“ພະ​ລັງ​ຂອງ​ຄຳ​ວ່າ ບໍ່”  ການ​ປະ​ກວດ​ຮູບ​ຖ່າຍ​ລະ​ດັບ​ສາ​ກົນ​ດ້ວຍ​ຄວາມ​ຄິດ​ໃໝ່

 “ພະ​ລັງ​ຂອງ​ຄຳ​ວ່າ ບໍ່” – ການ​ປະ​ກວດ​ຮູບ​ຖ່າຍ​ລະ​ດັບ​ສາ​ກົນ​ດ້ວຍ​ຄວາມ​ຄິດ​ໃໝ່​ເພື່ອ​ເປັນ​ການ​ສະ​ເຫຼີມ​ສະ​ຫຼອງ ຜູ້​ຊະ​ນະ​ການ​ຕໍ່​ສູ້​ກັບ​ບັນ​ຫາ​ການ​ດື່ມ​ແລ້ວ​ຂັບ ໃນ​ລາວ.

ການ​ຮ່ວມ​ມື ຫຼາຍ​ພາກ​ສ່ວນ​ທີ່​ມາ​ຈາກ​ບັນ​ດາ​ອົງ​ກອນ​ຊຸມ​ຊົນ, ທຸ​ລະ​ກິດ, ສະ​ມາ​ຄົມ ແລະ ລັດ​ຖະ​ບານ​ຈຳ​ນວນ 28 ແຫ່ງ​ໃນ​ທົ່ວ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ກ​ໍ​າ​ລັງ​ໝູນ​ໃຊ້​ພະ​ລັງ​ແຫ່ງ​ການ​ຮ່ວມ​ມື ເພື່ອ​ຮັບ​ມື​ກັບ​ບັນ​ຫາ​ການ​ດື່ມ​ແລ້ວ​ຂັບ​ໃນ​ກຸ່ມ​ເຍົາ​ວະ​ຊົນ​ຊາວ​ໜຸ່ມ.

ເມື່ອ​ບໍ່​ດົນ​ມາ​ນີ້, ທີ່ ນະ​ຄອນ​ຫຼວງ​ວຽງ​ຈັນ – ມີ​ເຍົາ​ວະ​ຊົນ​ຊາວ​ໜຸ່ມ​ຈຳ​ນວນ​ຫຼາຍ​ຮ້ອຍ​ຄົນ​ໃນ​ທົ່ວ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ໄດ້​ເຂົ້າ​ປະ​ກວດ​ຮູບ​ຖ່າຍ​ລະ​ດັບ​ສາ​ກົນ ທີ່​ເນັ້ນ​ໃສ່​ຫົວ​ຂໍ້ “ໝູ່​ບໍ່​ປ່ອຍ​ໃຫ້​ໝູ່​ເມົາ​ແລ້ວ​ຂັບ” ເຊິ່ງ​ເປັນ​ສ່ວນ​ໜຶ່ງ​ຂອງ​ແຄມ​ເປນ “ພະ​ລັງ​ຂອງ​ຄຳ​ວ່າ ບໍ່” ໃນ​ການ​ຕ້ານ​ການ​ດື່ມ​ແລ້ວ​ຂັບ. ໃນ​ມື້​ດຽວ​ກັນ​ນີ້, ມີ​ບັນ​ດາ​ຄູ່​ຮ່ວມ​ມື​ຫຼາຍ​ພາກ​ສ່ວນ​ຈຳ​ນວນ 28 ແຫ່ງ​ຈະ​ພ້ອມ​ພຽງ​ກັນ​ມາ​ເຕົ້າ​ໂຮມ​ກັນ ເພື່ອ​ສະ​ເຫຼີມ​ສະ​ຫຼອງ​ຄວາມ​ຄິດ​ສ້າງ​ສັນ, ພະ​ລັງ ແລະ ຄວາມ​ມຸ່ງ​ໝັ້ນ​ຂອງ​ເດັກ​ໄວ​ໜຸ່ມ​ທີ່​ຈະ​ເວົ້າ​ວ່າ “ບໍ່” ຕໍ່​ການ​ດື່ມ​ແລ້ວ​ຂັບ. ໜ່ວຍ​ກູ້​ໄພ​ນະ​ຄອນ​ຫຼວງ​ວຽງ​ຈັນ 1623 ແລະ ບໍ​ລິ​ສັດ ອາ​ດີ​ເຄ ກຣຸບ ໂດຍ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ສະ​ຖານ​ທູດ​ອັງ​ກິດ​ປະ​ຈຳ​ນະ​ຄອນ​ຫຼວງ​ວຽງ​ຈັນ ແລະ ຄູ່​ຮ່ວມ​ມື​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຂອງ​ຕົນ ກໍ​ຄື ສະ​ມາ​ຄົມ​ລົດ​ຍົນ​ແຫ່ງ ສ​ສ ຫວຽດ​ນາມ (AAV) ໄດ້​ມາ​ເຕົ້າ​ໂຮມ​ກັນ ເພື່ອ​ສຶກ​ສາ​ອົບ​ຮົມ​ບັນ​ດາ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ ກ່ຽວ​ກັບ​ໄພ​ອັນ​ຕະ​ລາຍ​ທີ່​ອາດ​ເກີດ​ຈາກ​ການ​ດື່ມ​ແລ້ວ​ຂັບ.  ໄດ້​ຮ່ວມ​ເປັນ​ທີມ​ດຽວ​ກັນ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ລະ​ດັບ​ສາ​ກົນ. ແຄມ​ເປນ​ດັ່ງ​ກ່າວ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ ພັນ​ທະ​ມິດ​ຜູ້​ຄ້າ​ເຫຼົ້າ ແລະ ເຫຼົ້າ​ແວງ​ສາ​ກົນ​ໃນ​ພາກ​ພື້ນ​ອາ​ຊີ​-​ປາ​ຊີ​ຟິກ (APISWA) ແລະ ໜ່ວຍ​ງານ​ສ້າງ​ສັນ Orès ໂດຍ​ໄດ້​ຮັບ​ການ​ຮັບ​ຮອງ​ຈາກ​ສະ​ຖາ​ບັນ​ການ​ຝຶກ​ອົບ​ຮົມ ແລະ ການ​ຄົ້ນ​ຄວ້າ​ຂອງ​ສະ​ຫະ​ປະ​ຊາ​ຊາດ (UNITAR), ສະ​ພາ​ທຸ​ລະ​ກິດ​ສະ​ຫະ​ລັ​ດ​-​ອາ​ຊຽນ (US-ABC) ແລະ EU – ສະ​ພາ​ທຸ​ລະ​ກິດ​ອີ​ຢູ​-​ອາ​ຊຽນ (EU-ABC).

