ນ້ອຍ ເລົ່າຈົ່ງຊົວ ຄວ້າລາງວັນຊະນະເລີດການແຂ່ງຂັນ Miss Hmong Laos 2023

    ໝາຍເລກ M18 ນາງ ນ້ອຍ ເລົ່າຈົ່ງຊົວ ສາວງາມຈາກແຂວງຊຽງຂວາງ ຄວ້າລາງວັນຊະນະເລີດການແຂ່ງຂັນ Miss Hmong Laos 2023 ຂະນະທີ່ຮອງອັນດັບ 1 ຕົກເປັນຂອງສາວງາມຈາກແຂວງວຽງຈັນ ຮອງອັນດັບ 2 ສາວງາມຈາກແຂວງຫຼວງພະບາງ ຮອງອັນດັບ 3 ສາວງາມຈາກແຂວງຊຽງຂວາງ.   

    ການແຂ່ງຂັນ Miss Hmong Laos 2023 ໄດ້ເປີດຮັບສະໝັກແຕ່ວັນທີ 1 ພະຈິກ 2022 ໂດຍມີຜູ້ເຂົ້າຮ່ວມ 60 ຄົນ ແລະ ຈັດແຂ່ງຂັນເປັນທາງການວັນທີ 28 ທັນວາ 2022 ເປັນຕົ້ນມາ ຢູ່ສວນກີລາພື້ນ ເມືອງລາວສໍາພັນ ບ້ານຊໍາເກດ ເມືອງສີໂຄຕະບອງ ນະຄອນຫຼວງວຽງຈັນ ເນື່ອງໃນໂອກາດງານບຸນກິນຈຽງ (ນໍເປ່ເຈົ່າ) ຂອງເຜົ່າມົ້ງ ປະຈໍາປີ 2023 ເຊິ່ງເປັນກິດຈະກໍາໜຶ່ງທີ່ສໍາຄັນໃນໂອກາດປີໃໝ່ສາກົນ 2023 ເພື່ອສົ່ງເສີມວັດທະນະທໍາອັນດີງາມຂອງເຜົ່າມົ້ງ ຕິດພັນກັບການສົ່ງເສີມການທ່ອງທ່ຽວ “ລາວທ່ຽວລາວ” ງານດັ່ງ ກ່າວແມ່ນການຮ່ວມມືລະຫວ່າງກົມຂະບວນການ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ບໍລິສັດ ລາວການຄ້າ ປຸງແຕ່ງແຮ່ທາດ ຈໍາກັດ ໂດຍໂຄງການແຂ່ງຂັນນາງສາວເຜົ່າມົ້ງລາວ ປີ 2023 ເປັນໜຶ່ງໃນບັນດາໂຄງການແຂ່ງຂັນນາງສາວງາມ ທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເປັນຜູ້ຄຸ້ມຄອງ ແລະ ເປັນອີກຂະ ບວນການໜຶ່ງໃນການເຕົ້າໂຮມຄວາມສາມັກຄີຊາວໜຸ່ມລາວບັນດາເຜົ່າ ແລະ ປຸກລະດົມໃຫ້ເຂົາເຈົ້າເຫັນໄດ້ຄວາມສໍາຄັນຂອງການສຶກສາ ການຮັກສາສຸຂະພາບ ການເສີມສ້າງບຸກຄະລິກກະພາບ ແລະ ການສືບທອດວັດທະນະທໍາອັນດີງາມຂອງຊາດລາວ ນອກນີ້ຍັງເປັນເວທີທີ່ສ້າງແຮງບັນດານໃຈໃຫ້ຊາວໜຸ່ມທີ່ມັກ-ຮັກໃນການແຂ່ງຂັນຄວາມງາມ ໄດ້ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມຮູ້ ຄວາມສາມາດຕາມມາດຕະຖານຂອງການແຂ່ງຂັນ ເປີດໂອກາດໃຫ້ແມ່ຍິງລາວ ກໍຄືແມ່ຍິງເຜົ່າມົ້ງລາວ ໄດ້ມີສ່ວນຮ່ວມໃນກິດຈະກໍາດັ່ງກ່າວ ທັງເປັນການປູກຈິດສໍານຶກໃຫ້ຊາວໜຸ່ມລາວ ໄດ້ຮຽນຮູ້ວັດທະນະທໍາ ຮີດຄອງປະເພນີຂອງລາວ ແລະ ເປັນການຮັດແໜ້ນຄວາມສາມັກຄີໃນການດໍາລົງຊີວິດຢູ່ຮ່ວມກັນໃນສັງຄົມ ເພື່ອຊຸກຍູ້-ສົ່ງເສີມຊາວໜຸ່ມລາວ ສະແດງຄວາມອອກຄວາມຮູ້ ຄວາມສາມາດ ທັກສະສູ່ສາຍຕາສັງຄົມພາຍໃນແລະຕ່າງປະເທດ.

    ສໍາລັບຮອບຊີງຊະນະເລີດຈັດຂຶ້ນວັນທີ 3 ມັງກອນ 2023 ມີຜູ້ເຂົ້າຮອບ 24 ຄົນ ເຊິ່ງຜົນການໃຫ້ຄະນະຈາກຄະນະກໍາມະການ ຊະນະເລີດໄດ້ແກ່ໝາຍເລກ M18 ນາງ ນ້ອຍ ເລົ່າຈົ່ງຊົວ ຈາກແຂວງຊຽງຂວາງ ໄດ້ຮັບມົງກຸດເພັດ ເງິນລາງວັນ 15 ລ້ານກີບ ພ້ອມສາຍສະພາຍ ຮອງອັນດັບ 1 ໝາຍເລກ M24 ນາງ ປ່າເຊ້ຍລີ ລີເຍ່ຍວື ຈາກແຂວງວຽງຈັນ ໄດ້ຮັບເງິນລາງວັນ 10 ລ້ານກີບ ພ້ອມສາຍສະພາຍ ຮອງອັນດັບ 2   ໝາຍເລກ M5 ນາງ ປ່າຢົງຢ່າງ ຈາກແຂວງຫຼວງພະບາງ ໄດ້ຮັບເງິນລາງວັນ 5 ລ້ານກີບ ຮອງອັນດັບ 3 ໝາຍເລກ M12 ຈາກແຂວງຊຽງຂວາງ ໄດ້ຮັບເງິນລາງວັນ 4 ລ້ານກີບ.

    ເຂົ້າຮ່ວມໃນພິທີດັ່ງກ່າວ ມີທ່ານ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາ ຊົນປະຕິວັດລາວ ທ່ານ ທອງວິໄລ ລິດທິເດດ ປະທານບໍລິສັດ ລາວການຄ້າ ປຸງແຕ່ງແຮ່ທາດ ຈໍາກັດ ປະ ທານຈັດງານບຸນກິນຈຽງ ພ້ອມດ້ວຍອາດີດການນໍາແຂວງຊຽງຂວາງ ບັນດາຜູ້ໃຫ້ການສະໜັບສະໜູນ ແລະ ພາກສ່ວນກ່ຽວຂ້ອງ. (ສະບາໄພ 6/1/2023) 

error: Content is protected !!