ເພື່ອເປັນການປະກອບສ່ວນຊຸກຍູ້ ເປັນອຸປະກອນນຳໃຊ້ ເຂົ້າໃນການເຜີຍແຜ່ ໂຄສະນາ ແຈ້ງຂ່າວ ປະຊາສຳພັນ ວຽກງານຕ່າງໆ ໃຫ້ພໍ່ ແມ່ ປະຊາຊົນ ພາຍໃນບ້ານຮັບຮູ້ ຢ່າງທົ່ວເຖິງ ແລະ ທັນເວລາ ດັ່ງນັ້ນ ໃນວັນທີ 4 ມັງກອນ 2023 ທີ່ວັດບ້ານ ປັກແຮດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຈິ່ງໄດ້ມີພິທີ ມອບ-ຮັບ ເຄື່ອງໃຊ້ທີ່ຈຳເປັນເຂົ້າໃນວຽກງານຂອງບ້ານ.



ເຄື່ອງທີ່ນຳມາມອບ ໃນຄັ້ງນີ້ ລວມມີ: ເຄື່ອງຄອມພິວເຕີ ຕັ້ງໂຕະ 1 ຊຸດ ເຄື່ອງປິ່ນເອກະສານ 1 ຊຸດ ໂທລະໂຄ່ງ 4 ໜ່ວຍ ແອມ 1 ໜ່ວຍ ລວມມູນຄ່າ 26.000.000 ກີບ (ຊາວຫົກລ້ານກີບ) ເຊິ່ງໃຫ້ກຽດຕາງໜ້າມອບ ໂດຍ ທ່ານ ນາງ ພອນມະນີ ເຮືອງສີສະຫວັດ ອຳນວຍການບໍລິສັດໂລຕັດການຄ້າ ແລະ ການລົງທຶນ ຈຳກັດ ແລະ ໃຫ້ກຽດຕາງໜ້າຮັບໂດຍ ທ່ານ ຈັກກະພັນ ໄຊຍະຈັກ ນາຍບ້ານປັກແຮດ ເຄື່ອງທີ່ນຳມາມອບໃນຄັ້ງນີ້ ແມ່ນໄດ້ຮັບການສະໜັບສະໜູນ ຈາກພະອາຈານ ກູຣູຈີຊາກາຣູມາກາມາທາ ແລະ ບໍລິສັດໂລຕັດ ການຄ້າ ແລະ ການລົງທຶນ ຈຳກັດ.
ພ້ອມນີ້ ທ່ານ ຈັກກະພັນ ໄຊຍະຈັກ ນາຍບ້ານປັກແຮດ ຍັງໄດ້ກ່າວຂອບອົກ ຂອບໃຈ ແລະ ຍ້ອງຍໍຊົມເຊີຍ ໃນການປະກອບສ່ວນໃນຄັ້ງນີ້ ແລະ ຈະຮັກສານຳໃຊ້ເຂົ້າໃນວຽກງານຕ່າງໆ ຂອງບ້ານ ເພື່ອໃຫ້ເກີດຜົນປະໂຫຍດສູງສຸດ.
ພາບ-ຂ່າວ: ເມືອງນາຊາຍທອງ