ພວກ​ເຮົາ​ກ​ໍ​າ​ລັງ​ສູນ​ເສຍ​ຄົນ​ລຸ້ນ​ຕໍ່​ໄປ​ຂອງ​ພວກ​ເຮົາ​ໃນ​ອັດ​ຕາ​ທີ່​ໜ້າ​ເປັນ​ຫ່ວງ.

ໃນ​ປັດ​ຈຸ​ບັນ​ນີ້ ການ​ບາດ​ເຈັບ​ຈາກ​ການ​ຈະ​ລາ​ຈອນ​ຕາມ​ທ້ອງ​ຖະ​ໜົນ​ແມ່ນ​ເປັນ​ສາ​ເຫດ​ອັນ​ດັບ​ຕົ້ນໆ​ຂອງ​ການ​ເສຍ​ຊີ​ວິດ​ໃນ​ກຸ່ມ​ເຍົາ​ວະ​ຊົນ​ຊາວ​ໜຸ່ມ​ທີ່​ມີ​ອາ​ຍຸ​ຕ​ໍ​່​າ​ກວ່າ 30 ປີ ໃນ​ທົ່ວ​ໂລກ. ໃນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ສຽງ​ໃຕ້, ອຸ​ປະ​ຕິ​ເຫດ​ຕາມ​ທ້ອງ ຖະ​ໜົນ​ໄດ້​ພາກ​ຊີ​ວິດ​ຂອງ​ຜູ້​ຄົນ​ຈຳ​ນວນ 2,000 ຄົນ​ໃນ​ແຕ່​ລະ​ວັນ. ຢູ່​ປະ​ເທດ​ລາວ, 22% ຂອງ​ການ​ບາດ​ເຈັບ​ຈາກ​ອຸ​ປະ​ຕິ​ເຫດ​ຕາມ​ທ້ອງ​ຖະ​ໜົນ​ຂອງ​ກຸ່ມ​ຜູ້​ຊາຍ ແລະ 32% ຂອງ​ການ​ບາດ​ເຈັບ​ຈາກ​ອຸ​ປະ​ຕິ​ເຫດ​ຕາມ​ທ້ອງ​ຖະ​ໜົນ​ຂອງ​ກຸ່ມ​ຜູ້​ຍິງ​ແມ່ນ​ມີ​ຄວາມ​ກ່ຽວ​ຂ້ອງ​ກັບ​ເຫຼົ້າ. ນອກ​ຈາກ​ນັ້ນ ອີງ​ຕາມ​ຂໍ້​ມູນ​ຈາກ​ອົງ​ການ​ອະ​ນາ​ໄມ​ໂລກ, 50% ຂອງ​ການ​ເສຍ​ຊີ​ວິດ​ຈາກ​ການ​ຈະ​ລາ​ຈອນ​ຕາມ​ທ້ອງ​ຖະ​ໜົນ​ຂອງ​ປະ​ເທດ​ລາວ​ແມ່ນ​ມີ​ຄວາມ​ກ່ຽວ​ຂ້ອງ​ກັບ​ເຫຼົ້າ. ຜູ້​ທີ່​ມີ​ຄວາມ​ສ່ຽງ​ສູງ​ທີ່​ສຸດ​ແມ່ນ​ກຸ່ມ​ເຍົາ​ວະ​ຊົນ​ຊາວ​ໜຸ່ມ​ໃນ​ໄວ​ອາ​ຍຸ 20 ປີ – ເຊິ່ງ​ກຳ​ລັງ​ເປັນ​ບຸກ​ຄົນ​ທີ່​ມີ​ຄວາມ​ກະ​ຕື​ລື​ລົ້ນ ແລະ ມີ​ຄວາມ​ສົດ​ໃສ ທີ່​ຫາ​ກໍ​ເລີ່ມ​ຕົ້ນ​ສ້າງ​ອະ​ນາ​ຄົດ​ຂອງ​ເຂົາ​ເຈົ້າ.

