງໃນການເຜີຍແຜ່ຂໍ້ມູນທາງການ ໄດ້ຕິດຕັ້ງສາຍດ່ວນ 165, 166 ເພື່ອໃຫ້ປະຊາຊົນໂທເຂົ້າມາສອບຖາມໂດຍບໍ່ເສຍຄ່າ ໄດ້ປະກອບສ່ວນເປັນເງິນສົດຈຳນວນ 2,6 ຕື້ກີບ ແລະ ການບໍລິການອື່ນໆ ໄດ້ຊີ້ນຳໃຫ້ຫຼຸດຄ່າບໍລິການອິນເຕີເນັດ ຫຼຸດຄ່າໂທລະສັບ ແຈກດາຕາອິນເຕີເນັດໃຫ້ແກ່ສັງຄົມ ແລະ ໄດ້ສົ່ງຂໍ້ຄວາມສັ້ນກ່ຽວກັບສະພາບພະຍາດໂຄວິດ 19 ຜ່ານໂທລະສັບມືຖືໃຫ້ແກ່ສັງຄົມທຸກວັນ ແຕ່ໃນໄລຍະດັ່ງກ່າວ ກໍ​ເກີດມີຫຼາຍປາກົດການທີ່ຕິດພັນກັບວຽກງານການຄຸ້ມຄອງຂໍ້ມູນຂ່າວສານ ແລະ ຫາງສຽງຜ່ານອິນເຕີເນັດ ໂດຍສະເພາະແມ່ນການຮົ່ວໄຫຼ​ຂອງຂໍ້ມູນ ແລະ ເອກະສານສຳຄັນຕ່າງໆ ກ່ອນການເຜີຍແຜ່ຢ່າງເປັນທາງການ ບັນດາຂ່າວປອມ ການໂຈມຕີຕໍ່ຕ້ານແນວທາງການນຳພາຂອງພັກ-ລັດ ທີ່ຖືກເຜີຍແຜ່ ແລະ ສົ່ງຕໍ່ເທິງອິນເຕີເນັດ ກໍ່ຄືສື່ສັງຄົມອອນລາຍ. ພ້ອມກັນນີ້ ກໍ​ໄດ້ເອົາໃຈໃສ່ຕໍ່ກັບການເຄື່ອນໄຫວປູກຈິດສຳນຶກໃຫ້ແກ່ພະນັກງານ ແລະ ສັງຄົມ ການໂຄສະນາເຜີຍແຜ່ຜົນດີ-ຜົນຮ້າຍຂອງການນຳໃຊ້ສື່ສັງຄົມອອນລາຍ ຜ່ານຫຼາຍຊ່ອງທາງ ເຊັ່ນ: ສື່ສັງຄົມອອນລາຍ ໂທລະພາບ ວິທະຍຸ ໜັງສືພິມ ແລະ ເວັບໄຊທາງການຂອງບາງຂະແໜງການ.

    ນອກຈາກນັ້ນ ກໍ​ໄດ້ເນັ້ນໜັກວຽກງານການແກ້ໄຂການພະນັນອອນລາຍ ກວດກາການນໍາໃຊ້ຄື້ນຄວາມຖີ່ ແລະ ອິນເຕີເນັດຄາເຟ ທີ່ໃຫ້ບໍລິການບໍ່ຖືກຕ້ອງກັບລະບຽບກົດໝາຍ ວຽກງານການຂຶ້ນທະບຽນຊິມຄາດ ໂດຍສະເພາະ ໄດ້ຊຸກຍູ້ການນຳໃຊ້ໄອຊີທີເຂົ້າໃນວຽກງານການບໍລິຫານລັດຖະບານ ເຊິ່ງປັດຈຸບັນ ບາງຂະແໜງການກໍໄດ້ນຳໃຊ້ຊ່ອງທາງອອນລາຍ ເພື່ອເຮັດໃຫ້ມີຄວາມສະດວກ ວ່ອງໄວ ແລະ ທັນສະໄໝຂຶ້ນກວ່າເກົ່າ ເພື່ອກ້າວໄປສູ່ການສ້າງລັດຖະບານເອເລັກໂຕຣນິກ​ ຫຼື ລັດຖະບານດິຈິຕອນໃນອະນາຄົດ ເປັນຕົ້ນ ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ກໍ່​ໄດ້ເປັນເຈົ້າການໃນການສະໜອງລະບົບກອງປະຊຸມທາງໄກ (Video Conference) ລະບົບອີເມວຂອງລັດຖະບານ ລະບົບຫ້ອງການທັນສະໄໝ (e-Office) ລະບົບ Government-Web-Platform ລະບົບ Government-Chat ແລະ ອື່ນໆ ໃຫ້ບັນດາກະຊວງ ແລະ ອົງການລັດຖະບານ ແຕ່ສູນກາງຈົນຮອດທ້ອງຖິ່ນ. ພ້ອມດຽວກັນນັ້ນ ໃນວຽກງານຫັນເປັນດິຈິຕອນ ລັດຖະບານໄດ້ແຕ່ງຕັ້ງຄະນະສະເພາະກິດເພື່ອເລັ່ງຄົ້ນຄວ້າສ້າງແຜນແມ່ບົດການຫັນໄປສູ່ການຊຳລະສະສາງແບບດີຈີຕອນ ແລະ ແຜນແມ່ບົດການພັດທະນາເສດຖະກິດດີຈີຕອນຂອງ ສປປ ລາວ ພ້ອມນີ້ ຍັງໄດ້ປຶກສາຫາລືກ່ຽວກັບການສະເໜີຂໍຈັດຕັ້ງປະຕິບັດວຽກງານໃນດາວທຽມລາວ ຕຳເເໜ່ງວົງໂຄຈອນ 126°E ຕື່ມອີກ.

