ໄຂງານຕະຫຼາດນັດວາງສະແດງ-ຂາຍສິນຄ້າໃນງານບຸນນະມັດສະການພະທາດພະບາດໂພນສັນ

    ງານຕະຫຼາດນັດວາງສະແດງ ແລະ ຂາຍສິນຄ້າ ຕິດພັນກັບງານບຸນປະເພນີນະມັດສະການພະທາດພະບາດໂພນສັນ ຈັດຂຶ້ນວັນທີ 3 ມັງກອນ 2023 ທີ່ເດີ່ນພະທາດພະບາດໂພນສັນ ໂດຍມີທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ທ່ານ ສົມສົດ ແສງອາພອນ ເຈົ້າເມືອງທ່າພະບາດ ແລະ ທ່ານ ໄກສອນ ຈັນສີນາ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ປະຊາຊົນເຂົ້າຮ່ວມ.

    ທ່ານ ກອນ ຫຼວງພິທັກ ຮອງເຈົ້າເມືອງທ່າພະບາດ ກ່າວວ່າ: ເພື່ອເປັນການອະນຸຮັກວັດທະນະທຳ ຮີດຄອງປະເພນີອັນດີງາມຂອງຊາດ-ຂອງແຂວງ ເພີ່ມທະວີຄວາມເຂົ້າໃຈ ຮັດແໜ້ນຄວາມສາມັກຄີມິດຕະພາບລະຫວ່າງປະຊາຊົນລາວບັນດາເຜົ່າ ທັງເປັນການກະຕຸ້ນເສດຖະກິດທາງກົງ ແລະ ທາງອ້ອມ ໂດຍສະເພາະຫົວໜ່ວຍທຸລະກິດທີ່ປິ່ນອ້ອມໃນຂະແໜງການທ່ອງທ່ຽວ ສົ່ງເສີມການທ່ອງທ່ຽວທາງທຳມະຊາດ ປະຫວັດສາດ ແລະ ວັດທະນະທຳ ສຸມໃສ່ການພັດທະນາການທ່ອງທ່ຽວຂອງເມືອງທ່າພະບາດ ກໍຄືແຂວງບໍລິຄຳໄຊໃຫ້ສາມາດຮອງຮັບການເພີ່ມຂຶ້ນຂອງນັກທ່ອງທ່ຽວໃນປັດຈຸບັນ ແລະ ອະນາຄົດທີ່ຈະເຂົ້າມາທ່ຽວຊົມໃຫ້ຫຼາຍຂຶ້ນ.

      ກິດຈະກຳໃນງານ ໄດ້ຈັດໃຫ້ມີການວາງສະແດງສິນຄ້າ “ໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP)” ສິນຄ້າຄອບຄົວຕົວແບບ ຜະລິດຕະພັນຂະໜາດນ້ອຍ-ກາງ ສິນຄ້າກະສິກຳ-ຫັດຖະກຳ ຈັກສານ ຕ່ຳແຜ່ນແພ ແລະ ການວາງສະແດງຜະລິດຕະພັນການທ່ອງທ່ຽວ ໃນນີ້ ມີບັນດາຮ້ານຄ້າທີ່ເຂົ້າຮ່ວມ 247 ຮ້ານ ສິນຄ້າຫັດຖະກຳ 40 ຮ້ານ ຮ້ານຂາຍອາຫານ-ເຄື່ອງດື່ມ ຂາຍສິນຄ້າທົ່ວໄປ 24 ຮ້ານ ຮ້ານຄ້າຕະຫຼາດນັດຂາຍສິນຄ້າທົ່ວໄປ 99 ຮ້ານ ນອກນັ້ນ ຍັງມີຮ້ານຂາຍເຄື່ອງປະເພດຕ່າງໆ 80 ຮ້ານ ມີການວາງສະແດງຈາກຟາມລ້ຽງສັດໃຫຍ່ (ງົວ-ຄວາຍ) ມີ 6 ຫົວໜ່ວຍ ລວມມູນຄ່າສິນຄ້າພາຍໃນງານ 3 ຕື້ກວ່າກີບ ມູນຄ່າຊື້-ຂາຍ ແລະ ການບໍລິການໃນແຕ່ລະວັນຄາດວ່າຈະສູງເຖິງ 1 ຕື້ກວ່າກີບ ສໍາລັບພິທີຕັກບາດບຸນນະມັດສະການພະບາດໂພນສັນ ແມ່ນຈະໄດ້ຈັດຂຶ້ນໃນວັນທີ 6 ມັງກອນນີ້.

error: Content is protected !!