ຄວາມ​ປອດ​ໄພ​ຕາມ​ທ້ອງ​ຖະ​ໜົນ ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ຮ່ວມ​ກັນ​ຂອງ​ພວກ​ເຮົາ. ພາກ​ລັດ, ອົງ​ການ​ຈັດ​ຕັ້ງ​ທາງ​ສັງ​ຄົມ ແລະ ພາກ​ເອ​ກະ​ຊົນ​ລ້ວນ​ແຕ່​ຕ້ອງ​ມີ​ບົດ​ບາດ​ໃນ​ການ​ຫຼຸດ​ຜ່ອນ​ການ​ເສຍ​ຊີ​ວິດ ແລະ ການ​ບາດ​ເຈັບ​ເຫຼົ່າ​ນີ້ ເພື່ອ​ບັນ​ລຸ ເປົ້າ​ໝາຍ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ທີ 3 ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ເຊິ່ງ​ມີ​ເປົ້າ​ໝາຍ​ທີ່​ຈະ​ຫຼຸດ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ ແລະ ບາດ​ເຈັບ​ຈາກ​ອຸ​ປະ​ຕິ​ເຫດ​ຕາມ ທ້ອງ​ຖະ​ໜົນ​ໃຫ້​ໄດ້​ເຄິ່ງ​ໜຶ່ງ​ພາຍ​ໃນ​ປີ 2030.

ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ເຍົາ​ວະ​ຊົນ​ຊາວ​ໜຸ່ມ​ເພື່ອ​ປົກ​ປ້ອງ​ບັນ​ດາ​ໝູ່​ເພື່ອນ ແລະ ຕົວ​ເຂົາ​ເຈົ້າ​ເອງ.

ແຄມ​ເປນ​ປູກ​ຈິດ​ສຳ​ນຶກ​ໃຫ້​ແກ່​ສາ​ທາ​ລະ​ນະ ພາຍ​ໃຕ້​ຫົວ​ຂໍ້ “ພະ​ລັງ​ຂອງ​ຄຳ​ວ່າ ບໍ່” ແມ່ນ​ຄວາມ​ພະ​ຍາ​ຍາມ​ຂອງ​ພາກ​ພື້ນ ທີ່​ແນ​ໃສ່​ການ​ຍົກ​ລະ​ດັບ​ຈິດ​ສຳ​ນຶກ​ໃຫ້​ແກ່​ບັນ​ດາ​ຊາວ​ໜຸ່ມ​ທີ່​ຢູ່​ໃນ​ໄວ​ດື່ມ​ເຫຼົ້າ (ອາ​ຍຸ 18-30 ປີ) ກ່ຽວ​ກັບ​ຜົນ​ຕາມ​ມາ​ອັນ​ຮ້າຍ​ແຮງ​ຂອງ​ການ​ດື່ມ​ແລ້ວ​ຂັບ. ແຄມ​ເປນ​ນີ້​ໄດ້​ເສີມ​ຂະ​ຫຍາຍ​ຂໍ້​ຄວາມ​ໃນ​ກຸ່ມ​ຊາວ​ໜຸ່ມ​ທີ່​ວ່າ ການ​ດື່ມ​ແລ້ວ​ຂັບ​ແມ່ນ​ສິ່ງ​ທີ່​ບໍ່​ສາ​ມາດ​ເປັນ​ທີ່​ຍອມ​ຮັບ​ໄດ້​ໃນ​ສັງ​ຄົມ, ຊ່ວຍ​ເຂົາ​ເຈົ້າ​ໃຫ້​ມີ​ການ​ເລືອກ​ແບບ​ມີ​ຂໍ້​ມູນ​ທີ່​ດີ​ຂຶ້ນ​ກວ່າ​ເກົ່າ ແລະ ໃນ​ທີ່​ສຸດ​ກໍ​ຄື ສາ​ມາດ​ຮັກ​ສາ​ຊີ​ວິດ​ຄົນ​ໄດ້. ຂໍ້​ລິ​ເລີ່ມ​ໃນ​ການ​ນຳ​ໃຊ້​ສື່​ສັງ​ຄົມ​ອອນ​ລາຍ​ທີ່​ມີ​ຄວາມ​ສ້າງ​ສັນ ໄດ້​ເຂົ້າ​ເຖິງ​ບັນ​ດາ​ຊາວ​ໜຸ່ມ​ໃນ​ໄວ​ອາ​ຍຸ​ດື່ມ​ເຫຼົ້າ​ຖືກ​ກົດ​ໝາຍ​ກວ່າ 30 ລ້ານ​ຄົນ ນັບ​ແຕ່​ໄດ້​ເປີດ​ຕົວ​ໃນ​ຕົ້ນ​ປີ 2022 ຢູ່​ປະ​ເທດ​ລາວ ໂດຍ​ມີ​ການ​ເຂົ້າ​ເຖິງ​ລະ​ດັບ​ພາກ​ພື້ນ​ໄປ​ຍັງ​ກຳ​ປູ​ເຈຍ, ມາ​ເລ​ເຊຍ, ຟີ​ລິບ​ປິນ, ໄທ ແລະ ຫວຽດ​ນາມ.