    ສໍາລັບທິດທາງແຜນການໃນຕໍ່ໜ້າ ຄຄອຊ ຈະສືບຕໍ່ຊີ້ນຳການສ້າງ ປັບປຸງ ແລະ ຈັດຕັ້ງປະຕິບັດບັນດານິຕິກຳກ່ຽວກັບວຽກງານຄຸ້ມຄອງໄອຊີທີ ສື່ສັງຄົມອອນລາຍ ເພື່ອໃຫ້ກວມເອົາຊ່ອງທາງ ແລະ ວິທີການໃໝ່ທີ່ເກີດຂຶ້ນ ແລະ ຖືກນຳໃຊ້ຫຼາຍໃນສັງຄົມເປັນແຕ່ລະໄລຍະ ສືບຕໍ່ສ້າງແຜນແມ່ບົດການຫັນໄປສູ່ການຊຳລະສະສາງແບບດີຈີຕອນ ແລະ ແຜນແມ່ບົດການພັດທະນາເສດຖະກິດດີຈີຕອນຂອງ ສປປ ລາວ ເພື່ອສະເໜີຕໍ່ລັດຖະບານໃນຂັ້ນຕໍ່ໄປ ສືບຕໍ່ວຽກງານການຄຸ້ມຄອງ ແລະ ແກ້ໄຂການພະນັນອອນລາຍ ກວດກາການນໍາໃຊ້ຄື້ນຄວາມຖີ່ ແລະ ອິນເຕີເນັດຄາເຟ ທີ່ໃຫ້ບໍລິການບໍ່ຖືກຕ້ອງກັບລະບຽບກົດໝາຍ ວຽກງານການຂຶ້ນທະບຽນຊິມຄາດໃຫ້ສຳເລັດພາຍໃນປີ 2020 ສືບຕໍ່ການສ້າງລັດຖະບານເອເລັກໂຕຣນິກ ໂດຍສະເພາະກໍແມ່ນການຂະຫຍາຍ ແລະ ສົ່ງເສີມການນຳໃຊ້ໃຫ້ແກ່ບັນດາກະຊວງ ອົງການລັດຖະບານ ທັງໃນສູນກາງ ແລະ ທ້ອງຖິ່ນ ໄດ້ນຳໃຊ້ໃຫ້ເກີດປະໂຫຍດ ແລະ ສາມາດຮັກສາຄວາມປອດໄພ ແລະ ບໍ່ໃຫ້ຂໍ້ມູນຂອງລັດຖະ ບານທີ່ສຳຄັນຮົ່ວໄຫຼອອກນອກປະເທດ ສືບຕໍ່ວຽກງານການພັດທະນາ-ຄຸ້ມຄອງອິນເຕີເນັດລວມສູນ ແລະ ມີສ່ວນຮ່ວມຂອງທຸກພາກສ່ວນ ຮອງຮັບການຫັນເປັນດີຈີຕອນ ແລະ ການກ້າວເຂົ້າສູ່ຍຸກອຸດສາຫະກຳ 4.0 ໃນອະນາຄົດ ສືບຕໍ່ວຽກງານການເຄື່ອນໄຫວ​ຖອດຖອນບົດຮຽນ ແລະ ກໍ່ສ້າງບຸຄະລາກອນໃຫ້ມີຄວາມສາມາດສູງຂຶ້ນ ໃນວຽກງານການຄຸ້ມຄອງອິນເຕີເນັດ ສືບຕໍ່ຊຸກຍູ້ ຜັກດັນໃຫ້ວຽກງານເຕັກນິກທີ່ຕິດພັນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຜົນສຳເລັດ ແລະ ປາກົດຜົນເປັນຈິງ.

error: Content is protected !!