ສັງທອງ ຮັບມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກຊາວໜຸ່ມ-ເຍົາວະຊົນ-ອະນຸຊົນ

ພິທີຮັບມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກຊາວໜຸ່ມ-ເຍົາວະຊົນ-ອະນຸຊົນ ຈັດຂຶ້ນວັນທີ 6 ມັງກອນ 2023 ທີ່ເມືອງສັງທອງ ນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່ວມຂອງທ່ານ ພົງສະຫວັນ ສີລິພັນ ເຈົ້າເມືອງສັງທອງ ທ່ານ ພັນປະສົງ ໄຊຍະວົງສາ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ນະຄອນຫຼວງວຽງຈັນ ທ່ານ ນາງ ດາວັນ ຊາມຸນຕີ ເລຂາຄະນະບໍລິຫານງານຊາວໜຸ່ມ ເມືອງສັງທອງ ມີຮອງເຈົ້າເມືອງ ຄະນະບໍລິຫານງານຊາວໜຸ່ມເມືອງ ຄູ-ອາຈານ ພ້ອມດ້ວຍມະຫາຊົນຜູ້ກ້າວໜ້າ ເຂົ້າຮ່ວມ.

ທ່ານ ກຽງຄໍາ ແສງດາລາ ຮອງເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ (ຄຊປປລ) ໄດ້ກ່າວວ່າ: ເພື່ອເປັນການປະຕິບັດຕາມທິດທາງແຜນການຂະຫຍາຍສະມາຊິກຊາວໜຸ່ມ-ເຍົາວະຊົນ ແລະ ອະນຸຊົນທີ່ໄດ້ກຳນົດໄວ້ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ Vlll ຂອງຜູ້ແທນຊາວໜຸ່ມທົ່ວເມືອງສັງທອງໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ທັງເປັນການເປັນການສ້າງຂະບວນການສະເຫຼີມສະຫຼອງສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ພສ 2023 ທີ່ຫາກໍ່ຜ່ານພົ້ນໄປບໍ່ພໍທໍ່ໃດນີ້ໃຫ້ເປັນຂະບວນຟົດຟື້ນຄຶກຄື້ນ ດັ່ງນັ້ນ ຈຶ່ງໄດ້ຈັດພິທີດັ່ງກ່າວຂຶ້ນເພື່ອໃຫ້ສະຫາຍທີ່ກຳລັງຈະກ້າວເປັນສະມາຊິກໃໝ່ໄດ້ຍົກສູງສະຕິນໍ້າໃຈຮັກຊາດ ຮັກທ່ານຜູ້ນໍາ ແລະ ຮັກບ້ານເກີດເມືອງນອນ ກຽມພ້ອມເປັນກຳລັງແຮງໃຫ້ແກ່ພັກ ແລະ ເປັນຜູ້ສືບທອດທີ່ຈົ່ງຮັກພັກດີ ເປັນກະດູກສັນຫຼັງຂອງປະເທດຊາດ ຢ່າງແທ້ຈິງພ້ອມກັນນັ້ນກໍເປັນການຜັນຂະຫຍາຍ ແລະ ປັບປຸງການຈັດຕັ້ງຊາວໜຸ່ມໃຫ້ໜັກແໜ້ນເຂັ້ມແຂງທັງດ້ານປະລິມານ ແລະ ຄຸນນະພາບໃຫ້ດີຂຶ້ນເປັນກ້າວໆ.

ພິທີໃນຄັ້ງນີ້ ໄດ້ຮັບເອົາມະຫາຊົນກ້າວໜ້າເປັນສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ 322 ທ່ານ ຍິງ 165 ທ່ານ ແລະ ຮັບເອົາສະມາຊິກເຍົາວະຊົນ-ອະນຸຊົນ 2.431 ຄົນ ໃນນັ້ນ ສະມາຊິກອະນຸຊົນ 434 ຄົນ ຍິງ 213 ຄົນ ເຍົາວະຊົນ 138 ຄົນ ຍິງ 93 ຄົນ ຂະຫຍາຍໃໝ່ເຂົ້າເປັນສະມາຊິກເຍົາວະຊົນທັນວາ 1.861 ຄົນ.

ພາບ-ຂ່າວ: ເມືອງສັງທອງ

error: Content is protected !!