ແຄມ​ເປນ​ນີ້ ໄດ້​ເປີດ​ຕົວ​ການ​ປະ​ກວດ​ຮູບ​ຖ່າຍ​ໃນ​ລະ​ດັບ​ສາ​ກົນ ໃນ​ລະ​ດູ​ໃບ​ໄມ້​ລົ່ນ​ນີ້​ພາຍ​ໃຕ້​ຫົວ​ຂໍ້ “ໝູ່​ບໍ່​ປ່ອຍ​ໃຫ້​ໝູ່​ເມົາ​ແລ້ວ​ຂັບ.” ໂດຍ​ຜ່ານ​ຍຸດ​ທະ​ສາດ​ການ​ນຳ​ໃຊ້​ສື່​ສັງ​ຄົມ​ອອນ​ລາຍ​ເຂົ້າ​ຫາ​ກຸ່ມ​ເປົ້າ​ໝາຍ ແລະ ການ​ຕະ​ຫຼາດ​ໂດຍ​ໃຊ້​ຜູ້​ທີ່​ມີ​ອິດ​ທິ​ພົນ, ການ​ແຂ່ງ​ຂັນ ໄດ້​ເຂົ້າ​ເຖິງ​ບັນ​ດາ​ໄວ​ໜຸ່ມ​ຫຼາຍ​ກວ່າ 7 ລ້ານ​ຄົນ ພ້ອມ​ດ້ວຍ ຍອດ​ກົດ​ຖືກ​ໃຈ, ຄຳ​ຄິດ​ເຫັນ ແລະ ແບ່ງ​ປັນ​ຫຼາຍ​ກວ່າ 450,000 ຄັ້ງ ໃນ​ເວ​ລາ​ສອງ​ເດືອນ​ທົ່ວ​ທັງ Facebook, Instagram, Tik Tok ແລະ PartiPost. ການ​ປະ​ກວດ ຕັ້ງ​ຄຳ​ຖາມ​ວ່າ: ທ່ານ​ຮູ້​ບໍ​ວ່າ ໝູ່​ຄົນ​ນັ້ນ​ມັກ​ເມົາ​ແລ້ວ​ຂັບ​ກັບ​ບ້ານ​ຢູ່​ສະ​ເໝີ? ແບ່ງ​ປັນ​ເຄັດ​ລັບ​ທີ່​ດີ​ທີ່​ສຸດ​ຂອງ​ທ່ານ​ໃຫ້​ແກ່​ພວກ​ເຮົາ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເຂົາ​ເຈົ້າ​ຂັບ​ລົດ ແລະ ໄດ້​ຮັບ​ລາງ​ວັນ​ທີ່​ສຸດ​ຍອດ. ຜູ້​ເຂົ້າ​ປະ​ກວດ​ໄດ້​ສົ່ງ​ຮູບ​ພາບ​ທີ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຄິດ​ສ້າງ​ສັນ​ຂອງ​ພວກ​ເຂົາ​ໃນ​ການ​ຫ້າມ​ໝູ່​ບໍ່​ໃຫ້​ເມົາ​ແລ້ວ​ຂັບ.

