ຍົກລະດັບວຽກງານຕ້ານການຄ້າມະນຸດໃຫ້ສື່ມວນຊົນແຂວງເຊກອງ

    ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດຊຸດເຝິກອົບຮົມກ່ຽວກັບການສ້າງສື່ໂຄສະນາ ຜະລິດຕະພັນສື່ມວນຊົນ ວຽກງານຕ້ານການຄ້າມະນຸດ ໃຫ້ສື່ມວນຊົນແຂວງເຊກອງ ລະຫວ່າງວັນທີ 4-5 ມັງກອນ 2023 ທີ່ພະແນກ ຖວທ ແຂວງເຊກອງ ໂດຍມີທ່ານ ອິນປອນ ນະຄອນສີ ຮອງຫົວໜ້າກົມສື່ມວນຊົນ ກະຊວງ ຖວທ ທ່ານ ບຸນທົງ ຖິ່ນດອນໂຂງ ຮອງຫົວໜ້າພະແນກ ຖວທ ແຂວງ ພ້ອມວິຊາການະແໜງສື່ມວນຊົນພະແນກ  ຖວທ ແຂວງ ຫ້ອງການ ຖວທ ເມືອງ  ແລະ  ຂະແໜງການກ່ຽວຂ້ອງອ້ອມຂ້າງແຂວງເຂົ້າຮ່ວມ.

    ການຈັດຊຸດເຝິກອົບຮົມຄັ້ງນີ້ ສຳມະນາກອນຈະໄດ້ຮຽນຮູ້ ແລະ ຮັບຟັງການບັນຍາຍກ່ຽວກັບສະ ພາບລວມການຄ້າມະນຸດຢູ່ໃນໂລກ ແລະ ພາກພື້ນ ສະພາບລວມການຄ້າມະນຸດຢູ່ ສປປ ລາວ ບັນດາກໍລະນີການຄ້າມະນຸດທີ່ເກີດຂຶ້ນຢູ່ ສປປ ລາວ ການປ້ອງກັນ ປົກປ້ອງ ແລະ ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ການແຕ່ງດອງແອບແຝງທີ່ກ່ຽວກັບການຄ້າມະນຸດ ແລະ ກໍລະນີສຶກສາ ບົດບາດຂອງສື່ໃນການໃຫ້ຂໍ້ມູນຂ່າວສານ ວິທີການໂຄສະນາເຜີຍແຜ່ ປູກຈິດສຳນຶກ ຈັນຍາບັນຂອງນັກຂ່າວ ແລະ ການອອກຂ່າວກ່ຽວກັບການຄ້າມະນຸດ ການຂູດຮີດທາງເພດເດັກ ການປ້ອງກັນ ແລະ ທ່ອງທ່ຽວທາງເພດເດັກໃນສະຖານທ່ອງທ່ຽວ ແລະ ອື່ນໆ.

    ທ່ານ ອິນປອນ ນະຄອນສີ ກ່າວວ່າ: ວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ ເປັນວຽກງານໜຶ່ງທີ່ພັກ ແລະ ລັດໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນ ເພາະວ່າ ສປປ ລາວ ເປັນປະເທດໜຶ່ງ ທີ່ມີບັນຫາການຄ້າມະນຸດ ເຊິ່ງຂະບວນການຄ້າມະນຸດໄດ້ມີຫຼາຍຮູບແບບເຊັ່ນ:ການໝັ້ນໝາຍ ຫຼື ການແຕ່ງດອງແອບແຝງ ການຂູດຮີດແຮງງານ ການຂູດຮີດທາງເພດ ແລະ ການບັງຄັບໃຫ້ເປັນໂສເພນີ ການຄ້າປະເວນີຂອງຜູ້ອື່ນ ການໃຫ້ຖືພາ ແລະ ອື່ນໆ ສະນັ້ນ ພັກ ແລະ ລັດຖະບານໄດ້ພະຍາຍາມເອົາໃຈໃສ່ຊີ້ນໍາການເຄື່ອນໄຫວ ແລະ ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໂດຍສະເພາະແມ່ນຂະແໜງການສື່ມວນຊົນທຸກຂັ້ນ ເປັນສ່ວນໜຶ່ງໃນການເຜີຍແຜ່ ແລະ ປູກຈິດສໍານຶກໃຫ້ແກ່ປະຊາຊົນຮັບຮູ້ ແລະ ເຂົ້າໃຈ ເພື່ອບໍ່ໃຫ້ຕົກເປັນຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ.

# ຂ່າວ – ພາບ : ພຸດທະສອນ

error: Content is protected !!