ໄຊທານີ ສ້າງບ້ານວັດທະນະທໍາສໍາເລັດ 102 ບ້ານ

    ທ່ານ ຄູນມີ ຣາຊະພົນ ຫົວໜ້າຫ້ອງການຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ສໍາພາດກ່ຽວກັບການສ້າງຄອບຄົວ ແລະ ບ້ານວັດທະນະທໍາຢູ່ພາຍໃນເມືອງວ່າ: ທົ່ວເມືອງໄຊທານີ ມີທັງໝົດ 104 ບ້ານ ແລະ ມີ 46.151 ຄອບຄົວ ເຊິ່ງການສ້າງຄອບຄົວ ແລະ ບ້ານວັດທະນະທໍາ ໄດ້ຮັບການຊີ້ນໍາ-ນໍາພາ ແລະ ລົງໃກ້ຊິດຕິດແທດຈາກການນໍາເມືອງ ຫ້ອງການຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ບ້ານ ແລະ ກຸ່ມບ້ານ ໂດຍສະເພາະ ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ໄດ້ລົງມາຊ່ວຍ ເນື່ອງຈາກເມືອງໄຊທານີເປັນເມືອງທີ່ໃຫຍ່ກວ່າໝູ່ ແລະ ຫຼາຍເມືອງຂອງນະຄອນຫຼວງວຽງຈັນ ໄດ້ປະກາດບ້ານວັດທະນະທໍາສໍາເລັດແລ້ວ.

    ສະເພາະປີ 2022 ຫ້ອງການຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວເມືອງ ໄດ້ວາງຄາດຫມາຍສູ້ຊົນ ການສ້າງຄອບຄົວວັດທະນະທໍາໃຫ້ໄດ້ 500 ຄອບຄົວ ແຕ່ການຈັດຕັັ້ງປະຕິບັດຕົວຈີງ ສາມາດສ້າງໄດ້ 866 ຄອບຄົວ ທຽບໃສ່ແຜນການ ປະຕິບັດໄດ້ 173,2% ມາຮອດປັດຈຸບັນ ສາມາດສ້າງຄອບຄົວວັດທະນະທໍາໄດ້ແລ້ວ 36 ພັນກວ່າຄອບຄົວ ແລະ ສ້າງເປັນບ້ານວັດທະນະທໍາສໍາເລັດ 102 ບ້ານ ໂດຍຕາມແຜນກອງປະຊຸມໃຫຍ່ຄັ້ງທີ 7 ຂອງອົງຄະນະພັກເມືອງໄຊທານີ ຈະປະກາດບ້ານວັດທະນະທໍາໃຫ້ສໍາເລັດໃນປີ 2023-2024 ໃນນີ້ ຈະສືບຕໍ່ສ້າງຄອບຄົວ ແລະ ບ້ານວັດທະນາທໍາທີ່ຍັງເຫຼືອໃນຈໍານວນ 2 ບ້ານໃຫ້ສໍາເລັດ ພ້ອມນັ້ນ ຈະໄດ້ລົງປະເມີນຄືນບ້ານທີ່ໄດ້ປະກາດເປັນບ້ານວັດທະນະທໍາໄປແລ້ວ.

    ສໍາລັບການສ້າງຄອບຄົວ ແລະ ບ້ານວັດທະນະທໍາ ແມ່ນອີງໃສ່ແຕ່ລະຕົວຊີ້ວັດຂອງແຕ່ລະມາດຕະ ຖານ ເຊິ່ງມາດຕະຖານຄອບຄົວວັດທະນະທໍາ ຕ້ອງເຄົາລົບ ແລະ ປະຕິບັດກົດໝາຍ ເຂົ້າຮ່ວມຂະບວນການພາຍໃນບ້ານ ມີ 10 ຕົວຊີ້ວັດຄອບຄົວອົບອຸ່ນ ກ້າວໜ້າ ຊ່ວຍເຫຼືອເຊີ່ງກັນ ແລະ ກັນ ມີ 7 ຕົວຊີ້ວັດ ການຜະລິດ ການດໍາເນີນທຸລະກິດ ການສຶກສາຮໍ່າຮຽນ ຫຼືມີວຽກເຮັດງານທໍາມີ 6 ຕົວຊີ້ວັດ ສ່ວນມາດຕະຖານບ້ານວັດທະນະທໍາ ຕ້ອງເຄົາລົບ ແລະ ປະຕິບັດແນວທາງນະໂຍບາຍ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ມີ 5 ຕົວຊີ້ວັດ ການເຄື່ອນໄຫວຊີວິດວັດທະນະທໍາທີ່ອຸດົມສົມບູນ 9 ຕົວຊີ້ວັດ ພື້ນຖານເສດຖະກິດໝັ້ນຄົງ ແລະ ມີການພັດທະນາ 5 ຕົວຊີ້ວັດ ສິ່ງແວດລ້ອມ ແລະ ທິວທັດທີ່ສວຍງາມມີ 7 ຕົວຊີ້ວັດ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!