ບັນ​ດາ​ຜູ້​ເຂົ້າ​ປະ​ກວດ​ໄດ້​ຮັບ​ການ​ຊຸກ​ຍູ້​ໃຫ້​ແບ່ງ​ປັນ​ຮູບ​ພາບ​ທີ່​ເຂົາ​ເຈົ້າ​ສົ່ງ​ເຂົ້າ​ຮ່ວມ​ການ​ປະ​ກວດ​ຈາກ​ເພ​ດ​ຈ​໌ Facebook ຂອງ​ແຄມ​ເປນ​ດັ່ງ​ກ່າວ, ເນື່ອງ​ຈາກ​ວ່າ​ຮູບ​ພາບ​ທີ່​ໄດ້​ຮັບ​ຍອດ​ກົດ​ຖືກ​ໃຈ, ຄ​ໍ​າ​ຄິດ​ເຫັນ ແລະ ການ​ແບ່ງ​ປັນ​ທີ່​ບໍ່​ຜ່ານ​ການ​ຍິງ​ໂຄ​ສະ​ນາ​ຫຼາຍ​ທີ່​ສຸດ​ຈະ​ໄດ້​ຮັບ​ລາງ​ວັນ “ການ​ໂຫວດ​ຈາກ​ປະ​ຊາ​ຊົນ” ເຊິ່ງ​ເປັນ iPhone 13ເຄື່ອງ​ໃໝ່. ນອກ​ຈາກ​ນັ້ນ, ບັນ​ດາ​ຮູບ​ພາບ​ກໍ​ຍັງ​ຈະ​ໄດ້​ຮັບ​ການ​ກວດ​ສອບ​ໂດຍ ບັນ​ດາ​ຄະ​ນະ​ກຳ​ມະ​ການ​ທີ່​ມາ​ຈາກ​ບັນ​ດາ​ຜູ້​ຊ່ຽວ​ຊານ ແລະ ຜູ້​ສະ​ໜັບ​ສະ​ໜູນ​ດ້ານ​ຄວາມ​ປອດ​ໄພ​ຕາມ​ທ້ອງ​ຖະ​ໜົນ​ລະ​ດັບ​ສາ​ກົນ, ເຊິ່ງ​ຈະ​ເປັນ​ຜູ້​ໃຫ້​ລາງ​ວັນ​ທີ່​ປະ​ກອບ​ດ້ວຍ Apple Watch Series 7 ໃໝ່, ລ​ໍ​າ​ໂພງ​ໄຮ້​ສາຍ Amazon Echo Dot ແລະ ບັດ​ຂອງ​ຂວັນ ທີ່​ໃຊ້​ໄດ້​ກັບ​ກັບ​ແອັບ​ຮຽກ​ລົດ​ບໍ​ລິ​ການ​ໂດຍ​ສານ. ແຕ່​ລະ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ແຄມ​ເປນ​ຈະ​ໄດ້​ຮັບ 6 ລາງ​ວັນ, ລວມ​ຜູ້​ຊະ​ນະ​ການ​ປະ​ກວດ​ທັງ​ໝົດ 30 ຄົນ.

ເພື່ອ​ໃຫ້​ຄະ​ແນນ​ແກ່​ຜົນ​ງານ​ການ​ປະ​ກວດ, ຜູ້​ຊ່ຽວ​ຊານ​ດ້ານ​ການ​ຖ່າຍ​ຮູບ ທ່ານ Jason Rolan  ໄດ້​ຮັບ​ໜ້າ​ທີ່​ເປັນ​ຄະ​ນະ​ກຳ​ມະ​ການ​ຊ່ຽວ​ຊານ​ນຳ. ທ່ານ Rolan ແມ່ນ​ຄູ່​ຮ່ວມ​ມື​ອາ​ວຸ​ໂສກ​ຂອງ​ກຸ່ມ​ບໍ​ລິ​ສັດ RDK ປະ​ຈຳ​ລາວ. ທ່ານ Rolan ໄດ້​ອອກ​ຈາກ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຕົນ​ຢູ່​ລັດ Texas ໄດ້​ເກືອບ​ສອງ​ທົດ​ສະ​ວັດ ແລ້ວ ເພື່ອ​ເຮັດ​ວຽກ​ໃນ​ດ້ານ​ການ​ທ່ອງ​ທ່ຽວ​ຢູ່​ປະ​ເທດ​ໄທ. ໃນ​ທີ່​ສຸດ ກໍ​ໄດ້​ຍ້າຍ​ຖິ່ນ​ຖານ​ມາ​ຕັ້ງ​ຫຼັກ​ຢູ່​ປະ​ເທດ​ລາວ, ທ່ານ​ໄດ້​ສຳ​ຫຼວດ ແລະ ຖ່າຍ​ຮູບ​ຂອງ​ປະ​ເທດ​ລາວ ແລະ ປະ​ເທດ​ອື່ນໆ​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ຢູ່​ເລື້ອຍໆ. ດ້ວຍ​ຄວາມ​ສາ​ມາດ​ໃນ​ການ​ເວົ້າ​ພາ​ສາ​ໄທ ແລະ ພາ​ສາ​ລາວ​ໄດ້​ຢ່າງ​ຄ່ອງ​ແຄ້ວ, ທ່ານ​ຈຶ່ງ​ໄດ້​ເປັນ​ທັງ​ຫົວ​ໜ້າ​ບັນ​ນາ​ທິ​ການ​ຂອງ​ວາ​ລະ​ສານ​ຈຳ​ປາ​ເມືອງ​ລາວ, ເຊິ່ງ​ເປັນ​ວາ​ລະ​ສານ​ປະ​ຈຳ​ຖ້ຽວ​ບິນ​ຂອງ​ສາຍ​ການ​ບິນ​ລາວ. ນອກ​ຈາກ​ນັ້ນ, ບັນ​ດາ​ຄະ​ນະ​ກຳ​ມະ​ການ​ກໍ​ຍັງ​ໄດ້​ລວມ ເອົາ​ທັດ​ສະ​ນະ​ຕ່າງໆ​ລະ​ດັບ​ສາ​ກົນ ຈາກ​ປະ​ເທດ​ຝຣັ່ງ, ສະ​ຫະ​ລັດ​ອາ​ຣັບ​ເອ​ມີ​ເຣດ, ສິງ​ກະ​ໂປ, ກຳ​ປູ​ເຈຍ, ມາ​ເລ​ເຊຍ, ຟີ​ລິບ​ປິນ, ໄທ ແລະ ຫວຽດ​ນາມ ອີກ​ດ້ວຍ. ຮຽນ​ຮູ້​ເພີ່ມ​ຕື່ມ​ກ່ຽວ​ກັບ​ບັນ​ດາ​ສະ​ມາ​ຊິກ​ຄະ​ນະ​ກຳ​ມະ​ການ​ທີ່​ໜ້າ​ນັບ​ຖື​ທັງ​ຫຼາຍ​ຢູ່​ຂ້າງ​ລຸ່ມ​ນີ້.

