ອອປສ-ກະຊວງຍຸຕິທໍາ ຮ່ວມມືປະສານງານການປະຕິບັດຄໍາຕັດສິນຂອງສານ

      ພິທີລົງນາມບົດບັນທຶກຮ່ວມ ລະຫວ່າງອົງການໄອຍະການປະຊາຊົນສູງສຸດ (ອອປສ) ແລະ ກະຊວງຍຸຕິທຳ ວ່າດ້ວຍການກໍານົດກົນໄກປະສານງານໃນການປະຕິບັດຄໍາຕັດສິນຂອງສານ ຈັດຂຶ້ນວັນທີ 4 ມັງກອນ 2023 ທີ່ ອອປສ ໂດຍການຮ່ວມລົງນາມຂອງທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານ ໄພວີ ສີບົວລິພາ ລັດຖະມົນຕີ ກະຊວງຍຸຕິທໍາ ມີຮອງຫົວໜ້າ ອອປສ ຮອງລັດຖະມົນຕີກະຊວງຍຸຕິທຳ  ຫົວໜ້າກົມ-ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

    ບົດບັນທຶກດັ່ງກ່າວ ໄດ້ຜ່ານການຄົ້ນຄວ້າ ປຶກສາຫາລື ແລະ ເປັນເອກະພາບກັນ ໂດຍມີຈຸດປະສົງ ແນໃສ່ເຮັດໃຫ້ການປະຕິບັດຄໍາຕັດສິນຂອງສານ ແລະ ການຕິດຕາມກວດກາຂອງອົງການໄອຍະການປະຊາຊົນ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຖືກຕ້ອງ ວ່ອງໄວ ເຂັ້ມງວດ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ ໂດຍມີເນື້ອໃນວ່າ: ຈະປະສານສົມທົບກັນໃນການຄົ້ນຄວ້າຄໍາຮ້ອງ ຄໍາສະເໜີກ່ຽວກັບການປະຕິບັດຄໍາຕັດສິນຂອງສານທີ່ຫຍຸ້ງຍາກ ສັງຄົມໃຫ້ຄວາມສົນໃຈ ພົວພັນກັບສິດ-ຜົນປະໂຫຍດຂອງລັດ ເປັນຄົນຕ່າງປະເທດ ທີ່ພົ້ນໂທດທາງອາຍາແລ້ວ ແຕ່ຍັງຄ້າງຄ່າເສຍຫາຍທາງແພ່ງ ຫຼື ຄ່າປັບໃໝ ຄໍາເຫັນຊີ້ນໍາທີ່ຂັດກັບຄໍາຕັດສິນຂອງສານ ການເຂົ້າຮ່ວມ ແລະ ການຕິດຕາມກວດກາການປະຕິບັດຄຳຕັດສິນຂອງສານຂອງອົງການໄອຍະການປະຊາຊົນ ການຖະແຫຼງຍົກເລີກຄໍາຕັດສິນຂອງສານ ທີ່ບໍ່ມີເງື່ອນໄຂປະຕິບັດຕາມກົດໝາຍ ການຕີລາຄາຊັບ ການມອບຊັບ ການຍົກຍ້າຍ ການຂາຍຊັບ ການໂຈະ ປ່ຽນແປງ ຍົກເລີກ ລົບລ້າງ ການປະຕິບັດຄໍາຕັດສິນຂອງສານ ການນໍາໃຊ້ມາດຕະການເພື່ອຮັບປະກັນການປະຕິບັດຄໍາຕັດສິນຂອງສານ ແລະ ບັນຫາອື່ນໆກ່ຽວກັບການປະຕິບັດຄຳຕັດສິນຂອງສານ  ການສະເໜີໂຈະ ປ່ຽນແປງ ຍົກເລີກ ລົບລ້າງ ການປະຕິບັດຄໍາຕັດສິນຂອງສານ ຂອງອົງການໄອຍະການປະຊາຊົນ ການທວງສໍານວນຄະດີ ທີ່ປະຕິບັດສໍາເລັດ ມີຄໍາສັ່ງປິດການປະຕິບັດແລ້ວ ການນໍາໃຊ້ມາດຕະການເພື່ອຮັບປະກັນການປະຕິບັດຄໍາຕັດສິນ ໃນກໍລະນີອົງການໄອຍະການປະຊາຊົນສູງສຸດທວງສໍານວນຄະດີໄປກວດກາ ການນໍາສົ່ງສໍານວນຄະດີທີ່ອົງການໄອຍະການອອກຄໍາຕົກລົງບໍ່ຮື້ຟື້ນ ການນໍາໃຊ້ມາດຕະການທາງອາຍາຕໍ່ຜູ້ຫຼົບຫຼີກ ຊຸກເຊື່ອງຊັບສິນ ທີ່ມີເຈຕະນາບໍ່ປະຕິບັດຄໍາຕັດສິນຂອງສານ ການຖະແຫຼງຍົກເລີກຄໍາຕັດສິນ ແລະ ຄໍາພິພາກສາທີ່ບໍ່ມີເງື່ອນໄຂປະຕິບັດ ການປະຕິບັດຄໍາຕັດສິນຄະດີອາຍາ ກ່ຽວກັບການໃຊ້ແທນຄ່າເສຍຫາຍ ໂທດປັບໃໝ ໂທດຮິບຊັບ ແລະ ຮິບວັດຖຸສິ່ງຂອງ ຂອງຜູ້ຖືກປະຕິບັດຄໍາຕັດສິນ ທີ່ພວມປະຕິບັດໂທດຢູ່ຄ້າຍຄຸມຂັງ-ດັດສ້າງ ຫຼືພົ້ນໂທດແລ້ວ ການຈັດຝຶກອົບຮົມ ສໍາມະນາກ່ຽວກັບວຽກງານຕິດຕາມກວດກາທົ່ວໄປ ວຽກງານປະຕິບັດຄໍາຕັດສິນຂອງສານ ໃຫ້ພະນັກງານຂອງແຕ່ລະພາກສ່ວນທີ່ເຮັດໜ້າທີ່ດັ່ງກ່າວນັ້ນຮ່ວມກັນ ການສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍກ່ຽວກັບວຽກງານຕິດຕາມກວດກາທົ່ວໄປ ແລະ ວຽກງານປະຕິບັດຄໍາຕັດສິນຂອງສານ.      ບົດບັນທຶກດັ່ງກ່າວ ເມື່ອໄດ້ຮັບການຈັດຕັ້ງປະຕິບັດຢ່າງຄົບຖ້ວນ ຈະເຮັດໃຫ້ວຽກງານປະຕິບັດຄຳຕັດສິນຂອງສານ  ແລະ ການຕິດຕາມກວດກາຂອງອົງການໄອຍະການປະຊາຊົນມີປະສິດທິຜົນ ພາຍໃຕ້ການນຳພາຂອງພັກ ຮັບປະກັນການດໍາເນີນຄະດີຕາມຂະບວນຍຸຕິທຳ ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍຕາມທິດສັງຄົມນິຍົມເທື່ອລະກ້າວ.

error: Content is protected !!