ລາວທານີ ກົນຈັກໜັກ-ພີທີທີລາວ ຮ່ວມມືຕິດຕັ້ງສະຖານີສາກລົດໄຟຟ້າ EV Station Pluz | Blue Dot

    ພິທີລົງນາມ ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືຕິດຕັ້ງສະຖານີສາກລົດໄຟຟ້າ ພາຍໃຕ້ຍີ່ຫໍ້ EV Station Pluz | Blue Dot ພາຍໃນພື້ນທີ່ປ້ໍານ້ຳມັນ ພີທີທີ (ລາວ) ຈຳກັດ ໃນທົ່ວປະເທດ ຈັດຂຶ້ນວັນທີ 9 ມັງກອນ 2023 ຢູ່ບໍລິສັດ ລາວທານີ ກົນຈັກໜັກ ຈໍາກັດຜູ້ດຽວ (ບຼູດອດ) ບ້ານສີວິໄລ ເມືອງໄຊທານີ ນະຄອນຫຼວງວຽງຈັນ ລະຫວ່າງທ່ານ ລັດສະສີພົນ ພິມພະຈັນ ຜູ້ອໍານວຍການບໍລິສັດ ລາວທານີ ກົນຈັກໜັກ (ບຼູດອດ) ແລະ ທ່ານ ທິຣະ ວິຣະວົງ ຜູ້ອໍານວຍການບໍລິສັດ ພີທີທີ (ລາວ) ຈຳກັດ ໂດຍມີຄະນະຜູ້ບໍລິຫານງານ ຕະຫຼອດຮອດພະນັກງານຂອງທັງສອງຝ່າຍ ແລະ ບັນດາແຂກຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ເພື່ອເປັນການຮອງຮັບຄວາມຕ້ອງການໃນການເພີ່ມຂຶ້ນຂອງຈໍານວນລົດໄຟຟ້າໃນ ສປປ ລາວ ແລະ ເພື່ອອຳນວຍຄວາມສະດວກໃນການເດີນທາງດ້ວຍລົດໄຟຟ້າຈາກປະເທດອ້ອມຂ້າງ ເປົ້າໝາຍເພື່ອໃຫ້ປະເທດລາວ ເປັນ Land-Link ຂອງ ASEAN ຢ່າງແທ້ຈິງ ບໍລິສັດ ລາວທານີ ກົນຈັກໜັກ ຈໍາກັດຜູ້ດຽວ (ບຼູດອດ) ຈຶ່ງໄດ້ຮ່ວມມືກັບບໍລິສັດ ພີທີທີ (ລາວ) ຈຳກັດ ເພື່ອກໍ່ສ້າງ ແລະ ຂະຫຍາຍສະຖານີສາກລົດໄຟຟ້າໃຫ້ຄວບຄຸມພື້ນທີ່ທຸກການເດີນທາງຂອງທ່ານ ພາຍໃຕ້ແນວຄິດ Concept ວ່າ H2H “Connect your HOME TO your HOLIDAY” ທີ່ສາມາດຕອບສະໜອງຄວາມຕ້ອງການໃນການເດີນທາງໄປ-ກັບຈາກເຮືອນຂອງທ່ານເພື່ອໄປເຖິງຈຸດໝາຍປາຍທາງ ແລະ ບັນດາສະຖານທີ່ທ່ອງທ່ຽວຕ່າງໆໃນ ສປປ ລາວ ເພື່ອເປັນການສະໜັບສະໜູນການທ່ອງທ່ຽວສີຂຽວ ແລະ ເປັນມິດກັບທຳມະຊາດ ແລະ ສິ່ງແວດລ້ອມ. 