ຮູບ​ພາບ​ທີ່​ໄດ້​ຮັບ ການ​ໂຫວດ​ຈາກ​ປະ​ຊາ​ຊົນ ທີ່​ໄດ້​ຮັບ​ຄະ​ແນນ​ນິ​ຍົມ​ຫຼາຍ​ທີ່​ສຸດ​ໃນ​ປະ​ເທດ​ລາວ​ແມ່ນ​ມາ​ຈາກ ດາ​ລຸ​ນີ ຈະ​ເລີນ​ຜົນ (Daruni Charoenphon), ທີ່​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ຜູ້​ກ່ຽວ​ຈະ​ຮັກ​ສາ ມີ​ສະ​ຕິ​ໄວ້ ແລະ ຂັບ​ລົດ​ໄປ​ສົ່ງ​ໝູ່​ກັບ​ບ້ານ​ຫຼັງ​ຈາກ​ທີ່​ໝູ່​ເມົາ​ຫຼາຍ​ເກີນ​ໄປ​ແລ້ວ. ໂພ​ສ​ຂອງ​ຜູ້​ກ່ຽວ​ໄດ້​ຮັບ​ຍອດ​ກົດ​ຖືກ​ໃຈ 350 ຄັ້ງ, ຄຳ​ຄິດ​ເຫັນ 48 ຄັ້ງ ແລະ ແບ່ງ​ປັນ 123 ຄັ້ງ, ເຮັດ​ໃຫ້​ຜູ້​ກ່ຽວ​ໄດ້​ຮັບ Apple iPhone 13 ເຄື່ອງ​ໃໝ່​ເປັນ​ລາງ​ວັນ. ຮູບ​ພາບ​ທີ່​ໄດ້​ຮັບ​ລາງ​ວັນ​ທີ​ໜຶ່ງ ແມ່ນ​ສົ່ງ​ເຂົ້າ​ປະ​ກວດ​ໂດຍ ທ. ສະ​ເຫຼີມ​ສັກ ກຸນ​ອາ​ວົງ (Th. Saleumsak Kunavong), ທີ່​ທຳ​ທ່າ​ລັກ​ເອົາ​ກະ​ແຈ​ລົດ​ຂອງ​ໝູ່​ໄປ ແລະ ດັກ​ໄວ້​ຢູ່​ຫຼັງ​ປະ​ຕູ ເພື່ອ​ໃຫ້​ໝູ່​ບໍ່​ສາ​ມາດ​ຂັບ​ລົດ​ເມືອ​ຕອນ​ເມົາ​ໄດ້. ແນວ​ຄວາມ​ຄິດ​ຮູບ​ພາບ​ອື່ນໆ​ທີ່​ຊະ​ນະ ໃນ​ການ​ຫ້າມ​ໝູ່​ຈາກ​ການ​ດື່ມ​ແລ້ວ​ຂັບ​ປະ​ກອບ​ດ້ວຍ: ການ​ລ໋ອກ​ທາງ​ອອກ​ດ້ວຍ​ກະ​ແຈ​ໂລ​ຫະ, ການ​ພາ​ໝູ່​ຍ່າງ​ກັບ​ບ້ານ ແລະ ຊຸກ​ລໍ້​ພາ​ເພື່ອນ​ກັບ​ບ້ານ​ດ້ວຍ​ລໍ້​ຊື້​ເຄື່ອງ. ຂໍ​ສະ​ແດງ​ຄວາມ​ຍິນ​ດີ​ກັບ​ບັນ​ດາ​ຜູ້​ຊະ​ນະ​ທັງ​ໝົດ!

ການ​ປ່ຽນ​ພຶດ​ຕິ​ກ​ໍ​າ, ຊ່ວຍ​ຮັກ​ສາ​ຊີ​ວິດ​ໄວ້​ໄດ້.

ການ​ປະ​ກວດ​ຮູບ​ພາບ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ ໃນ​ການ​ກະ​ຕຸ້ນ​ໃຫ້ ບັນ​ດາ​ຊາວ​ໜຸ່ມ​ໄດ້​ຮຽນ​ຮູ້​ເພີ່ມ​ຕື່ມ​ກ່ຽວ​ກັບ​ວິ​ທີ​ການ​ອອກ​ລິດ​ເຮັດ​ວຽກ​ຂອງ​ທາດ​ເຫຼົ້າ​ໃນ​ຮ່າງ​ກາຍ, ພັນ​ທະ​ທາງ​ດ້ານ​ກົດ​ໝາຍ ແລະ ຄຳ​ແນະ​ນຳ​ທີ່​ເປັນ​ປະ​ໂຫຍດ​ເພື່ອ​ຫຼີກ​ເວັ້ນ​ການ​ດື່ມ​ແລ້ວ​ຂັບ. ຈາກ​ການ​ເຂົ້າ​ຮ່ວມ​ການ​ປະ​ກວດ, ຈະ​ເຮັດ​ໃຫ້​ບັນ​ດາ​ຊາວ​ໜຸ່ມ​ໄດ້​ຖືກ​ບັງ​ຄັບ​ໃຫ້​ໃຊ້​ວິ​ຈາ​ລະ​ນະ​ຍານ​ຕໍ່ ການ​ກະ​ທຳ​ຂອງ​ຕົນ​ເອງ ແລະ ຄວາມ​ສຳ​ພັນ​ກັບ​ການ​ດື່ມ​ແລ້ວ​ຂັບ, ໄດ້​ຮັບ​ຮູ້​ໂດຍ​ຈິດ​ໃຕ້​ສຳ​ນຶກ​ຕໍ່ ການ​ຮັບ​ຂໍ້​ຄວາມ​ຊ້ຳ​ແລ້ວ​ຊ້ຳ​ອີກ ເປັນ​ເວ​ລາ​ດົນ​ນານ ແລະ ໄດ້​ຮັບ​ການ​ຈູງ​ໃຈ​ໃຫ້​ບອກ​ຕໍ່​ແກ່​ໝູ່​ເພື່ອນ​ຂອງ​ເຂົາ​ເຈົ້າ. ການ​ມີ​ສ່ວນ​ຮ່ວມ ແລະ ການ​ເຂົ້າ​ຮ່ວມ​ໃນ​ລະ​ດັບ​ສູງ​ຂອງ​ແຄມ​ເປນ​ໄດ້​ເສີມ​ສ້າງ​ໃຫ້​ບັນ​ດາ​ຊາວ​ໜຸ່ມ​ເປີດ​ໃຈ​ຕໍ່​ການ​ຮຽນ​ຮູ້​ກ່ຽວ​ກັບ​ການ​ດື່ມ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ ແລະ ການ​ປ່ຽນ​ແປງ​ພຶດ​ຕິ​ກ​ໍ​າ​ຂອງ​ເຂົາ​ເຈົ້າ​ໃນ​ການ​ດື່ມ​ແລ້ວ​ຂັບ.

ແຄມ​ເປນ “ພະ​ລັງ​ຂອງ​ຄຳ​ວ່າ ບໍ່” ເປັນ​ຕົວ​ແທນ​ໃຫ້​ແກ່​ພັນ​ທະ​ມິດ​ທີ່​ເປັນ​ເອ​ກະ​ລັກ​ຂອງ​ບັນ​ດາ​ຄູ່​ຮ່ວມ​ມື​ຈຳ​ນວນ 28 ແຫ່ງ​ທີ່​ເປັນ​ຕົວ​ແທນ​ມາ​ຈາກ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ຫຼາຍ​ຝ່າຍ, ອົງ​ກອນ​ບໍ່​ຫວັງ​ຜົ​ນ​ກ​ໍ​າ​ໄລ​ໃນ​ຊຸມ​ຊົນ, ພາກ​ເອ​ກະ​ຊົນ, ພາກ​ລັດ ແລະ ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ. ການ​ຮ່ວມ​ມື​ຄັ້ງ​ນີ້​ອາດ​ຈະ​ເປັນ​ແບບ​ຢ່າ​ງ​ສ​ໍ​າ​ລັບ​ໂຄງ​ການ​ການ​ບໍ​ລິ​ການ​ຂອງ​ພາກ​ລັດ ໃນ​ອະ​ນາ​ຄົດ​ດ້ວຍ​ການ​ສ້າງ​ອິດ​ທິ​ພົນ​ໃນ​ລະ​ດັບ​ພາກ​ພື້ນ ພ້ອມ​ທັງ​ຮັບ​ປະ​ກັນ​ໄດ້​ວ່າ​ແຄມ​ເປນ​ແມ່ນ​ມີ​ຄວາມ​ເໝາະ​ສົມ​ກັບ​ຊຸມ​ຊົນ ແລະ ສະ​ພາບ​ການ​ໃນ​ທ້ອງ​ຖິ່ນ.