    ລະບົບສະຖານີສາກລົດໄຟຟ້າ EV Station Pluz | BlueDot ແມ່ນມີຕູ້ສາກທີ່ໄດ້ຮັບມາດຕະຖານຈາກເອີຣົບ (CE Certificate) ເຊິ່ງມີກໍາລັງໄຟຟ້າສູງເຖິງ 182kW ແລະ 202kW ເປັນຕູ້ສາກທີ່ໄວທີ່ສຸດໃນຕອນນີ້ ຮຸ່ນ ADC182 ປະກອບມີຫົວສາກ DC ແບບ CCS2 ຂະໜາດ 160kW (160 ກິໂລວັດ) 2 ຫົວ ແລະ ຫົວສາກ AC ແບບ Type2 ຂະໜາດ 22 kW (22 ກິໂລວັດ) 1 ຫົວ ແລະ ຮຸ່ນ ADC202 ປະກອບມີຫົວສາກ DC ແບບ CCS2 ຂະໜາດ 180kW (180 ກິໂລວັດ) 2 ຫົວ ແລະ ຫົວສາກ AC ແບບ Type2 ຂະໜາດ 22 kW (22 ກິໂລວັດ) 1 ຫົວ ເຊິ່ງສາມາດໃຫ້ບໍລິການລົດໄດ້ 3 ຄັນໃນເວລາດຽວກັນ ເນື່ອງຈາກປະເທດເພື່ອນບ້ານ ກໍຄືປະເທດໄທ ມີການຂະຫຍາຍສະຖານີສາກລົດໄຟຟ້າ (EV Station PluZ) ໃນເກືອບທົ່ວປະເທດ ແລະ ປະເທດໄທກໍກຳລັງເປັນທີ່ນິຍົມກັນຫັນມາໃຊ້ລົດໄຟຟ້າເຊັ່ນກັນ ໃນປີ 2023 ພວກເຮົາຈຶ່ງຮ່ວມມືກັນວາງແຜນຂະຫຍາຍສະຖານີສາກລົດໄຟຟ້າພາຍໃນປໍ້ານໍ້າມັນ ພີທີທີ (ລາວ) ຈໍາກັດ ຢູ່ 10 ຈຸດ ຄື: ສະຖານີນ້ຳມັນດອນກອຍ ສະຖານີນ້ຳມັນ ຫຼັກ 21 ສະຖານີນໍ້າມັນໜອງແຕ່ງ ສະຖານີນ້ຳມັນຫຼວງພະບາງ ສະຖານີນ້ຳມັນວັງວຽງ ສະຖານີນ້ຳມັນກາສີ ສະຖານີນ້ຳມັນປາກຊັນ ສະຖານີນ້ຳມັນທ່າແຂກ ສະຖານີນ້ຳມັນສະຫວັນນະເຂດ ແລະ ສະຖານີນ້ຳມັນປາກເຊ.

    ການລົງນາມບົດບັນທຶກຄວາມເຂົ້າໃຈຮ່ວມມືຄັ້ງນີ້ ເພື່ອສຶກສາໃນລາຍລະອຽດຕ່າງໆກ່ຽວກັບການຮ່ວມມື ເພື່ອກ້າວເຂົ້າສູ່ການເຊັນສັນຍາເພື່ອດຳເນີນການຂະຫຍາຍສະຖານີສາກຕໍ່ໄປ ການຮ່ວມມືລະຫວ່າງບໍລິສັດ ລາວທານີ ກົນຈັກໜັກ ຈໍາກັດຜູ້ດຽວ (ບຼູດອດ) ແລະ ພີທີທີ ລາວ ຄັ້ງນີ້ ເປັນໂອກາດທີ່ເໝາະສົມ ແລະ ດີ ງາມຂອງສອງຝ່າຍ ໃນການຮ່ວມມືພັດທະນາອຸດສາຫະກໍາລົດໄຟຟ້າ ແລະ ຍັງໄດ້ມີສ່ວນຮ່ວມຕໍ່ການເອົາໃຈ ໃສ່ດ້ານສິ່ງແວດລ້ອມ ແລະ ສັງຄົມ ເພື່ອໃຫ້ເປັນໄປຕາມນະໂຍບາຍຂອງລັດຖະບານກຳນົດ ເພື່ອແນໃສ່ເພີ່ມຄວາມສະດວກສະບາຍ ແລະ ທັນສະໄໝແກ່ສັງຄົມ ອີກດ້ວຍ. 

(ສະບາໄພ) 

error: Content is protected !!