ທ່ານ Na Huong Hoang, CEO ຂອງ​ສະ​ມ​ຄົມ​ລົດ​ຍົນ​ແຫ່ງ ສ​ສ ຫວຽດ​ນາມ ໄດ້​ກ່າວ​ວ່າ: “ການ​ອ່ານ​ກ່ຽວ​ກັບ​ຄວາມ​ສ່ຽງ​ຈາກ​ການ​ດື່ມ​ແລ້ວ​ຂັບ ແລະ ການ​ປະ​ຕິ​ບັດ​ຕົວ​ຈິງ​ແມ່ນ​ຄົນ​ລະ​ເລື່ອງ​ເລີຍ – ເພື່ອ​ກ້າວ​ຂຶ້ນ ແລະ ເຂົ້າ​ຮ່ວມ​ຂະ​ບວນ​ການ​ການ​ເຄື່ອນ​ໄຫວ​ຮຽກ​ຮ້ອງ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ໄພ​ອັນ​ຕະ​ລາຍ​ຂອງ​ການ​ດື່ມ​ທີ່​ຂາດ​ຄວາມ​ຮັບ​ຜິດ​ຊອບ”. “ພວກ​ເຮົາ​ພູມ​ໃຈ​ໃນ​ບັນ​ດາ​ຊາວ​ໜຸ່ມ​ໃນ​ທົ່ວ​ຊຸມ​ຊົນ​ຂອງ​ພວກ​ເຮົາ​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ສ​ໍ​າ​ລັບ​ການ​ອອກ​ສຽງ​ຂອງ​ຕົນ​ກ່ຽວ​ກັບ​ບັນ​ຫາ​ທີ່​ສ​ໍ​າ​ຄັນ​ນີ້.” ທ່ານ John O’Keeffe, Asia Pacific & Global Travel ສຳ​ລັບ Diageo ແລະ ປະ​ທານ APISWA ໃນ​ປັດ​ຈຸ​ບັນ​ນີ້ ໄດ້​ກ່າວ​ວ່າ: “ພວກ​ເຮົາ​ມີ​ຄວາມ​ຕື່ນ​ເຕັ້ນ​ຫຼາຍ​ທີ່​ຈະ​ສືບ​ຕໍ່​ຮ່ວມ​ມື​ກັບ​ສະ​ມາ​ຄົມ​ລົດ​ຍົນ​ແຫ່ງ ສ​ສ ຫວຽດ​ນາມ ແລະ ບັນ​ດາ​ຄູ່​ຮ່ວມ​ມື​ທັງ​ໝົດ​ຂອງ​ພວກ​ເຮົາ​ເພື່ອ​ສົ່ງ​ຂໍ້​ຄວາມ​ກ່ຽວ​ກັບ​ການ​ດື່ມ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ​ໃຫ້​ແກ່​ບັນ​ດາ​ຊາວ​ໜຸ່ມ​ທີ່​ມີ​ອາ​ຍຸ ໃນ​ເກນ​ການ​ດື່ມ​ທີ່​ຖືກ​ກົດ​ໝາຍ​ຢູ່​ອາ​ຊີ​ຕາ​ເວັນ​ອອກ ສຽງ​ໃຕ້”. “ການ​ປ່ຽນ​ພຶດ​ຕິ​ກຳ ແລະ ການ​ໃຫ້​ກຸ່ມ​ຊາວ​ໜຸ່ມ​ເລືອກ​ຢ່າງ​ມີ ຂໍ້​ມູນ​ແມ່ນ​ມີ​ຄວາມ​ສຳ​ຄັນ​ໃນ​ການ​ຊ່ວຍ​ຫຼຸດ​ຜ່ອນ​ອຸ​ບັດ​ຕິ​ເຫດ​ຕາມ​ທ້ອງ​ຖະ​ໜົນ​ທີ່​ກ່ຽວ​ຂ້ອງ​ກັບ​ເຫຼົ້າ​ໃຫ້​ໜ້ອຍ​ລົງ”.

error: Content is protected !!